
ເສັ້ນທາງການຄ້າສຳຄັນ 3 ສາຍ ຖືກກີດຂວາງ ເຮັດໃຫ້ວິກິດການຄວາມໝັ້ນຄົງ ດ້ານອາຫານຂອງໂລກ ຮຸນແຮງຂຶ້ນ

ວິທະຍຸ ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້,ອົງການອາຫານໂລກ ແຫ່ງສະຫະປະຊາຊາດ ຫລື WFP ໄດ້ເຕືອນວ່າ: ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະທະເລດຳຖືກກີດຂວາງ ຢ່າງຕໍ່ເນື່ອງ,ກຳລັງເຮັດໃຫ້ຕົ້ນທຶນ ດ້ານອາຫານ,ພະລັງງານ ແລະການຂົນສົ່ງຂອງໂລກ ເພີ່ມສູງຂຶ້ນ,ເຮັດໃຫ້ວິິກິດການຄວາມໝັ້ນຄົງດ້ານອາຫານຮ້າຍແຮງຂຶ້ນ.ປັດຈຸບັນ, ມີປະມານ 266.000.000 ຄົນ ໃນທົ່ວໂລກ ຜະເຊີນກັບ ບັນຫາຂາດແຄນອາຫານ ຢ່າງໜັກໜ່ວງ. WFP ຊີ້ອອກວ່າ:ປຸ໋ຍ ຈຳນວນປະມານ 30% ທົ່ວໂລກ ແມ່ນຂົນສົ່ງໂດຍຜ່ານຊ່ອງແຄບຮໍມຸສ, ເສັ້ນທາງການຄ້າ ຖືກກີດຂວາງບວກກັບການປະທະກັນ ໃນພາກພື້ນ ແລະສະພາບດິນຟ້າອາກາດຮ້າຍແຮງ, ກຳລັງສົ່ງຜົນກະທົບ ຕໍ່ການຜະລິດກະສິກຳ ແລະການສະໜອງອາຫານ. WFP ຮຽກຮ້ອງ ໃຫ້ປະຊາຄົມໂລກ ນຳໃຊ້ມາດຕະການເພື່ອຮັບປະກັນເສັ້ນທາງ ການຄ້າອາຫານທົ່ວໂລກຢ່າງໂລ່ງລ່ຽນ ແລະປ້ອງກັນບໍ່ໃຫ້ອາຫານ ຖືກນຳໃຊ້ເປັນເຄື່ອງມືໃນສົງຄາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













