ວັນພະຫັດ ທີ 12 ພະຈິກ 2026ອັບເດດລ່າສຸດ 09:47ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

9 ເດືອນຕົ້ນປີນີ້ ເສດຖະກິດ ນວຂະຫຍາຍຕົວໃນລະດັບ 6,2%

ໂດຍ Mahaxan
· 18 ຊົ່ວໂມງ ກ່ອນອ່ານ 2 ນາທີ1 ຄັ້ງ
9 ເດືອນຕົ້ນປີນີ້ ເສດຖະກິດ ນວຂະຫຍາຍຕົວໃນລະດັບ 6,2%
ADadvertisement
ADadvertisement
ADadvertisement

ທ່ານ ສິລິລາດທົງສິນ ທອງເພັງ ຮອງເລຂາຄະນະພັກ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ໃນວັນທີ 10 ພະຈິກ 2026 ນີ້ວ່າ: ໃນ 9 ເດືອນຕົ້ນປີນີ້ ເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວຢູ່ໃນລະດັບ 6,2%. ໃນນັ້ນ, ຂະແໜງກະສິກຳຂະຫຍາຍຕົວໃນລະດັບ 7% ກວມເອົາ 15,5%, ອັນພົ້ນເດັ່ນແມ່ນດ້ານການປູກຝັງເຫັນວ່າມີທ່າອ່ຽງທີ່ດີ. ນອກຈາກນີ້, ການຜະລິດ ແລະ ສະໜອງຊີ້ນສັດຄາດວ່າຈະລື່ນແຜນ; ຂະແໜງອຸດສາຫະກຳຂະຫຍາຍຕົວໃນລະດັບ 8,3%, ກວມເອົາ 47,8%, ເຫັນວ່າຈຳນວນໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳເຖິງວ່າຈະບັນລຸຕາມແຜນ ແຕ່ມູນຄ່າການຜະລິດຫັດຖະກຳ ແລະ ການຂຸດຄົ້ນແຮ່ທາດຕ່າງໆມີທ່າອ່ຽງທີ່ຂະຫຍາຍຕົວຊ້າ ແລະ ຄາດວ່າຈະບໍ່ບັນລຸ; ຂະແໜງບໍລິການຂະຫຍາຍຕົວໃນລະດັບ 6,9%, ກວມເອົາ 36,7% ເຖິງວ່າການບໍລິການຂາຍຍົກ-ຂາຍຍ່ອຍ, ການຈາລະຈອນສິນຄ້າ ແລະ ການຂົນສົ່ງໂດຍສານຂະຫຍາຍຕົວດີ. ເຖິງຢ່າງໃດກໍຕາມ ດ້ານຂະແໜງບໍລິການໂຮງແຮມ-ຮ້ານອາຫານ ຕິດພັນກັບການທ່ອງທ່ຽວມີທ່າອ່ຽງທີ່ຂະຫຍາຍຕົວຊ້າ.

ສຳລັບປີ 2027 ທີ່ຈະມາເຖິງນີ້, ນະຄອນຫຼວງວຽງຈັນ ຈະສຸມໃສ່ສ້າງຄວາມເຂັ້ມແຂງດ້ານເສດຖະກິດໃຫ້ເພີ່ມຂຶ້ນ ເພື່ອຮອງຮັບຄວາມຜັນຜວນຈາກພາຍນອກ ດ້ວຍການຍູ້ແຮງການຂະຫຍາຍຕົວເສດຖະກິດຕາມທິດວ່ອງໄວ, ມີຄຸນນະພາບ ແລະ ຍືນຍົງ, ນຳໃຊ້ທຸກທ່າແຮງບົ່ມຊ້ອນຢ່າງມີປະສິດທິຜົນ, ສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການສົ່ງອອກໃຫ້ເພີ່ມຂຶ້ນ, ເພີ່ມທະວີດຶງດູດການລົງທຶນໂດຍກົງຈາກຕ່າງປະເທດທີ່ມີຄຸນນະພາບ ແລະ ນຳໃຊ້ໂອກາດຈາກການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ເພື່ອຂັບເຄື່ອນການປ່ຽນແປງໂຄງສ້າງເສດຖະກິດໃຫ້ຍືນຍົງ, ລວມທັງການພັດທະນາຊັບພະຍາກອນມະນຸດ, ການຍົກລະດັບຄວາມສາມາດແຂ່ງຂັນຂອງພາກເອກະຊົນພາຍໃນ ແລະ ປົກປັກຮັກສາວັດທະນະທຳ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ. ພ້ອມນີ້, ຍັງຈະສຸມໃສ່ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນຳໃຊ້ທຸກທ່າແຮງບົ່ມຊ້ອນ ເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ, ໝັ້ນທ່ຽງ ແລະ ຍືນຍົງ.

ຂ່າວ: ທະນູທອງ; ພາບ: ນາງອົ້ນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພະຫັດ 12 ພະຈິກ 2026 · ຂຶ້ນ 3 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່