ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 04:34ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ສີ ຈິ້ນຜິງ ໄດ້ຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຮ່ວມມືໃນອາຊີ-ປາຊີຟິກ

ໂດຍ Mahaxan
· 31 ນາທີ ກ່ອນອ່ານ 2 ນາທີ2 ຄັ້ງ
ທ່ານ ສີ ຈິ້ນຜິງ ໄດ້ຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຮ່ວມມືໃນອາຊີ-ປາຊີຟິກ
ADadvertisement
ADadvertisement
ADadvertisement

   ວິທະຍຸ ໂທລະພາບສູນກາງຈີນ, ​ຄຳ​ປາ​ໄສ​ສຳ​ຄັນ​ຂອງ​ ທ່ານ ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນທີ່​ກ່າວ​ ໃນ​ກອງ​ປະ​ຊຸມ​ ສຸດຍອດ​​ ອຸດ​ສາ​ຫະ​ກຳ​ການ​ຄ້າ ​ອົງ​ການ​ຮ່ວມ​ມື ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກຫລື APEC ແລະ ກອງ​ປະ​ຊຸມ ​ບໍ່​ເປັນ​ທາງ​ການ​ ຂອງ​ຜູ້​ນຳ APEC ໄດ້​​ຊີ້​ທິດ​ທາງ​​ທີ່ຖືກ​ຕ້ອງ​​ ໃຫ້ແກ່​ ການ​ຮ່ວມ​ມື​ ໃນ​ອາ​ຊີ-ປາ​ຊີ​ຟິກ, ຈະ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ ໃຫ້ເລິກເຊິ່ງກວ່າເກົ່າ ແລະເປັນຮູບປະທຳກວ່າເກົ່າ. ທ່ານ​ ນາງ ນີ​ໂກ ວອງເຈົ້າ​ໜ້າ​ທີ່​ພິ​ເສດ​ ຂອງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ມາ​ເລ​ເຊຍ ໄດ້ກ່າວ​ວ່າ:ສິ່ງ​ທີ່​ເຮັດ​ໃຫ້ ​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ທີ່​ສຸດ​ ຄືວິ​ໄສ​ທັດ​ອັນ​ມະ​ໂຫລານ ​ກ່ຽວ​ກັບ ການ​ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ ​ທີ່​ສະ​ເໜີ​ໂດ​ຍ​ ທ່ານສີ ​ຈິ້ນ​ຜິງ. ທ່ານ ສີ ​ຈິ້ນ​ຜິງ ໄດ້ສະ​ເໜີ ​​ໃຫ້​ຮ່ວມ​ກັນ​ສ້າງ “4 ​ຂື່ 8 ເສົາ” ຂອງ​ປະ​ຊາ​ຄົມ ​ອາ​ຊີ-ປາ​ຊີ​ຟິກ ​​ແມ່ນແຜນ​ການ​ທີ່​ເປັນ​ລະ​ບົບ, ຈະ​ຫັນ​ວິ​ໄສ​ທັດ ​ແຫ່ງ​ປະ​ຊາ​ຄົມ ​ອາ​ຊີ-ປາ​ຊີ​ຟິກ​ ໃຫ້ກາຍ​ ເປັນ​ການ​ກະ​ທຳ​ຕົວ​ຈິງ​ ໃນ​ພາກ​ພື້ນ. ທ່ານ ​ປິ​ຕິ ສີ​ແສງ​ນາມຫົວ​ໜ້າ​ສູນ​ຄົ້ນ​ຄວ້າ ​ເສ​ດ​ຖະ​ກິດ​ສາ​ກົນ​ ມະ​ຫາ​ວິ​ທະ​ຍາ​ໄລ​ ຈຸ​ລາ​ລົງ​ກອນ​ໄທກ່າວ​ວ່າ: ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ APEC ພ້ອມ​ດ້ວຍ​ ກິດ​ຈະ​ກຳ​ຕ່າງໆທີ່​ກ່ຽວ​ຂ້ອງລວມ​ທັງ​ການ​ພົບ​ປະ​ຄັ້ງ​ທຳ​ອິດ ​ລະ​ຫວ່າງ ​ປະ​ມຸກ​ລັດ​​ຂອງ ສປ ຈີນ-ລັ​ເຊຍ-ສ.ອາ​ເມ​ລິກາ, ສາ​ມາດ​ເວົ້າ​ໄດ້​ວ່າ​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ ຂອງ​ສາຍ​ພົວ​ພັນ​ສາ​ກົນ​ ໃນ​ສະ​ຕະ​ວັດ​ທີ 21, ສປ ຈີນ ​ພວມ​ເສີມ​ຂະ​ຫຍາຍ​ບົດ​ບາດ ​ນຳ​ພາ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ.ພວກ​ເຮົາ​ ເຊື່ອ​ໝັ້ນ​ວ່າ:ພາຍ​ໃຕ້​ ສະ​ພາບ​ການ​ ທີ່​ມີ​ຄວາ​ມ​ຂັດ​ແຍ້ງ ແລະການ​ປະ​ທະ​ກັນ​ຕ່າງໆ​ປະ​ປົນ​ກັນ, ການ​ຊຸກ​ ຍູ້​ການ​ພັດ​ທະ​ນາ​ ຂອງ​ເສດ​ຖະ​ກິດແລະຍົກ​ສູງ​ລະ​ດັບ​ຊີ​ວິດ​ ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ​ ຈຶ່ງ​ແມ່ນ​ເລື່ອງ​ ທີ່​ສຳ​ຄັນ​ທີ່​ສຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່