ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 13:37ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເປີດບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2026 ຢ່າງເປັນທາງການ

ໂດຍ Mahaxan
· 17 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
ເປີດບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2026 ຢ່າງເປັນທາງການ
ADadvertisement
ADadvertisement
ADadvertisement

ໂດຍມີຫລາກຫລາຍກິດຈະກໍາສອດຄ່ອງກັບຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດລາວເຮົາ, ໃຫ້ກຽດເຂົ້າຮ່ວມເປີດງານ ໂດຍທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາພັກ, ລັດ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມແຂກຖືກເຊີນ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມ. ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ ໄດ້ຂຶ້ນມີຄຳເຫັນໂດຍຍົກໃຫ້ເຫັນປະຫວັດ, ຄວາມສຳຄັນຂອງພະທາດຫລວງວຽງຈັນ ຊຶ່ງເປັນປູຊະນີຍະສະຖານອັນສັກສິດ ແລະ ເປັນສັນຍະລັກອັນສຳຄັນຂອງຊາດລາວ ທີ່ມີຄຸນຄ່າທັງດ້ານສາສະໜາ, ປະຫວັດສາດ, ສິລະປະ ແລະ ສະຖາປັດຕະຍະກຳລ້ານຊ້າງ, ເປັນສູນລວມຈິດໃຈ ແລະ ສັດທາຂອງປະຊາຊົນລາວບັນດາເຜົ່າ. ການຈັດບຸນນະມັດສະການພະທາດຫລວງໃນແຕ່ລະປີມີຄວາມໝາຍສຳຄັນໃນການສືບສານ ແລະ ອະນຸລັກຮັກສາມໍລະດົກທາງວັດທະນະທຳ, ຮີດຄອງປະເພນີ ພ້ອມທັງເສີມສ້າງຄຸນຄ່າທາງຈິດໃຈ ແລະ ຄວາມສາມັກຄີຂອງຄົນລາວໃຫ້ຄົງຢູ່ຄູ່ຊາດຕະຫລອດໄປ. ສຳລັບກິດຈະກຳພາຍໃນງານປີນີ້ ປະກອບມີພິທີທາງສາສະໜາຕ່າງໆ ເຊັ່ນ: ການສູດປະລິຕະມຸງຄຸນ, ແຫ່ຜາສາດເຜິ້ງ, ໃສ່ບາດຖວາຍສັງຄະທານ, ແຂ່ງຂັນກິລາພື້ນບ້ານຕີຄີ, ພິທີວຽນທຽນ ແລະ ຈູດບັ້ງໄຟສັກກາລະບູຊາພະທາດຫລວງ. ນອກຈາກນີ້, ຍັງມີການສະແດງສິລະປະວັນນະຄະດີ, ການຟ້ອນ, ຂັບລຳ, ການສາຍຮູບເງົາກາງແປນ ແລະ ສາລະຄະດີທີ່ສະທ້ອນເຖິງວັດທະນະທຳ ແລະ ການທ່ອງທ່ຽວຂອງ ສປປ ລາວ. ນອກນັ້ນ, ຍັງມີກິດຈະກໍາອື່ນໆ ແລະ ມີການຄົບງັນຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາຕັ້ງແຕ່ບູຮານນະການ. 

ເປີດບຸນນະມັດສະການພະທາດຫລວງວຽງຈັນ ປະຈຳປີ 2026 ຢ່າງເປັນທາງການ

ສ່ວນງານວາງສະແດງສິນຄ້າ ໄດ້ຮວບຮວມເອົາຜະລິດຕະພັນພາຍໃນປະເທດ ໂດຍສະເພາະສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຂອງບັນດາເມືອງ, ສິນຄ້າຄອບຄົວຕົວແບບ ແລະ ຜະລິດຕະພັນຈາກວິສາຫະກິດຂະໜາດນ້ອຍ-ກາງ ເພື່ອເປີດໂອກາດ ໃຫ້ຜູ້ປະກອບການໄດ້ໂຄສະນາ ແລະ ຈຳໜ່າຍສິນຄ້າ ພ້ອມທັງສ້າງເວທີແລກປ່ຽນບົດຮຽນທາງທຸລະກິດ. ນອກຈາກກິດຈະກຳຕ່າງໆຄະນະຮັບຜິດຊອບຈັດຍັງໄດ້ເນັ້ນໃສ່ການຕົບແຕ່ງສະຖານທີ່ບໍລິເວນເດ່ີນສະໜາມຫລວງ, ພະທາດຫລວງໃຫ້ສວຍສົດງົດງາມ ແລະ ມີ ຄວາມເປັນເອກະລັກທາງດ້ານວັດທະນະທໍາ ເພ່ືອຕ້ອນຮັບແຂກຕ່າງດ້າວ, ທ້າວຕ່າງເຮືອນທ່ີໄດ້ມາທ່ຽວຊົມ ແລະ ສັກກາລະບູຊາພະທາດຫລວງ ໄດ້ມີຄວາມມ່ວນຊື່ນ ແລະ ອີ່ມອົກອີ່ມໃຈ. ພ້ອມທັງ, ຈັດແບ່ງກຳລັງຜັດປ່ຽນກັນປະຈຳການຕະຫລອດ 24 ຊົ່ວໂມງ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ມາຮ່ວມງານ. 

ADadvertisement
ADadvertisement
ADadvertisement

ທ່າ ນ ສີລິລາດ ທົງສິນທອງເພັງ ຍັງໄດ້ແຈ້ງເຖິງແຜນການບູລະນະພະທາດຫລວງໃນໄລຍະຕໍ່ໄປເນື່ອງຈາກບາງສ່ວນຂອງຊຸ້ມປະຕູ ແລະ ກົມມະລຽນທີ່ມີໂຄງສ້າງໄມ້ເລີ່ມເສຍຫາຍຈຶ່ງມີແຜນດຳເນີນການປະຕິສັງຂອນພາຍຫລັງສິ້ນສຸດງານບຸນ ເພື່ອຮັກສາຄຸນຄ່າມໍລະດົກອັນລ້ຳຄ່າໃຫ້ຄົງຢູ່ຢ່າງຍືນຍົງ, ພ້ອມເຊີນຊວນພາກສ່ວນຕ່າງໆ ທ່ີມີຈິດສັດທາຮ່ວມປະກອບສ່ວນທຶນຮອນໃນການບູລະນະດັ່ງກ່າວ.

 ຂ່າວ: ທະນູທອງ; ພາບ: ເກດສະໜາ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່