ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 11:24ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໄຟໄໝ້ໂຮງງານຜະລິດເຂົ້າໜົມ ແລະ ນ້ຳຕານ ທີ່ປະເທດອິນໂດເນເຊຍ ເສຍຊີວິດແລ້ວ 3 ຄົນ ສູນຫາຍ 36 ຄົນ ເຈົ້າໜ້າທີ່ເລັ່ງຄົ້ນຫາ

ໂດຍ Jenjila
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ7 ຄັ້ງ
ໄຟໄໝ້ໂຮງງານຜະລິດເຂົ້າໜົມ ແລະ ນ້ຳຕານ ທີ່ປະເທດອິນໂດເນເຊຍ ເສຍຊີວິດແລ້ວ 3 ຄົນ ສູນຫາຍ 36 ຄົນ ເຈົ້າໜ້າທີ່ເລັ່ງຄົ້ນຫາ
ADadvertisement
ADadvertisement
ADadvertisement

ໃນວັນທີ 21 ພະຈິກ 2026 ເວລາປະມານ 17:00 ໂມງ (ເວລາທ້ອງຖິ່ນອິນໂດເນເຊຍ) ເຫດໄຟໄໝ້ດັ່ງກ່າວເກີດຂຶ້ນທີ່ໂຮງງານຜະລິດເຂົ້າໜົມ ແລະ ຜະລິດຕະພັນນ້ຳຕານ ໃນເມືອງເຊຣັງ (Serang) ທາງຕາເວັນຕົກຂອງກຸງຈາກາຕາ ປະເທດອິນໂດເນເຊຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ສູນຫາຍອີກ 36 ຄົນ ຂະນະທີ່ໄຟຍັງຄົງລຸກໄໝ້ຢູ່ບາງຈຸດຂອງໂຮງງານ ເຮັດໃຫ້ການຄົ້ນຫາຜູ້ສູນຫາຍເປັນໄປດ້ວຍຄວາມຫຍຸ້ງຍາກ.

ໄຟໄໝ້ໂຮງງານຜະລິດເຂົ້າໜົມ ແລະ ນ້ຳຕານ ທີ່ປະເທດອິນໂດເນເຊຍ ເສຍຊີວິດແລ້ວ 3 ຄົນ ສູນຫາຍ 36 ຄົນ ເຈົ້າໜ້າທີ່ເລັ່ງຄົ້ນຫາ

ທ່ານ ຣິສກີ ດວີອັນໂຕ (Rizki Dwianto) ເຈົ້າໜ້າທີ່ໜ່ວຍງານຄົ້ນຫາ ແລະ ກູ້ໄພທ້ອງຖິ່ນ ເປີດເຜີຍວ່າ ມີຜູ້ໄດ້ຮັບບາດເຈັບ 4 ຄົນ ແລະ ຖືກນຳສົ່ງໄປໂຮງໝໍ ແລະ ຄລີນິກໃກ້ຄຽງ ຫຼັງເກີດເຫດໄຟໄໝ້ໃນວັນເສົາຜ່ານມາ.

ໂຮງງານຟອນູຊາ ອາກຸງ ມູເລຍ (Fonusa Agung Mulia) ຕັ້ງຢູ່ເຂດເຊຣັງ ຫ່າງຈາກກຸງຈາກາຕາປະມານ 50 ກິໂລແມັດ ໂດຍເຫດໄຟໄໝ້ເກີດຂຶ້ນໃນຊ່ວງບ່າຍວັນເສົາຜ່ານມາ ຕາມລາຍງານຂອງໜ່ວຍງານຄົ້ນຫາ ແລະ ກູ້ໄພທ້ອງຖິ່ນ.ພາບຂ່າວທາງໂທລະພາບທີ່ບັນທຶກໄວ້ໃນຊ່ວງກາງຄືນ ເຜີຍໃຫ້ເຫັນແປວໄຟກຳລັງລຸກໄໝ້ຕາມຈຸດຕ່າງໆຂອງໂຮງງານ ພ້ອມທັງມີບາງສ່ວນຂອງຫຼັງຄາອາຄານພັງຖະຫຼົ່ມລົງມາແລ້ວ.

ໄຟໄໝ້ໂຮງງານຜະລິດເຂົ້າໜົມ ແລະ ນ້ຳຕານ ທີ່ປະເທດອິນໂດເນເຊຍ ເສຍຊີວິດແລ້ວ 3 ຄົນ ສູນຫາຍ 36 ຄົນ ເຈົ້າໜ້າທີ່ເລັ່ງຄົ້ນຫາ · ຮູບທີ 2

ເຈົ້າໜ້າທີ່ລະບຸວ່າ ໃນວັນອາທິດຍັງມີໄຟລຸກໄໝ້ຢູ່ບາງຈຸດຂອງໂຮງງານ ເຮັດໃຫ້ການຄົ້ນຫາຜູ້ສູນຫາຍທັງ 36 ຄົນເປັນໄປຢ່າງຫຍຸ້ງຍາກ. ຂະນະທີ່ທີມງານຄົ້ນຫາ ແລະ ກູ້ໄພຈາກຫຼາຍໜ່ວຍງານ ກຳລັງເລັ່ງປະຕິບັດການຢ່າງເຕັມກຳລັງ ໂດຍໃຫ້ຄວາມສຳຄັນຕໍ່ຄວາມປອດໄພຂອງເຈົ້າໜ້າທີ່ທີ່ປະຕິບັດງານຢູ່ໃນພື້ນທີ່.

ສ່ວນໜ່ວຍງານຈັດການໄພພິບັດທ້ອງຖິ່ນເລັ່ງກວດສອບສາເຫດຂອງເຫດໄຟໄໝ້ຄັ້ງນີ້ ຍັງຢູ່ໃນລະຫວ່າງການສືບສວນ.

ທີ່ມາຂ່າວ: channelnewsasia

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່