
ສປ ຈີນ ຈະສຳເລັດຂັ້ນຕອນສຸດທ້າຍ ຂອງການກໍ່ສ້າງ ສະຖານີສິນຫລິງ ຢ່າງຮອບດ້ານ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 7 ພະຈິກນີ້, ໜ່ວຍສຳຫລວດ ຂົ້ວໂລກໃຕ້ ຄັ້ງທີ 43 ຂອງ ສປ ຈີນ ທີ່ຈັດຕັ້ງໂດຍກະຊວງຊັບພະຍາກອນ ທຳມະຊາດຈີນ ໄດ້ອອກເດີນທາງ ອອກ ຈາກນະຄອນສ່ານຢ້າແຂວງໄຫ ຫລຳ ໄປຂົ້ວໂລກໃຕ້. ການສຳຫລວດຄັ້ງນີ້ຈະສຳເລັດຂັ້ນຕອນສຸດທ້າຍ ຂອງການກໍ່ສ້າງ ແລະ ວຽກງານການກວດກາ ແລະຮັບຮອງຕໍ່ສະຖານີສຳຫລວດຂົ້ວໂລກໃຕ້ ແຫ່ງທີ 5 ຂອງຈີນ ຄືສະຖານີສິນຫລິງ ຢ່າງຮອບດ້ານ ແລະ ຊຸກຍູ້ການຕິດຕັ້ງອຸປະກອນ, ການສຳຫຼວດພື້ນທີ່ ແລະ ເຮັດແຜນທີ່ຢູ່ສະຖານີສຳຫລວດ ມາຣີ ເບີດ ແລນເພື່ອກຽມຄວາມພ້ອມໃຫ້ແກ່ການປັບປຸງ ຍົກລະດັບສະຖານີສາງເສີງ ແລະສະຖານີຈົ່ງຊ່ານ. ນອກຈາກນີ້, ໜ່ວຍສຳຫລວດ ຍັງຈະດຳເນີນການສຳຫລວດ ແລະຕິດຕາມວັດແທກ ຢ່າງຮອບດ້ານ ໃນຫລາຍດ້ານກ່ຽວກັບຜົນກະທົບ ຂອງການປ່ຽນແປງດິນຟ້າອາກາດ ທີ່ມີຕໍ່ລະບົບນິເວດ ໃນມະຫາສະໝຸດໃຕ້, ພ້ອມທັງ ປະຕິບັດພາລະກິດ ວິທະຍາສາດເຕັກໂນໂລຊີ ທີ່ສຳຄັນຕ່າງໆເຊັ່ນ:ການເຈາະສຳຫລວດ ທະເລສາບ ສີຫລິນ ທີ່ຢູ່ໃຕ້ນ້ຳກ້ອນຂອງຂົ້ວໂລກໃຕ້ເປັນຕົ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
15 ຊົ່ວໂມງກ່ອນ




