
ສປ ຈີນ ຈັດກອງປະຊຸມສຸດຍອດສື່ມວນຊົນໂລກ ຄັ້ງທີ 7

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 7 ພະຈິກນີ້, ກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7 ໄດ້ໄຂຂຶ້ນຢູ່ນະຄອນຫລວງປັກກິ່ງຂອງ ສປ ຈີນ. ທ່ານ ຫລີຊູ່ເຫລີຍກຳມະການກົມການເມືອງສູນກາງພັກ ກອມມູນິດຈີນ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກກອມມູນິດຈີນໄດ້ເຂົ້າຮ່ວມ. ກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງນີ້ຈັດຂຶ້ນລະຫວ່າງ ວັນທີ 5 ຫາ 9 ພະຈິກນີ້ ຢູ່ນະຄອນຫລວງປັກກິ່ງ, ພາຍໃຕ້ຫົວຂໍ້ “ພາລະໜ້າທີ່ ແລະ ການຮ່ວມມື ຂອງສື່ມວນຊົນ ໃນທ່າມກາງການຫັນປ່ຽນໄປສູ່ ອັດສະລິຍະ”, ໂດຍມີຜູ້ຕາງໜ້າ ເກືອບ 500 ຄົນ ຈາກສື່ຫລັກ, ຄັງປັນຍາ, ພາກສ່ວນລັດຖະບານ, ອົງການສະຫະປະຊາຊາດ ແລະອົງການຈັດຕັ້ງສາກົນອື່ນໆ ເກືອບ 330 ແຫ່ງທີ່ມາຈາກ 112 ປະເທດ ແລະເຂດແຄວ້ນທົ່ວໂລກ ເຂົ້າຮ່ວມ. ບັນດາແຂກຜູ້ເຂົ້າຮ່ວມໄດ້ລົງເລິກ ປຶກສາຫາລື ຫົວຂໍ້ຕ່າງໆເຊັ່ນ:ສື່ມວນຊົນ ຈະປັບຕົວເຂົ້າກັບ ການປ່ຽນແປງ ອັນເລິກເຊິ່ງຂອງສະພາບແວດລ້ອມ ທາງຫາງສຽງ, ຊຸກຍູ້ການຫັນປ່ຽນ ແລະ ການພັດທະນາ ຂອງສື່ມວນຊົນໂລກ ໄດ້ຄືແນວໃດແລະ ຈະເສີມຂະຫຍາຍ ທ່າແຮງສະເພາະ ຂອງສື່ມວນຊົນເພື່ອປັບປຸງການຄຸ້ມຄອງ ປັນຍາປະດິດທົ່ວໂລກໃຫ້ດີຂຶ້ນ ຢ່າງຕໍ່ເນື່ອງໄດ້ຄືແນວໃດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
14 ຊົ່ວໂມງກ່ອນ




