ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 10:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

ໂດຍ Mahaxan
· 21 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII
ADadvertisement
ADadvertisement
ADadvertisement

ພາຍໃຕ້ການເປັນປະທານຂອງສະຫາຍ ເພັດ  ພົມພີພັກ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ສະຫາຍ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ແລະ ພະນັກງານອາວຸໂສ-ບຳນານ, ຜູ້ແທນສົມບູນເຂົ້າຮ່ວມ 172 ສະຫາຍ, ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ ທັງໝົດ 302 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້, ເປັນເຫດການສຳຄັນທາງການເມືອງ ຂອງອົງຄະນະພັກຫ້ອງວ່າການສູນກາງພັກ ທີ່ຈະໄດ້ຕີລາຄາຜົນງານ, ຂໍ້ຄົງຄ້າງ ແລະ ບົດຮຽນຈາກການນຳພາ-ຊີ້ນຳໃນໄລຍະ 5 ປີຜ່ານມາ; ກຳນົດທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມໃນໄລຍະ 5 ປີຕໍ່ໜ້າ ໃຫ້ມີຄວາມສອດຄ່ອງກັບໜ້າທ່ີການເມືອງຂອງຫ້ອງວ່າການສູນກາງພັກ ໃນການເປັນເສນາທິການຊ່ວຍສູນກາງພັກໃຫ້ສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່