ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະມາຊິກລັດຖະສະພາອາເມລິກາ ຢືນຢັນວ່າ ຈະຊຸກຍູ້ການຍົກເລີກນະໂຍບາຍພາສີທີ່ບໍ່ສົມເຫດສົມຜົນ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 2 ນາທີ3 ຄັ້ງ
ສະມາຊິກລັດຖະສະພາອາເມລິກາ ຢືນຢັນວ່າ ຈະຊຸກຍູ້ການຍົກເລີກນະໂຍບາຍພາສີທີ່ບໍ່ສົມເຫດສົມຜົນ
ADadvertisement
ADadvertisement
ADadvertisement

 ວິທະຍຸ ໂທລະພາບ ສູນກາງຈີນ, ເນື່ອງ​ຈາກ​ ປະ​ຊາ​ຊົນ​ ຜູ້​ມີ​ສິ​ດ​ເລືອກ​ຕັ້ງ​ໃນ ສ.ອາ​ເມ​ລິ​ກາ​ ມີ​ປະ​ຕິ​ກິ​ລິ​ຍາ ​ຮຸນ​ແຮງ​ຕໍ່​​ຄ່າ​ຄອງ​ຊີບ ​ແລະ​ໄພ​ເງິນ​ເຟີ້ ທີ່​ສູງຂຶ້ນ, ໄປ​ຄຽງ​ຄູ່​ກັບ ​ພັກເດໂມ​ແຄ​ຣັດ​ ໄດ້​ຮັບ​ໄຊ​ຊະ​ນະ​ ຢ່າງ​ຖ້ວມ​ທົ້ນ ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ ຂອງ​ສະ​ຫະ​ລັດ​ ອາ​ເມ​ລິ​ກາ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ​ທີ່​ຂຶ້ນ​ກັບ ​ພັກ​ເດ​ໂມ​ແຄ​ຣັດ ​ຫລາຍ​ຄົນ​ ຢືນ​ຢັນ​ວ່າ:​ຈະ​ສຸມ​ໃສ່ ​ຊຸກ​ຍູ້​ການ​ຍົກ​ເລີກ​ ນະ​ໂຍ​ບາຍ​ພາ​ສີ​ ທີ່ບໍ່​ສົມ​ເຫດ​ສົມ​ຜົນ ​ທີ່​ປະ​ຕິ​ບັດ​ ໃນ​ປັດ​ຈຸ​ບັນ. ຄຽງ​ຄູ່​ກັບ​ ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ ຂອງ ສະຫະລັດ ​ອາ​ເມ​ລິ​ກາ​ ໄດ້​ສິ້ນ​ສຸດ​ລົງ, ແຕ່​ວັນ​ທີ 5-6 ພະ​ຈິກ​ນີ້, ພັກ​ເດ​ໂມ​ແຄ​ຣັດ ​ຂອງ ສະຫະລັດ ອາ​ເມ​ລິ​ກາ​ ໄດ້​ເປີດ​ເຜີຍ​ວຽກ​ງານຈຸດ​ສຸມ ​ຂອງ​ລັດ​ຖະ​ສະ​ພາ​ຊຸດ​ໃໝ່​ ຕາມ​ລຳ​ດັບ, ນັບ​ແຕ່ ງົບ​ປະ​ມານ ​ຂອງລັດ​ຖະ​ບານ, ການ​ຕິດ​ຕາມ​ຄຸ້ມ​ຄອງ ​ປັນ​ຍາ​ປະ​ດິດ​ຕະ​ຫຼອດ​ຮອດ​ນະ​ໂຍ​ບາຍ ​ພາ​ສີ​ ແລະ ​ການ​ຄ້າ, ຄວາມ​ຂັດ​ແຍ້ງ​ກັນ ​ລະ​ຫວ່າງ​ ສອງ​ພັກຂອງ​ ສະຫະລັດ ອາ​ເມ​ລິ​ກາ​ ໃນ​ຫລາຍ​ຂົງ​ເຂດ​ ໄດ້​ຖືກ​ເຜີຍ​ແຜ່ອອກ ເທື່ອ​ລະໜ້ອຍ, ​ການ​ຄາດ​ຄະ​ເນ​ການ​ປັບ​ປຸງ​ນະ​ໂຍບາຍ​ທີ່​ເກີດ​ຈາກການ​ປ່ຽນ​ແປງ​ ດ້ານ​ສະ​ພາບ​ອຳ​ນາດ​ ໃນ​ລັດ​ຖະ​ສະ​ພາ ​ເລີ່ມປາ​ກົດ​ອອກ ​ຢ່າງ​ເດັ່ນ​ຊັດ. ນັກ​ວິ​ເຄາະ​ເຫັນ​ວ່າ:​ພາຍ​ຫລັງ​ ໄດ້​ຮັບຄ​ະ​ແນນ​ສຽງ​ອຳ​ນາດ ​ສ່ວນ​ໃຫຍ່ ໃນ​ສະ​ພາ​ສູງ​ ແລະ ​ສະ​ພາ​ຕ່ຳ​ແລ້ວ, ພັກ​ເດ​ໂມ​ແຄ​ຣັດ ອາດ​ຈະ​ຜ່ານ​ຈາກ​ຄະ​ນະ​ກຳ​ມະ​ການ ​ທີ່​ກ່ຽວນ​ຂ້ອງ ​ເພື່ອ​ເພີ່ມ​ທະ​ວີ ​ການ​ຕິດ​ຕາມ​ກວດ​ກາ ​ນະ​ໂຍ​ບາຍ​ພາ​ສີພ້ອ​ມ​ທັງ​ ຊຸກ​ຍູ້​ການ​​ຍົກ​ເລີກ​ພາ​ສີ​ ສ່ວນ​ໜຶ່ງ​ລວມທັງ ​ການສ້າງ​ກົດ​ໝາຍ​​​ກ່ຽວ​ກັບ​ ການມອບ​ສິດ ​ທີ່​ກ່ຽວ​ຂ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່