
ອຸບັດເຫດລົດໄຟຕົກລາງ ຢູ່ເອຢິບ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ

.ວິທະຍຸໂທລະພາບສູນກາງຈີນ,ເມື່ອບໍ່ດົນມານີ້ ເກີດອຸບັດເຫດ ລົດໄຟຕົກລາງ ຢູ່ເຂດເອັນອາຢັດແຂວງກີຊາ ປະເທດເອຢິບ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບ 112 ຄົນ. ກະຊວງສາທາລະນະສຸກເອຢິບ ລາຍງານວ່າ: ມີຜູ້ບາດເຈັບ 45 ຄົນ ໄດ້ອອກໂຮງໝໍແລ້ວ ຫລັງຈາກ ການປິ່ນປົວ. ເນື້ອໃນຖະແຫລງການ ຂອງອົງການທາງລົດໄຟເອຢິບ ລະບຸວ່າ: ລົດໄຟຂະບວນໜຶ່ງ ທີ່ເດີນທາງມາຈາກ ແຂວງກີຊາ ໄປຍັງແຂວງຟາໂຢມ ໄດ້ຕຳທ້າຍລົດໄຟຂະບວນໜຶ່ງ ທີ່ເດີນທາງຈາກນະຄອນ ຫລວງເລີແກ ໄປຍັງແຂວງອາສ໌ວັນ. ເຈົ້າໜ້າທີ່ກູ້ໄພໄດ້ເດີນທາງ ໄປຮອດສະຖານທີ່ເກີດເຫດ ເພື່ອເກັບກວາດ ແລະ ຍົກຍ້າຍຕູ້ລົດໄຟທີ່ຕົກລາງ ເພື່ອພະຍາຍາມຟື້ນຟູການບໍລິການລົດໄຟ ທັງສອງທິດທາງ ໂດຍໄວ. ທ່ານ ອັບເດລ ຟັດຕາ ເອັນ ຊີຊີ ປະທານາທິບໍດີເອຢິບ ກ່າວວ່າ: ກຳລັງຕິດຕາມອຸບັດເຫດ ຢ່າງໃກ້ຊິດ, ທັງໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຊ່ວຍເຫລືອທີ່ຈຳເປັນ, ພ້ອມທັງ ສືບສວນຫາສາເຫດ ຂອງການເກີດອຸບັດຕິເຫດໂດຍໄວ ແລະ ສືບຫາຄວາມຮັບຜິດຊອບ ຂອງຜູ້ກ່ຽວຂ້ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງຂ່າວໂດຍ: ສະໄຫວລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24
15 ຊົ່ວໂມງກ່ອນ




