ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 10:07ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອຸບັດຕິເຫດຊ້ອນຄັ້ງໃຫຍ່! ທີ່ບັນແກເລຍໝອກໜາປົກຫຸ້ມທາງດ່ວນ ເຮັດໃຫ້ລົດຕຳກັນຕໍ່ເນື່ອງຫຼາຍກວ່າ 70 ຄັນ ເສຍຊີວິດແລ້ວ 12 ຄົນ ບາດເຈັບຈຳນວນຫຼາຍ

ໂດຍ Jenjila
· 22 ນາທີ ກ່ອນອ່ານ 2 ນາທີ3 ຄັ້ງ
ອຸບັດຕິເຫດຊ້ອນຄັ້ງໃຫຍ່! ທີ່ບັນແກເລຍໝອກໜາປົກຫຸ້ມທາງດ່ວນ ເຮັດໃຫ້ລົດຕຳກັນຕໍ່ເນື່ອງຫຼາຍກວ່າ 70 ຄັນ ເສຍຊີວິດແລ້ວ 12 ຄົນ ບາດເຈັບຈຳນວນຫຼາຍ
ADadvertisement
ADadvertisement
ADadvertisement

ເກີດອຸບັດຕິເຫດຮຸນແຮງ 2 ຈຸດ ເທິງທາງດ່ວນມໍເຕີເວຂອງປະເທດບັນແກເລຍ ໂດຍມີລົດຕຳກັນລວມກວ່າ 70 ຄັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 12 ຄົນ ແລະບາດເຈັບອີກຫຼາຍສິບຄົນ

ອຸບັດຕິເຫດຊ້ອນຄັ້ງໃຫຍ່! ທີ່ບັນແກເລຍໝອກໜາປົກຫຸ້ມທາງດ່ວນ ເຮັດໃຫ້ລົດຕຳກັນຕໍ່ເນື່ອງຫຼາຍກວ່າ 70 ຄັນ ເສຍຊີວິດແລ້ວ 12 ຄົນ ບາດເຈັບຈຳນວນຫຼາຍ

ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດລົດຕຳກັນຫຼາຍກວ່າ 70 ຄັນ ໃນ 2 ຈຸດ ຂອງຖະໜົນທາງດ່ວນ “ທຣາເຄຍ ມໍເຕີເວ” (Trakia Motorway) ໃກ້ກັບເມືອງຊິມນິດຊາ (Zimnitsa) ທາງຕອນໃຕ້ຂອງປະເທດບັນແກເລຍ ໃນວັນທີ 10 ພະຈິກ 2026 ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 12 ຄົນ ແລະບາດເຈັບອີກຫຼາຍກວ່າ 50 ຄົນ

ເຈົ້າໜ້າທີ່ບັນແກເລຍລະບຸວ່າ ສະພາບອາກາດມີໝອກລົງໜາແໜ້ນ ເຮັດໃຫ້ທັດສະນະວິໄສໃນການມອງເຫັນຫຼຸດລົງຢ່າງຫຼາຍ ເຊິ່ງຄາດວ່າເປັນສາເຫດຫຼັກຂອງອຸບັດຕິເຫດຈຸດທີ 1 ເທິງເສັ້ນທາງຝັ່ງມຸ່ງໜ້າໄປທາງຕາເວັນອອກ.

ສ່ວນອຸບັດຕິເຫດຈຸດທີ 2 ຢູ່ເສັ້ນທາງຝັ່ງມຸ່ງໜ້າໄປຍັງກຸງໂຊເຟຍ (Sofia) ຄາດວ່າເກີດຈາກໝອກໜາ ແລະການທີ່ຜູ້ຂັບຂີ່ເສຍສະມາທິ ເນື່ອງຈາກຫັນໄປສົນໃຈເບິ່ງເຫດລົດຕຳກັນໃນຈຸດທຳອິດ

ນອກຈາກນີ້ ເຈົ້າໜ້າທີ່ຍັງເປີດເຜີຍວ່າ ພື້ນຜິວຖະໜົນທີ່ປຽກ ແລະການໃຊ້ຄວາມໄວທີ່ບໍ່ເໝາະສົມກັບສະພາບອາກາດ ກໍເປັນອີກປັດໄຈທີ່ມີສ່ວນເຮັດໃຫ້ເກີດເຫດການດັ່ງກ່າວ ສົ່ງຜົນໃຫ້ທາງດ່ວນທຣາເຄຍ ຕ້ອງປິດການສັນຈອນຊົ່ວຄາວ ເພື່ອໃຫ້ເຈົ້າໜ້າທີ່ເຂົ້າເຄລຍພື້ນທີ່ ແລະຈັດການກັບຊາກລົດທີ່ເສຍຫາຍ

ອຸບັດຕິເຫດຊ້ອນຄັ້ງໃຫຍ່! ທີ່ບັນແກເລຍໝອກໜາປົກຫຸ້ມທາງດ່ວນ ເຮັດໃຫ້ລົດຕຳກັນຕໍ່ເນື່ອງຫຼາຍກວ່າ 70 ຄັນ ເສຍຊີວິດແລ້ວ 12 ຄົນ ບາດເຈັບຈຳນວນຫຼາຍ · ຮູບທີ 2

ນາງ ຄາເທຍ ອີຟໂຄວາ (Katia Ivkova) ລັດຖະມົນຕີວ່າການກະຊວງສາທາລະນະສຸກຂອງບັນແກເລຍ ລະບຸວ່າ ມີຜູ້ເສຍຊີວິດໃນຈຸດເກີດເຫດທັນທີ 11 ຄົນ ແລະເສຍຊີວິດເພີ່ມອີກ 1 ຄົນຢູ່ໂຮງໝໍ ລວມເປັນ 12 ຄົນ. ສ່ວນຜູ້ບາດເຈັບປະມານ 50 ຄົນ ຖືກນຳສົ່ງໄປປິ່ນປົວຢູ່ໂຮງໝໍໃນແຂວງຢຳໂບລ, ສະລີເວນ ແລະເບີກາສ.

ຂະນະທີ່ ທ່ານ ຈໍຈີ ຊາລາຄອຟ (Georgi Shalakov) ຜູ້ວ່າລາຊະການແຂວງຢຳໂບລ ເປີດເຜີຍວ່າ ໄດ້ຮັບແຈ້ງເຫດໃນເວລາ 07:10 ໂມງ ຂອງວັນອັງຄານ (10 ພະຈິກ) ຕາມເວລາທ້ອງຖິ່ນ. ເຈົ້າໜ້າທີ່ຈຳເປັນຕ້ອງຕັດແຜງກັ້ນຖະໜົນ ເພື່ອເຂົ້າໄປຊ່ວຍເຫຼືອຜູ້ທີ່ຕິດຄ້າງຢູ່ພາຍໃນລົດ. ນອກຈາກນັ້ນ ໝອກທີ່ລົງໜາແໜ້ນຫຼາຍ ຍັງເຮັດໃຫ້ບໍ່ສາມາດນຳໃຊ້ເຮລິຄອບເຕີໃນການລຳລຽງອົບພະຍົບຜູ້ບາດເຈັບໄດ້.

ດ້ານຜູ້ລອດຊີວິດຄົນໜຶ່ງເລົ່າວ່າ ໝອກໜາຫຼາຍຈົນບໍ່ສາມາດມອງເຫັນເສັ້ນທາງໄດ້ ແລະລາວຕ້ອງໄດ້ຊ່ວຍດຶງຊາຍຄົນໜຶ່ງອອກຈາກລົດທີ່ກຳລັງລຸກໄໝ້. ສ່ວນພະຍານຜູ້ເຫັນເຫດການອີກຄົນໜຶ່ງລະບຸວ່າ ມີລົດບັນທຸກຂັບຕາມຫຼັງລາວມາເຖິງ 4 ຄັນ ແລະຮູ້ສຶກໂຊກດີຫຼາຍທີ່ສາມາດລອດຊີວິດມາໄດ້.

ທັງນີ້ ໃນຂະນະເກີດເຫດ ທ່ານ ຣູເມນ ຣາເດຟ (Rumen Radev) ນາຍົກລັດຖະມົນຕີບັນແກເລຍ ກຳລັງຮ່ວມຖະແຫຼງຂ່າວກັບ ນາງ ເອີຊູລາ ວອນ ແດຣ ເລເຢນ (Ursula von der Leyen) ປະທານຄະນະກຳມະການເອີຣົບ. ເຮັດໃຫ້ທ່ານຕ້ອງຢຸດການຖະແຫຼງຂ່າວທັນທີ ເພື່ອເດີນທາງໄປຍັງພື້ນທີ່ເກີດເຫດ ພ້ອມທັງປະກາດໃຫ້ວັນພຸດ (11 ພະຈິກ) ເປັນ “ວັນໄວ້ອາໄລແຫ່ງຊາດ” ເພື່ອລຳລຶກເຖິງຜູ້ເສຍຊີວິດຈາກອຸບັດຕິເຫດຄັ້ງນີ້.

ອຸບັດຕິເຫດຊ້ອນຄັ້ງໃຫຍ່! ທີ່ບັນແກເລຍໝອກໜາປົກຫຸ້ມທາງດ່ວນ ເຮັດໃຫ້ລົດຕຳກັນຕໍ່ເນື່ອງຫຼາຍກວ່າ 70 ຄັນ ເສຍຊີວິດແລ້ວ 12 ຄົນ ບາດເຈັບຈຳນວນຫຼາຍ · ຮູບທີ 3

ທີ່ມາຂ່າວ: bbc/ap

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່