
ທ່ານ ສີ ຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ

ວິທະຍຸ ໂທລະພາບ ສູນກາງຈີນ, ເດືອນມິຖຸນາ ປີ 1988, ທ່ານ ສີ ຈິ້ນຜິງ ດຳລົງຕຳແໜ່ງ ເປັນເລຂາຄະນະພັກ ເຂດນິງເຕີແຂວງຟູຈ້ຽນ. ໃນການສຳຫລວດ ເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫລາຍ ໄດ້ສ່ອງແສງ ບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານ ຍຶດທີ່ດິນຫລວງປຸກສ້າງເຮືອນ ສ່ວນຕົວຢ່າງຜິດລະບຽບການ. ປາກົດການສໍ້ລາດບັງຫລວງທີ່ເກີດ ຂຶ້ນຢູ່ອ້ອມໂຕປະຊາຊົນ ແບບນີ້ ໄດ້ກ່ຽວຂ້ອງກັບ ພະນັກງານ ເປັນຈຳນວນຫລວງຫລາຍ, ຫາກລົງມື ກວດກາລົງວິໄນຈະແຕະຕ້ອງຫລາຍຄົນ, ແຕ່ທ່ານສີ ຈິ້ນຜິງ ມີທ່າທີ ເດັດດ່ຽວທີ່ສຸດ. ເພິ່ນໄດ້ເຊີນ ທ່ານ ຈ່າງຈິ່ງສີ ຮອງເລຂາຄະນະກວດກາພັກເຂດນິງເຕີ ໃນເວລານັ້ນມາປຶກສານຳກັນ ໂດຍໄດ້ຕັ້ງຄຳຖາມຂຶ້ນ 3 ຂໍ້: “ປະຊາຊົນມີຄວາມບໍ່ພໍໃຈຫລາຍ ຫລື ບໍ່?” ທ່ານ ຈ່າງຈິ່ງສີ ຕອບຕາມຄວາມເປັນຈິງວ່າ“ຫລາຍ”,“ມັນເປັນ ບັນຫາໃຫຍ່ທີ່ສຸດ ທີ່ກະທົບເຖິງຄວາມຫ້າວຫັນຂອງປະຊາຊົນ ໃນປັດຈຸບັນແມ່ນບໍ່?·” “ແມ່ນ” “ປະຊາຊົນພວກເຮົາເກືອບ 3 ລ້ານຄົນນີ້ ສົມຄວນຖືກ ແຕະຕ້ອງ ຈິດ ໃຈ ຫລື ຄົນສອງສາມພັນຄົນ ທີ່ເຮັດຜິດເຫລົ່ານີ້ ສົມຄວນຖືກແຕະຕ້ອງຈິດໃຈ?”“ແນ່ນອນແລ້ວ ແຕະ ຕ້ອງຈິດໃຈ ຂອງສອງສາມພັນຄົນ ນັ້ນຈະດີກວ່າ”.ເດືອນມັງກອນ ປີ 1989, ໃນກອງປະຊຸມວຽກງານ ຄະນະພັກເຂດນິງເຕີ, ທ່ານ ສີ ຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: “ທີ່ນີ້ມີບັນຫາໜຶ່ງຄື ແມ່ນໃຜແຕະຕ້ອງໃຜ, ຫາກເຮົາຍຶດທີ່ດິນປຸກສ້າງ ຢ່າງຜິດລະບຽບວິໄນ ແລະ ກົດໝາຍ, ທຳລາຍຄວາມສັກສິດແລະ ພາບພົດຂອງພັກ ຍ້ອນຜົນ ປະໂຫຍດ ສ່ວນຕົວ, ກໍແມ່ນເຮົາເອງໄດ້ແຕະຕ້ອງຈິດໃຈຂອງພັກ, ແຕະຕ້ອງຈິດໃຈປະຊາຊົນ, ແຕະຕ້ອງລະບຽບວິໄນພັກ ແລະ ກົດໝາຍຂອງລັດ, ແຕ່ບໍ່ແມ່ນພະນັກງານທີ່ເປັນຕົວແທນ ໃຫ້ແກ່ ຜົນ ປະໂຫຍດຂອງພັກແລະ ປະຊາຊົນທີ່ໄປເຮັດວຽກກວດກາ ແລະ ລົງວິໄນນັ້ນ ໄດ້ແຕະຕ້ອງຈິດໃຈເຮົາ.”ຫລັງຈາກນັ້ນມາ, ວຽກງານກວດກາແລະ ລົງວິໄນພະນັກງານທີ່ຍຶດດິນຫລວງປຸກສ້າງ ເຮືອນຢ່າງຜະລິດລະບຽບການໄດ້ຮັບການປະຕິບັດຢ່າງວ່ອງໄວ, ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍ ຈາກປະຊາຊົນທັງຫລາຍ. ບັນຫາກ່ຽວກັບ “ແມ່ນໃຜແຕະຕ້ອງໃຜ?” ມັນເຫັນໄດ້ຢ່າງເດັ່ນຊັດທີ່ສຸດວ່າ ເປັນບັນຫາທາງການເມືອງ ແລະ ບັນຫາກ່ຽວກັບ ຄວາມສັດທາຂອງປະຊາຊົນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ດ້ວຍການແບກຫາບພາລະກຳ ແລະຄວາມຮັບຜິດຊອບທີ່ “ເຖິງຈະແຕະຕ້ອງຄົນນັບຮ້ອຍນັບພັນ ແຕ່ຈະບໍ່ເຮັດໃຫ້ປະຊາຊົນ 1,4 ຕື້ຄົນ ຜິດຫວັງ”, ພັກກອມມູນິດຈີນ ໄດ້ໃຊ້ຢາແຮງເພື່ອປາບພະຍາດ ອັນໜັກ ໜ່ວງ,ຖືເອົາການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ ເປັນຍຸດທະສາດໄລຍະຍາວແລະ ຫົວຂໍ້ປະຈຳຂອງພັກ ໂດຍຈະບໍ່ຖອຍຫລັງແມ່ນແຕ່ກ້າວດຽວ ແລະ ປະຕິບັດຈົນເຖິງທີ່ສຸດ. “ແຕະຕ້ອງຄົນ ນັບຮ້ອຍນັບພັນ” ເປັນການປະກາດຄວາມຕັດສິນໃຈ. ການສໍ້ລາດບັງຫລວງ ຄືອຸປະສັກກີດຂວາງ ຂະບວນການພັດທະນາ ພາລະກິດຂອງພັກແລະ ປະເທດຊາດ, ການຕ້ານການສໍ້ລາດບັງຫລວງ ເປັນການຕໍ່ສູ້ ທີ່ສຳຄັນຮອບໜຶ່ງ ທີ່ປະລາໄຊບໍ່ໄດ້ ແລະ ບໍ່ໃຫ້ປະລາໄຊເດັດຂາດ. ໃນເດືອນຕຸລາ ປີ 2025, ໃນກອງປະຊຸມ ຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20, ເມື່ອກ່າວເຖິງການດຳເນີນການຕໍ່ສູ້ ຕ້ານການສໍ້ລາດບັງຫລວງ ຢ່າງເດັດດ່ຽວໜຽວແໜ້ນ,ທ່ານ ສີ ຈິ້ນຜິງ ໄດ້ກ່າວຢ່າງເດັດດ່ຽວວ່າ: “ຕ້ອງຮັກສາທ່ວງທ່າໃຊ້ຄວາມກົດດັນສູງ ໃນການຕ້ານການສໍ້ລາດບັງຫລວງຢ່າງສະເໝີຕົ້ນ ສະເໝີປາຍ, ກວດກາ ແລະ ສະສາງຄະດີ ສໍ້ລາດບັງຫລວງ ຕາມລະບຽບກົດໝາຍ, ລົງໂທດພວກສໍ້ລາດບັງຫລວງ ຢ່າງເຂັ້ມງວດ, ເຮັດໄດ້ເຖິງຂັ້ນ ບໍ່ຢຸດພັກແມ່ນແຕ່ກ້າວດຽວ ແລະ ບໍ່ຜ່ອນຜັນ ແມ່ນແຕ່ໜ້ອຍດຽວ, ເດັດຂາດບໍ່ໃຫ້ພວກສໍ້ລາດບັງຫລວງມີບ່ອນລີ້ຊ່ອນ, ບໍ່ວ່າຜູ້ໃດກໍຢ່າສູ່ມີຄວາມປະໝາດ ແລະ ຄວາມເພີ້ຝັນ.”ຈາກການສ້າງ ແລະ ຈັດຕັ້ງປະຕິບັດກົດເຫລັກ 8 ຂໍ້ຂອງສູນກາງພັກ ຮອດການໃຊ້ຫລາຍມາດຕະການ ປາບປາມປຽບເໝືອນການ “ຕີເສືອ” “ຕົບແມງວັນ” ແລະ “ໄລ່ລ່າໝາຈອກ” ໄປພ້ອມກັນ, ຈາກການຊຸກຍູ້ ວຽກງານຕາມທິດ “ບໍ່ກ້າສໍ້ ລາດບັງຫລວງ, ບໍ່ສາມາດສໍ້ລາດບັງຫລວງແລະ ບໍ່ຢາກສໍ້ລາດບັງຫລວງ” ໄປພ້ອມກັນຮອດການກວດກາ ແລະ ກຳຈັດແບບແຜນທີ່ບໍ່ດີແລະບັນຫາສໍ້ລາດບັງຫລວງໄປພ້ອມກັນ…ນັບແຕ່ ກອງປະຊຸມ ໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເມື່ອ ປີ 2012 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນ ໄດ້ຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດ ຮອບດ້ານແບບເດັດດ່ຽວ ໜຽວແໜ້ນ, ເຮັດໃຫ້ແບບແຜນຂອງພັກ ແລະແບບແຜນການປົກຄອງ ເກີດມີການປ່ຽນແປງຢ່າງໃໝ່ອ່ຽມ.ກອງປະຊຸມ ຄົບຄະນະຄັ້ງທີ 5 ຂອງຄະນະກຳມະການ ສູນກາງພັກ ກອມມູນິດຈີນ ສະໄໝທີ 20 ໄດ້ຈັດຂຶ້ນ ລະຫວ່າງວັນທີ 26-29 ຕຸລາ 2026, ເຊິ່ງໄດ້ເຈາະຈົງຄົ້ນຄວ້າ ພິຈາລະນາບັນຫາ ກ່ຽວກັບການຍຶດໝັ້ນ ຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານໃຫ້ຕໍ່ເນື່ອງ. ຕໍ່ກັບບັນຫານີ້, ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ວາງແຜນຢ່າງເປັນລະບົບ: “ຍຶດໝັ້ນຫຼັກການພື້ນຖານແຫ່ງຄວາມເຂັ້ມງວດ ຢ່າງບໍ່ຫວັ່ນໄຫວຄອນແຄນ”, “ດຳເນີນການຕໍ່ສູ້ຕ້ານການສໍ້ລາດ ບັງຫລວງຈົນເຖິງທີ່ສຸດ.” “ຕ້ອງກຳແໜ້ນຂໍກຸນແຈ ສຳຄັນ ດ້ານລະບຽບການຄວາມຮັບຜິດຊອບ ການຄຸ້ມຄອງພັກ”.ໃນກອງປະຊຸມຄັ້ງນີ້, ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: “ເມື່ອຫັນໜ້າ ສູ່ອະນາຄົດ, ບໍ່ວ່າຈະພົບພໍ້ກັບ ບັນຫາຫຍຸ້ງຍາກແບບໃດ, ຈະຜ່ານຜ່າການທົດສອບ ຈາກຟ້າຝົນລົມແຮງຫລາຍສ່ຳໃດ, ພວກເຮົາກໍຕ້ອງຮັກສາ ຄວາມໜັກແໜ້ນ, ຍຶດໝັ້ນຄວາມໝັ້ນໃຈ, ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ແຕ່ຕົ້ນສະຫລອດປາຍ, ບໍ່ໃຫ້ມີຄວາມລັ່ງເລໃຈ ແລະ ບໍ່ທໍ້ຖອຍໃຈແມ່ນແຕ່ໜ້ອຍດຽວ.”“ບໍ່ເຮັດໃຫ້ປະຊາຊົນ 1.4 ຕື້ຄົນຜິດຫວັງ” ສ່ອງແສງເຖິງຫຼັກໝັ້ນຂອງພັກກອມມູນິດຈີນ ເດືອນທັນວາ ປີ 2014, ໂອກາດທີ່ ທ່ານສີຈິ້ນຜິງ ລົງເຄື່ອນໄຫວຢ້ຽມຢາມ ນະຄອນເຈີ້ນຈ່ຽງ ແຂວງຈ່ຽງຊູ, ຜູ້ເຖົ້າຄົນໜຶ່ງ ໄດ້ຈັບມືເພິ່ນຢ່າງແໜ້ນ ແລະ ເວົ້າວ່າ: “ສະບາຍດີ ທ່ານເລຂາທິການໃຫຍ່!ທ່ານເປັນມືປາບພວກສໍ້ລາດບັງຫຼວງ, ເປັນຜູ້ທີ່ນຳເອົາໂຊກລາບມາໃຫ້ປະຊາຊົນຈີນ!” ທ່ານ ສີ ຈິ້ນຜິງ ຕອບວ່າ: “ຈະບໍ່ເຮັດໃຫ້ປະຊາຊົນ ທົ່ວປະເທດຜິດຫວັງ.” ໃນໄລຍະເຄື່ອນໄຫວຢ້ຽມຢາມຄັ້ງນັ້ນ, ທ່ານ ສີ ຈິ້ນຜິງ ໄດ້ສະເໜີ “ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ” ເປັນເທື່ອທຳອິດ. ວັນທີ 1 ກໍລະກົດ 2026, ໃນພິທີສະເຫລີມສະຫລອງ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີທີ່ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສສຳຄັນໂດຍຈັດເອົາ “ການເອົາໃຈໃສ່ເສີມສ້າງຕົນເອງໃຫ້ເຂັ້ມແຂງ ເພື່ອໃຫ້ເຕັມໄປດ້ວຍຄວາມມີຊີວິດຊີວາ ຢ່າງສະເໝີຕົ້ນສະເໝີປາຍ” ເປັນໜຶ່ງ ໃນບັນດາຄຸນລັກສະນະດີເດັ່ນ ຂອງພັກກອມມູນິດຈີນ, ເນັ້ນໜັກວ່າ ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານຕ້ອງດຳເນີນຕະຫລອດໄປ.ເພິ່ນກ່າວວ່າ: “ຮັກສາຄວາມໝັ້ນໃຈຢ່າງໜັກແໜ້ນ, ບຸກບືນສູ້ຊົນຢ່າງຕໍ່ເນື່ອງ, ຕ້ອງຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານໃຫ້ຕໍ່ເນື່ອງ.”ຖະແຫລງການ ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະ ໄໝທີ 20 ໄດ້ລະບຸວ່າ: “ຍຶດ ໝັ້ນ ສະແຫວງຫາ ຄວາມຜາສຸກມາໃຫ້ແກ່ ປະຊາຊົນຈີນ ແລະຟື້ນຟູຄວາມຈະເລີນຮຸ່ງ ເຮືອງຂອງປະຊາຊາດຈີນ” “ຮັກສາສາຍພົວພັນ ແບບກາຍອິນຊີລະຫວ່າງ ພັກກັບປະຊາຊົນ” “ຕ້ອງຈົດ ຈໍາໃຫ້ ໜັກແໜ້ນ ວ່າ:ນອກຈາກຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ ແລະ ປະຊາຊົນຈໍານວນມະຫາສານແລ້ວ, ພັກບໍ່ມີຜົນປະ ໂຫຍດພິເສດອື່ນໃດ ຂອງຕົນ,ພັກ ແລະການສໍ້ລາດ ບັງຫລວງ ຢູ່່ຮ່ວມ ກັນບໍ່ໄດ້ປານນໍ້າກັບໄຟ”. ຈາກນີ້ ຈະເຫັນໄດ້ວ່າ ຫລັກໝັ້ນປະຊາຊົນໄດ້ສອດຫ້ອຍເຂົ້າໃນຖະແຫລງການ ຢ່າງສະເໝີຕົ້ນ ສະເໝີປາຍ. ເດືອນສິງຫາປີ 2026 ນີ້, ສູນກາງພັກກອມມູນິດຈີນ ໄດ້ຈັດກອງປະຊຸມສົນທະນາ ກັບບຸກຄົນນອກພັກ, ໂອກາດດັ່ງກ່າວ, ທ່ານ ສີ ຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ:“ການແກ້ໄຂບັນຫາຄົງຄ້າງພາຍໃນພັກ, ກ່ອນອື່ນຕ້ອງອີງໃສ່ກຳລັງຂອງພັກຄອມມູນິດຈີນເອງ, ບັນລຸການສະສາງລ້າງສວ່າຍຕົນເອງ, ປັບປຸງຕົນເອງ, ປະຕິຮູບຕົນເອງ ແລະ ຍົກລະດັບຕົນເອງຂອງພັກ ຢ່າງບໍ່ຢຸດຕັ້ງ; ຍັງຕ້ອງອີງໃສ່ການສະໜັບ ສະໜູນຂອງປະຊາຊົນ, ເປັນເຈົ້າການຮັບເອົາການຕິດຕາມກວດກາ ຂອງປະຊາຊົນ, ຮັບຟັງການຕຳໜິຕິຕຽນຂອງປະຊາຊົນ ຢ່າງຖ່ອມຕົວ, ຫັນເອົາການອູ້ມຊູ ແລະ ສະໜັບສະໜູນ ຈາກປະຊາຊົນ ໃຫ້ເປັນແຮງຂັບເຄື່ອນອັນເຂັ້ມແຂງໃນການຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດ ຮອບດ້ານໃຫ້ຕໍ່ເນື່ອງ. ”ປະເທດຊາດ ກໍແມ່ນປະຊາຊົນ, ປະຊາຊົນກໍແມ່ນປະເທດຊາດ. ການຄຸ້ມຄອງພັກຢ່າງເຂັ້ມງວດ ຮອບດ້ານ ກໍແມ່ນຮັກສາຄວາມສັດທາຂອງ ປະຊາຊົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
15 ຊົ່ວໂມງກ່ອນ




