ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 11:51ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສານປະຊາຊົນແຂວງບໍ່ແກ້ວ ຕັດສິນປະຫານຊີວິດຈຳເລີຍ 3 ຄົນ ແລະ ຄົນຕ່າງປະເທດອີກ 3 ຄົນຈຳຄຸກຕະຫຼອດຊີວິດ ໃນຂໍ້ຫາຄ້າຢາເສບຕິດ (ຢາບ້າ)

ໂດຍ Jenjila
· 19 ນາທີ ກ່ອນອ່ານ 5 ນາທີ3 ຄັ້ງ
ສານປະຊາຊົນແຂວງບໍ່ແກ້ວ ຕັດສິນປະຫານຊີວິດຈຳເລີຍ 3 ຄົນ ແລະ ຄົນຕ່າງປະເທດອີກ 3 ຄົນຈຳຄຸກຕະຫຼອດຊີວິດ ໃນຂໍ້ຫາຄ້າຢາເສບຕິດ (ຢາບ້າ)
ADadvertisement
ADadvertisement
ADadvertisement

ໃນວັນທີ 12 ພະຈິກ 2026, ເວລາ 9 ໂມງ 35 ນາທີ, ຢູ່ທີ່ຫ້ອງປະຊຸມສານ ຂອງສານປະຊາຊົນແຂວງ ບໍ່ແກ້ວ.

ຄະນະສານອາຍາ ຂັ້ນຕົ້ນ ຂອງສານປະຊາຊົນແຂວງ ບໍ່ແກ້ວ ໄດ້ນໍາຄະດີທີ່ກ່ຽວພັນກັບຢາເສບຕິດທີ່ກົດໝາຍກຳນົດອັດຕາການລົງໂທດທີ່ສູງ ອອກມາພິຈາລະນາຈໍານວນ 3 ເລື່ອງ, ມີຈໍາເລີຍ 6 ຄົນ ເປັນຄົນຕ່າງປະເທດ 3 ຄົນ, ເຊິ່ງໃນຈໍານວນຄະດີ 3 ເລື່ອງ ທີ່ກ່າວມານີ້ມີໂທດປະຫານຊີວິດ ຈໍານວນ 2 ເລື່ອງ ແລະ ໂທດຕະຫຼອດຊີວິດ 1 ເລື່ອງ. ມີລາຍລະອຽດໂດຍຫຍໍ້ດັ່ງນີ້:

ສານປະຊາຊົນແຂວງບໍ່ແກ້ວ ຕັດສິນປະຫານຊີວິດຈຳເລີຍ 3 ຄົນ ແລະ ຄົນຕ່າງປະເທດອີກ 3 ຄົນຈຳຄຸກຕະຫຼອດຊີວິດ ໃນຂໍ້ຫາຄ້າຢາເສບຕິດ (ຢາບ້າ)

1. ສໍານວນຄະດີອາຍາ ເລກທີ 338/ຂຕ.ອ, ລົງວັນທີ 16 ຕຸລາ 2026 ລະຫວ່າງ:

  • ຫົວໜ້າອົງການໄອຍະການປະຊາຊົນແຂວງ ບໍ່ແກ້ວ (ໂຈດ);
  • ທ້າວ ນະວິໄຊ ຈະເຍ້ຍຢີ ອາຍຸ 28 ປີ, ອາຊີບ ຂັບລົດ, ສັນຊາດ ລາວ, ຊົນເຜົ່າ ມົ້ງ, ປັດຈຸບັນຢູ່ບ້ານ ກູຫຼົງ, ເມືອງ ນາໝໍ້, ແຂວງ ອຸດົມໄຊ (ຈໍາເລີຍ1);
  • ທ້າວ ບີຊົງ ຈົງລີ ອາຍຸ 23 ປີ, ອາຊີບ ຂັບລົດ, ສັນຊາດ ລາວ, ຊົນເຜົ່າ ມົ້ງ, ປັດຈຸບັນຢູ່ບ້ານ ຢ້າວໃຫ່ຍ, ເມືອງ ໄຊ, ແຂວງ ອຸດົມໄຊ (ຈໍາເລີຍ2);

ໂດຍມີ ທະນາຍຄວາມ ເປັນຜູ້ປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດໝາຍໃຫ້ແກ່ ຈໍາເລີຍ1 ແລະ ຈໍາເລີຍ2;

ພວກຈໍາເລີຍ ທັງ2 ຖືກຫາວ່າ: ຂົນສົ່ງຢາເສບຕິດ (ປະເພດ ຢາບ້າ); ຖືກກັກຕົວ: ວັນທີ 3 ກໍລະກົດ 2025; ສະຖານທີ່ກັກຂັງ: ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ບໍ່ແກ້ວ.

ຜ່ານການພິຈາລະນາຂໍ້ມູນຫຼັກຖານ ຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວ ຄະນະສານອາຍາ ຂັ້ນຕັ້ນ ຂອງສານປະຊາຊົນແຂວງ ບໍ່ແກ້ວ ຈຶ່ງໄດ້ຕັດສິນຕໍ່ໜ້າປະຊາຊົນ ໂດຍຊ້ອງໜ້າໂຈດ, ທະນາຍຄວາມ ແລະ ພວກຈໍາເລີຍ ທັງ 2 ຄົນ ບອກວ່າ: ທ້າວ ນະວິໄຊ ຈະເຍ້ຍຢີ (ຈໍາເລີຍ1) ແລະ ທ້າວ ບີຊົງ ຈົງລີ (ຈໍາເລີຍ2) ມີຄວາມຜິດທາງອາຍາຕາມມາດຕາ 315ວັກ ສີ່ ໃນສະຖານ ຄະຣຸໂທດ ໃນຂໍ້ກ່າວຫາ ຂົນສົ່ງຢາເສບຕິດ (ປະເພດ ຢາບ້າ); ລົງໂທດ ທ້າວ ນະວິໄຊ ຈະເຍ້ຍຢີ (ຈໍາເລີຍ1) ແລະ ທ້າວ ບີຊົງ ຈິງລີ (ຈໍາເລີຍ2) ປະຫານຊີວິດ; ຮິບ ຂອງກາງຢາເສບຕິດ (ປະເພດ ຢາບ້າ) ຈໍານວນ ສອງຮ້ອຍເຈັດສິບເຈັດ (277) ມັດ ມີນໍ້າໜັກເທົ່າ ກັບ ຫ້າສິບຫ້າຈຸດສີ່ (55,4) ກິໂລກຣາມ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງນໍາໄປທໍາລາຍຖິ້ມ; ຮິບ ໂທລະສັບຍີ່ຫໍ້ iPhone ສີທອງ ໜຶ່ງ (1) ໜ່ວຍ, ລົດເມ HYUNDAI ສີຂາວ ໝາຍເລກທະບຽນ ຍກ 0513 ອຸດົມໄຊ ເຂົ້າເປັນຂອງລັດ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງຄຸ້ມຄອງຕາມລະບຽບການ; ຮິບ ທີ່ດິນ ໜຶ່ງ (1) ຕອນ ມີຫ້ອງແຖວ ສາມ (3) ຫ້ອງ ແລະ ຫ້ອງເກັບເຄື່ອງ ສອງ (2) ຫ້ອງ ເຂົ້າເປັນຂອງລັດ ແລ້ວມອບໃຫ້ ພາກສ່ວນກ່ຽວຂ້ອງຄຸ້ມຄອງຕາມລະບຽບການ. ສົ່ງ ໂທລະສັບ ຍີ່ຫໍ້ Oppo ສີເທົາ ໜຶ່ງ (1) ໜ່ວຍ ຄືນໃຫ້ແກ້ ຈໍາເລີຍ1. ຍົກເວັ້ນ ຄ່າທໍານຽມສານ ແລະ ຄ່າເອກະສານຕ່າງໆ ຈຳນວນ 800.000 ກີບ ໃຫ້ແກ່ ພວກຈຳເລີຍ;

2. ສໍານວນຄະດີອາຍາ ເລກທີ 279/ຂດ.ອ, ລົງວັນທີ 16 ກັນຍາ 2026 ລະຫວ່າງ:

  • ຫົວໜ້າອົງການໄອຍະການປະຊາຊົນແຂວງ ບໍ່ແກ້ວ (ໂຈດ);
  • ທ້າວ ຂັນຄຳ ກົງທອງ, ອາຍຸ 44 ປີ, ອາຊີບ ພະນັກງານຄູ, ສັນຊາດ ລາວ, ຊົນເຜົ່າ ລື້, ຢູ່ບ້ານ ຜາຂາວ, ເມືອງ ເມິງ, ແຂວງ ບໍ່ແກ້ວ (ຈໍາເລີຍ).

ໂດຍມີ ທະນາຍຄວາມ ເປັນຜູ້ປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດໝາຍໃຫ້ແກ່ ຈໍາເລີຍ.

ຈໍາເລີຍຖືກຫາວ່າ: ການມີຢາເສບຕິດໄວ້ໃນຄອບຄອງ (ປະເພດ ຢາບ້າ); ຖືກກັກຕົວ ຫຼື ຈັບຕົວ: ວັນທີ 23 ກຸມພາ 2024; ສະຖານທີ່ກັກຂັງ: ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ບໍ່ແກ້ວ.

ຈໍາເລີຍ ຖືກຫາວ່າ: ການມີຢາເສບຕິດໄວ້ໃນຄອບຄອງ (ປະເພດ ຢາບ້າ); ຖືກກັກຕົວ ຫຼື ຈັບຕົວ: ວັນທີ 23 ກຸມພາ 2024; ສະຖານທີ່ກັກຂັງ: ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ບໍ່ແກ້ວ.

ຜ່ານການພິຈາລະນາຂໍ້ມູນຫຼັກຖານ ຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວ ຄະນະສານອາຍາ ຂັ້ນຕັ້ນ ຂອງສານປະຊາຊົນແຂວງ ບໍ່ແກ້ວ ຈຶ່ງໄດ້ຕັດສິນຕໍ່ໜ້າປະຊາຊົນ ໂດຍຊ້ອງໜ້າ ໂຈດ, ທະນາຍຄວາມ ແລະ ຈໍາເລີຍ ບອກວ່າ:

ທ້າວ ຂັນຄໍາ ກົງທອງ (ຈໍາເລີຍ) ມີຄວາມຜິດທາງອາຍາ ໃນສະຖານຄະຣຸໂທດ ຕາມມາດຕາ 315 ວັກ ສີ່ ໃນຂໍ້ກ່າວຫາ ມີຢາເສບຕິດ ໄວ້ໃນຄອບຄອງ ( ປະເພດຢາບ້າ); ລົງໂທດ ທ້າວ ຂັນຄໍາ ກິງທອງ (ຈໍາເລີຍ) ປະຫານຊີວິດ; ຮິບ ຂອງກາງຢາເສບຕິດ (ປະເພດຢາບ້າ) ຈໍານວນ ສິບ (10) ແພັກ ມີນໍ້າໜັກ ສິບ (10) ກິໂລກຣາມ ແລ້ວນໍາໄປ ທໍາລາຍຖິ້ມ; ສົ່ງ ໂທລະສັບມືຖື ຍີ່ຫໍ້ Oppo ສີດໍາ ໜຶ່ງ (1) ໜ່ວຍ ຄືນໃຫ້ແກ່ ຈໍາເລີຍ. ຍົກເວັ້ນຄ່າທໍານຽມສານ ທັງໝົດໃຫ້ແກ່ ຈໍາເລີຍ;

3. ສໍານວນຄະດີ ອາຍາ ເລກທີ 353/ຂຕ.ອ. ລົງວັນທີ 30 ກັນຍາ 2026 ລະຫວ່າງ:

  • ຫົວໜ້າອົງການໄອຍະການປະຊາຊົນແຂວງ ບໍ່ແກ້ວ (ໂຈດ);
  • ທ້າວ ອາຫຼິງ, ອາຍຸ 29 ປີ, ອາຊີບ (ບໍ່ມີ), ສັນຊາດ ມຽນມາ, ຢູ່ບ້ານ ຊຳໄຊ, ເມືອງ ທ່າຂີ້ເຫຼັກ, ແຂວງ ຈິງຕົງ, ມາພັກເຊົ່າຢູ່ບ້ານ ພຽງງາມ, ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ (ຈໍາເລີຍ 1);
  • ທ້າວ ອາຊວນ, ອາຍຸ 33 ປີ, ອາຊີບ (ບໍມີ), ສັນຊາດ ມຽນມາ, ຢູ່ບ້ານ ປາແລ້ງ, ເມືອງ ທ່າຂີ້ເຫຼັກ, ແຂວງ ຈິງຕົງ, ມາພັກເຊົ່າຢູ່ບ້ານ ພຽງງາມ, ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ (ຈໍາເລີຍ 2);
  • ທ້າວ ຫຼິງຫຼິງ, ອາຍຸ 37 ປີ, ອາຊີບ (ບໍມີ), ສັນຊາດ ມຽນມາ, ຢູ່ບ້ານ ຕອງຈີ, ແຂວງ ຕອງຈີ, ມາພັກເຊົ່າຢູ່ບ້ານ ພຽງງາມ, ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ( ຈໍາເລີຍ 3);

ໂດຍມີ ຜູ້ແປພາສາທີ່ຖືກແຕ່ງຕັ້ງ ເຂົ້າຮ່ວມຕາມກົດໝາຍ ເປັນຜູ້ແປພາສາ;

ພວກຈໍາເລີຍ 1-2 ຖືກຫາວ່າ: ມີຢາເສບຕິດໄວ້ໃນຄອບຄອງ (ຢາບ້າ) ແລະ ຈໍາເລີຍ 3 ຄ້າຂາຍຢາເສບຕິດ (ຢາບ້າ); ຖືກຈັບຕົວ: ວັນທີ 20 ມັງກອນ 2026; ສະຖານທີ່ກັກຂັງ: ຄ້າຍຄຸມຂັງ-ດັດສ້າງ ແຂວງບໍ່ແກ້ວ.

ຜ່ານການພິຈາລະນາຂໍ້ມູນຫຼັກຖານ ຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວ ຄະນະສານອາຍາ ຂັ້ນຕັ້ນ ຂອງສານປະຊາຊົນແຂວງ ບໍ່ແກ້ວ ຈຶ່ງໄດ້ຕັດສິນຕໍ່ໜ້າປະຊາຊົນ ໂດຍຊ້ອງໜ້າ ໂຈດ ແລະ ພວກຈໍາເລີຍ ບອກວ່າ: ທ້າວ ອາຫຼິງ (ຈໍາເລີຍ1) ແລະ ທ້າວ ອາຊວນ (ຈໍາເລີຍ2) ມີຄວາມຜິດທາງອາຍາໃນສະຖານ ຄະຣຸໂທດ ຕາມມາດຕາ 315 ວັກ ສາມ ຂໍ້ກ່າວຫາ ມີຢາເສບຕິດໄວ້ໃນຄອບຄອງ (ຢາບ້າ) ແລະ ທ້າວ ຫຼິງຫຼິງ (ຈໍາເລີຍ3) ຂໍ້ກ່າວຫາ ຄ້າຂາຍຢາເສບຕິດ (ຢາບ້າ);

ລົງໂທດຕັດອິດສະລະພາບ ຈໍາເລີຍ1, ຈໍາເລີຍ2 ແລະ ຈຳເລີຍ3 ຕະຫຼອດຊີວິດ ແລະ ປັບໃໝ ຜູ້ລະ 500,000,000 ກີບ; ຮິບ ຂອງກາງຢາບ້າ ຈຳນວນ ສີ່ສິບຫ້າ (45) ຖົງນ້ອຍ ກັບ ສອງ (2) ເມັດ ລວມກັນເທົ່າກັບ ເກົ້າສິບພັນ ສອງ (90,002) ເມັດ, ມີນໍ້າໜັກ ເຈັດຮ້ອຍແປດສິບເກົ້າຈຸດເກົ້າສິບເກົ້າ (789,99) ກຣາມ ແລ້ວນໍາໄປທໍາລາຍຖິ້ມ; ຮິບ ໂທລະສັບ iPhone ສີດໍາ ໜຶ່ງ ໜ່ວຍ, ໂທລະສັບ Vivo ສີຟ້າ ໜຶ່ງ (1) ໜ່ວຍ, ໂທລະສັບ iPhone ສີຂາວ ໜຶ່ງ (1) ໜ່ວຍ ແລະ ລົດຈັກເວບ ຈີນ ສີດໍາ ໜຶ່ງ (1) ຄັນ ເປັນຂອງລັດ; ສົ່ງ ໂທລະສັບ Oppo ສີດໍາ ໜຶ່ງ (1) ໜ່ວຍ ຄືນໃຫ້ແກ່ ທ້າວ ຫຼິງຫຼິງ (ຈໍາເລີຍ3); ໃຫ້ ພວກຈຳເລີຍ ຈ່າຍເງິນຄ່າທໍານຽມສານ ຜູ້ລະ 500,000 ກີບ ໃຫ້ແກ່ລັດ;

ສະຫຼຸບສັງລວມແລ້ວການນໍາຄະດີອາຍາທັງສາມເລື່ອງອອກມາຕັດສິນ ຕໍ່ໜ້າປະຊາຊົນໃນຄັ້ງນີ້ແມ່ນເພື່ອໃຫ້ສັງຄົມ ຮັບຮູ້, ເຂົ້າໃຈເຖິງຄວາມເປັນອັນຕະລາຍຂອງການກະທຳຜິດ, ເຫັນໄດ້ເຖິງຄວາມສັກສິດ ແລະ ຄວາມຍຸຕິທໍາຂອງກົດໝາຍ ສປປ ລາວ.

ພາບ-ຂ່າວ: ສານປະຊາຊົນແຂວງ ບໍ່ແກ້ວ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່