
ກຳປູເຈຍ ສົ່ງອອກເສື້ອຜ້າ-ເກີບ-ເຄື່ອງໃຊ້ ໃນການເດີນທາງ ເພີ່ມຂຶ້ນ 1,44 ໝື່ນລ້ານໂດລາ
ໂດຍ Mahaxan
· 17 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:57

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນນີ້, ກົມພາສີ ຂອງ ກຳປູເຈຍ ໄດ້ເປີດເຜີຍ ວ່າ:ຍອດການສົ່ງອອກເສື້ອຜ້າ ສຳເລັດຮູບ, ແຜ່ນແພ, ເກີບ ແລະ ເຄື່ອງໃຊ້ ໃນການ ເດີນທາງ ຂອງ ກຳປູເຈຍ ໄດ້ປັບຕົວສູງຂຶ້ນ 7,4% ໃນໄລຍະ 10 ເດືອນທຳອິດ ຂອງ ປີ 2026.
ກຳປູເຈຍ ກວມເອົາ ມູນຄ່າການສົ່ງອອກ ສິນຄ້າ ດັ່ງກ່າວ ລວມທັງໝົດ 1.44 ໝື່ນລ້ານ ໂດລາ ສະຫະລັດ ໃນໄລຍະ ເດືອນມັງກອນ-ເດືອນຕຸລາ ຂອງ ປີນີ້ ເພີ່ມຂຶ້ນ ຈາກ 1,34 ໝື່ນລ້ານ ໂດລາ ສະຫະລັດ ເມື່ອທຽບໃສ່ໄລຍະດຽວກັນ ຂອງ ປີຜ່ານມາ. ນອກຈາກນີ້, ພາກສ່ວນ ການຜະລິດ ທີ່ສຳຄັນນີ້ ເປັນ ແຫລ່ງລາຍຮັບ ເງິນຕາ ຕ່າງປະເທດ ອັນດັບໜຶ່ງ ຂອງ ກຳປູເຈຍ ໂດຍກວມເອົາ 48% ຂອງ ຍອດການສົ່ງອອກ ທັງໝົດຂອງປະເທດ./
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/26263
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່







