
ສປ ຈີນ ເນັ້ນໜັກວ່າ ຄວນນຳໃຊ້-ບໍລິຫານວິທະຍາສາດ ເຕັກໂນໂລຊີ ຈະເລີນໃໝ່ ຢ່າງເໝາະສົມ

ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 24 ພະຈິກນີ້, ທ່ານ ຟູ້ຊົ່ງຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈຳ ອົງການສະຫະປະຊາຊາດ ໄດ້ປະກອບຄຳເຫັນ ໃນກອງປະຊຸມ ອະພິປາຍ ເປີດພາຍໃຕ້ຫົວຂໍ້ “ການແກ້ໄຂຄວາມຂັດແຍ້ງໃນຍຸກ ແຫ່ງການປ່ຽນແປງ ດ້ານເຕັກໂນໂລຊີ ຢ່າງວ່ອງໄວ” ຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໂດຍເນັ້ນໜັກວ່າ:ຄວນນຳໃຊ້ ແລະບໍລິຫານວິທະຍາສາດເຕັກໂນໂລຊີຈະເລີນໃໝ່ຢ່າງເໝາະສົມ.ທ່ານ ຟູ້ຊົ່ງ ກ່າວວ່າ: ປັດຈຸບັນ, ການປະຕິວັດດ້ານວິທະຍາສາດ ເຕັກໂນໂລຊີ ແລະການປ່ຽນແປງ ທາງອຸດສາຫະກຳຮອບໃໝ່ ກຳລັງເລັ່ງໄວຂຶ້ນເຊິ່ງໄດ້ສ້າງໂອກາດ ແລະສິ່ງທ້າທາຍ ທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ ສັນຕິພາບ ແລະຄວາມໝັ້ນຄົງສາກົນ. ວິທະຍາສາດເຕັກໂນໂລຊີ ຈະເລີນໃໝ່ ເຊັ່ນ:ປັນຍາປະດິດ ແລະ ລະບົບທີ່ບໍ່ມີຄົນຂັບ ເປັນຕົ້ນສາມາດກາຍເປັນເຄື່ອງມື ໃນການປົກປັກຮັກສາ ສັນຕິພາບ, ທັງສາມາດກາຍເປັນກຳລັງແຮງ ທີ່ເຮັດໃຫ້ຄວາມຂັດແຍ້ງ ຮຸນແຮງຂຶ້ນ, ຈຸດສຳຄັນແມ່ນຂຶ້ນກັບວ່າ ມະນຸດສາມາດນຳໃຊ້ ແລະບໍລິຫານມັນ ດ້ວຍຄວາມຮັບຜິດຊອບໄດ້ ຫລື ບໍ່.ທຸກປະເທດຄວນເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືເພື່ອຮັບປະກັນໃຫ້ວິທະຍາສາດ ເຕັກໂນໂລຊີຈະເລີນໃໝ່ ພັດທະນາຕາມທິດທາງທີ່ສ້າງຄວາມສຸກ ໃຫ້ແກ່ ມວນມະນຸດ ຢ່າງສະເໝີຕົ້ນ ສະເໝີປາຍ. ທ່ານ ຟູ້ຊົ່ງ ກ່າວຕື່ມວ່າ:ສປ ຈີນ ຍິນດີຮ່ວມມື ກັບທຸກຝ່າຍ, ຮ່ວມກັນສ້າງລະບົບ ການບໍລິຫານ ວິທະຍາສາດເຕັກໂນໂລຊີທົ່ວໂລກ ທີ່ທ່ຽງທຳແລະ ສົມເຫດສົມຜົນເພື່ອເຮັດໃຫ້ການປ່ຽນແປງ ທາງດ້ານວິທະຍາສາດ ເຕັກໂນໂລຊີ ເພີ່ມແຮງຂັບເຄື່ອນ ທີ່ເຂັ້ມແຂງ ເຂົ້າໃນພາລະກິດ ສັນຕິພາບແລະ ການພັດທະນາຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












