ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 10:27ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ງົດງາມ ແລະ ປະທັບໃຈ! ງານສະແດງສິລະປະ ເຊື່ອມໂຍງວົງຄະນາຍາດ ສານສຳພັນມິດຕະພາບ ຫວຽດນາມ-ລາວ

ໂດຍ kaling
· 46 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
ງົດງາມ ແລະ ປະທັບໃຈ! ງານສະແດງສິລະປະ ເຊື່ອມໂຍງວົງຄະນາຍາດ ສານສຳພັນມິດຕະພາບ ຫວຽດນາມ-ລາວ
ADadvertisement
ADadvertisement
ADadvertisement

ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ສົມທົບກັບຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາອົງການ ແລະ ໜ່ວຍງານທີ່ກ່ຽວຂ້ອງ ຈັດງານສະແດງສິລະປະ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງວົງຄະນາຍາດ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ – ລາວ” ໃນວັນທີ 21 ພະຈິກ 2026 ຢູ່ຫໍວັດທະນະທຳແຫ່ງຊາດ ໃນໂອກາດສະເຫລີມສະຫລອງວັນຊາດ ສປປ ລາວ ຄົບຮອບ 51 ປີ (02/12/1975-02/12/2026), ສະເຫລີມສະຫລອງວັນມະຫາສາມັກຄີທົ່ວປວງຊົນທັງຊາດ, ວັນວັດທະນະທຳຫວຽດນາມ ແລະ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ – ລາວ ຄົບຮອບ 50 ປີ ໃນປີ 2027 ໂດຍມີທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີຊາວຫວຽດນາມອາໄສຢູ່ລາວ, ຕາງໜ້າຈາກກະຊວງການຕ່າງປະເທດ ພ້ອມດ້ວຍບັນດາອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ງົດງາມ ແລະ ປະທັບໃຈ! ງານສະແດງສິລະປະ ເຊື່ອມໂຍງວົງຄະນາຍາດ ສານສຳພັນມິດຕະພາບ ຫວຽດນາມ-ລາວ

ການຈັດກິດຈະກຳຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ບັນດາອົງການຕາງໜ້າຫວຽດນາມ ຕໍ່ກັບການດໍາລົງຊີວິດຂອງຊາວຫວຽດນາມທີ່ອາໄສຢູ່ລາວ. ພ້ອມກັນນັ້ນ, ຍັງເປັນການປະກອບສ່ວນຜັນຂະຫຍາຍແນວທາງນະໂຍບາຍກ່ຽວກັບວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດ. ໃນງານຄັ້ງນີ້ ມີນັກສິລະປິນມືອາຊີບທີ່ມາຈາກໂຮງລະຄອນຊາວໜຸ່ມຫວຽດນາມ ມາຮ່ວມສະແດງ ໂດຍໄດ້ນຳເອົາບັນດາລາຍການສະແດງຮ້ອງເພງ ແລະ ຟ້ອນທີ່ໂດດເດັ່ນມາສູ່ຜູ້ຊົມ ຊຶ່ງເປັນການຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ປະເທດຊາດ, ຄົນຫວຽດນາມ, ມູນເຊື້ອວັດທະນະທຳຂອງຊາດ ແລະ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນຍຸດທະສາດ ຫວຽດນາມ-ລາວ, ຫວຽດນາມ-ລາວ.

ງົດງາມ ແລະ ປະທັບໃຈ! ງານສະແດງສິລະປະ ເຊື່ອມໂຍງວົງຄະນາຍາດ ສານສຳພັນມິດຕະພາບ ຫວຽດນາມ-ລາວ · ຮູບທີ 2

ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ສືບຕໍ່ເສີມຂະຫຍາຍບົດບາດຫລັກແຫລ່ງໃນວຽກງານການເຕົ້າໂຮມ, ຂົນຂວາຍ ແລະ ເຊື່ອມໂຍງວົງຄະນາຍາດ; ສ້າງເງື່ອນໄຂໃຫ້ພໍ່ແມ່ພີ່ນ້ອງຊາວຫວຽດນາມຕ່າງດ້າວໄດ້ພົບປະ, ແລກປ່ຽນ, ແບ່ງປັນຄວາມຮູ້ສຶກ, ເພີ່ມທະວີຄວາມຜູກພັນກັບບ້ານເກີດເມືອງນອນ, ປະເທດຊາດ ແລະ ກັບບັນດາອົງການຕາງໜ້າຫວຽດນາມ ປະຈຳລາວ ແລະ ການນຳເອົາລາຍການສະແດງສິລະປະຈາກພາຍໃນປະເທດມາຮັບໃຊ້ວົງຄະນາຍາດ ຍັງເປັນການປະກອບສ່ວນຕອບສະໜອງຄວາມຕ້ອງການດ້ານການຊົມໃຊ້ວັດທະນະທຳ, ຮັກສາພາສາຫວຽດນາມ, ເອກະລັກທາງວັດທະນະທຳ ແລະ ບຳລຸງສ້າງນ້ຳໃຈທີ່ອວ່າຍໜ້າສູ່ກົກເຄົ້າເຫງົ້າກໍໃນວົງຄະນາຍາດຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ.

ງົດງາມ ແລະ ປະທັບໃຈ! ງານສະແດງສິລະປະ ເຊື່ອມໂຍງວົງຄະນາຍາດ ສານສຳພັນມິດຕະພາບ ຫວຽດນາມ-ລາວ · ຮູບທີ 3

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດໄລຟ໌ສະໄຕລ໌
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່