ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 14:32ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ວິກິດອາຫານໂລກສ່ຽງຮຸນແຮງຂຶ້ນ! ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ກະທົບການຂົນສົ່ງອາຫານ

ໂດຍ Jenjila
· 47 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
ວິກິດອາຫານໂລກສ່ຽງຮຸນແຮງຂຶ້ນ! ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ກະທົບການຂົນສົ່ງອາຫານ
ADadvertisement
ADadvertisement
ADadvertisement

ອົງການອາຫານໂລກ (World Food Programme: WFP) ພາຍໃຕ້ສະຫະປະຊາຊາດ ໄດ້ອອກຄຳເຕືອນວ່າ ສະຖານະການສູ້ຮົບ ແລະ ຄວາມຂັດແຍ່ງໃນຫຼາຍພູມິພາກ ກຳລັງສົ່ງຜົນກະທົບຕໍ່ເສັ້ນທາງການຄ້າທາງທະເລ 3 ສາຍສຳຄັນຂອງໂລກ ປະກອບມີ ຊ່ອງແຄບຮໍມຸສ, ຊ່ອງແຄບບັບອັນມັນເດັບ ແລະ ທະເລດຳ. ການລົບກວນເສັ້ນທາງເຫຼົ່ານີ້ ເຮັດໃຫ້ການຂົນສົ່ງອາຫານ, ນ້ຳມັນ ແລະ ປຸ໋ຍການກະສິກຳມີຕົ້ນທຶນສູງຂຶ້ນ ແລະ ມີຄວາມລ່າຊ້າ ຊຶ່ງອາດຊ້ຳເຕີມວິກິດຄວາມອຶດຫິວ ແລະ ຄວາມບໍ່ໝັ້ນຄົງດ້ານອາຫານໃນຫຼາຍປະເທດທົ່ວໂລກ.

ວິກິດອາຫານໂລກສ່ຽງຮຸນແຮງຂຶ້ນ! ເສັ້ນທາງການຄ້າສຳຄັນ 3 ສາຍຖືກກີດຂວາງ ກະທົບການຂົນສົ່ງອາຫານ

ເສັ້ນທາງການຄ້າທັງ 3 ສາຍທີ່ກຳລັງປະເຊີນກັບຜົນກະທົບ ປະກອບມີ:

  1. ຊ່ອງແຄບຮໍມຸສ (Strait of Hormuz): ເສັ້ນທາງຂົນສົ່ງນ້ຳມັນ ແລະ ປຸ໋ຍການກະສິກຳທີ່ສຳຄັນຂອງໂລກ ໂດຍປະມານ 30% ຂອງປຸ໋ຍທົ່ວໂລກຕ້ອງຜ່ານເສັ້ນທາງນີ້.
  2. ຊ່ອງແຄບບັບອັນມັນເດັບ (Bab el-Mandeb): ເປັນເສັ້ນທາງສຳຄັນເຊື່ອມຕໍ່ທະເລແດງ ແລະ ຄອງຊູເອສ ເຊິ່ງເປັນຈຸດເຊື່ອມຕໍ່ການຄ້າລະຫວ່າງອາຊີ ແລະ ເອີຣົບ.
  3. ທະເລດຳ (Black Sea): ເປັນເສັ້ນທາງສົ່ງອອກທັນຍາພືດທີ່ສຳຄັນຂອງຣັດເຊຍ ແລະ ຢູເຄຣນ ໂດຍມີບົດບາດສຳຄັນຕໍ່ການສະໜອງອາຫານໃຫ້ຫຼາຍປະເທດ.

ອົງການອາຫານໂລກແຫ່ງສະຫະປະຊາຊາດ ຫຼື WFP ໄດ້ເຕືອນເມື່ອບໍ່ດົນມານີ້ວ່າ, ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະ ທະເລດຳ ຖືກກີດຂວາງຢ່າງຕໍ່ເນື່ອງ, ກຳລັງເຮັດໃຫ້ຕົ້ນທຶນດ້ານອາຫານ, ພະລັງງານ ແລະ ການຂົນສົ່ງຂອງໂລກເພີ່ມສູງຂຶ້ນ, ເຮັດໃຫ້ວິິກິດການຄວາມໝັ້ນຄົງດ້ານອາຫານຮ້າຍແຮງຂຶ້ນ. ປັດຈຸບັນ, ມີປະມານ 266,000,000 ຄົນໃນທົ່ວໂລກປະເຊີນກັບບັນຫາຂາດແຄນອາຫານຢ່າງໜັກໜ່ວງ.

ADadvertisement
ADadvertisement
ADadvertisement

ຂະນະທີ່ການຂົນສົ່ງເຮືອບັນທຸກເຂົ້າສາລີ ແລະ ສາລີຜ່ານຊ່ອງແຄບບອສຟໍຣັສ ຫຼຸດລົງ 63% ໃນກາງເດືອນຕຸລາ 2026 ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ.

ສະຖານະການນີ້ບໍ່ພຽງແຕ່ກະທົບຕໍ່ລາຄາອາຫານໃນຕະຫຼາດໂລກ ແຕ່ຍັງອາດສົ່ງຜົນຕໍ່ການຜະລິດກະສິກຳ ແລະ ການດຳລົງຊີວິດຂອງປະຊາຊົນໃນຫຼາຍປະເທດ ໂດຍສະເພາະປະເທດທີ່ພຶ່ງພາການນຳເຂົ້າອາຫານ.

ການລົບກວນເສັ້ນທາງຂົນສົ່ງບໍ່ໄດ້ສົ່ງຜົນສະເພາະຕໍ່ລາຄາອາຫານໃນປັດຈຸບັນເທົ່ານັ້ນ ແຕ່ຍັງອາດກະທົບຕໍ່ການຜະລິດກະສິກຳໃນອະນາຄົດ ເນື່ອງຈາກປຸ໋ຍ ແລະ ນ້ຳມັນມີລາຄາສູງຂຶ້ນ ສົ່ງຜົນໃຫ້ຕົ້ນທຶນການປູກຝັງ ແລະ ການຂົນສົ່ງອາຫານເພີ່ມຂຶ້ນ.

WFP ຈຶ່ງຮຽກຮ້ອງໃຫ້ປະເທດຕ່າງໆ ເລັ່ງຫາມາດຕະການເປີດທາງຂົນສົ່ງມະນຸດສະທຳ ແລະ ຮັບປະກັນໃຫ້ອາຫານສາມາດເດີນທາງໄປເຖິງປະຊາຊົນທີ່ກຳລັງປະສົບຄວາມອຶດຫິວ.

ທັງນີ້ ສະຖານະການດັ່ງກ່າວຍັງຄົງເປັນປະເດັນທີ່ຕ້ອງຕິດຕາມ ເພາະຫາກຄວາມຂັດແຍ່ງຍືດເຍື້ອ ອາດຊ້ຳເຕີມວິກິດອາຫານ ແລະ ຄວາມອຶດຫິວໃນຫຼາຍປະເທດທົ່ວໂລກ.

ທີ່ມາ: (WFP)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່