
ລະທຶກ! ລົດບັນທຸກນ້ຳມັນເສຍຫຼັກປີ້ນ ເກີດໄຟໄໝ້ລຸກລາມໃນປະເທດອີຢິບ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 31 ຄົນ

ເຫດການດັ່ງກ່າວເກີດຂຶ້ນບໍລິເວນຖະໜົນວົງແຫວນ ຣິງ ໂຣດ (Ring Road) ເຂດອັນ ວັຣຣ໊າກ (Al-Warraq) ແຂວງ ກີຊາ (Giza) ໃກ້ກັບນະຄອນຫຼວງ ໄຄໂຣ (Cairo) ໃນວັນທີ 25 ພະຈິກ 2026 ຫຼັງຈາກລົດບັນທຸກນ້ຳມັນເສຍຫຼັກປີ້ນ ກ່ອນຈະເກີດໄຟລຸກໄໝ້ຢ່າງຮຸນແຮງ ແລະແຜ່ລາມໄປຫາລົດຄັນອື່ນໆ ທີ່ສັນຈອນຜ່ານບໍລິເວນດັ່ງກ່າວ.

ລາຍງານລະບຸວ່າ ມີລົດປະມານ 27 ຄັນ ລວມທັງລົດຈັກ ຖືກໄຟໄໝ້ເສຍຫາຍ. ພາຍຫຼັງເກີດເຫດ ເຈົ້າໜ້າທີ່ໄດ້ລະດົມລົດດັບເພີງ ແລະລົດພະຍາບານຫຼາຍສິບຄັນເຂົ້າໄປຊ່ວຍເຫຼືອຜູ້ປະສົບເຫດ ພ້ອມທັງນຳສົ່ງຜູ້ບາດເຈັບໄປຮັກສາຕົວຢູ່ໂຮງໝໍໃກ້ຄຽງ.

ພາຍຫຼັງເກີດເຫດ ເຈົ້າໜ້າທີ່ໄດ້ລະດົມລົດດັບເພີງ ແລະລົດພະຍາບານຫຼາຍສິບຄັນເຂົ້າໄປຊ່ວຍເຫຼືອຜູ້ປະສົບເຫດ ພ້ອມທັງລຳລຽງຜູ້ບາດເຈັບສົ່ງໂຮງໝໍໃກ້ຄຽງ. ຂະນະທີ່ທາງການອີຢິບກຳລັງສືບສວນຫາສາເຫດຂອງອຸບັດເຫດຄັ້ງນີ້ ລວມທັງການກວດສອບເພື່ອຢືນຢັນຕົວຕົນຂອງຜູ້ເສຍຊີວິດ.

ເຫດການຄັ້ງນີ້ສ້າງຄວາມເສຍຫາຍຢ່າງໜັກ ທັງຕໍ່ຊີວິດ ແລະ ຊັບສິນ ພ້ອມທັງສົ່ງຜົນກະທົບຕໍ່ການສັນຈອນໃນເສັ້ນທາງດັ່ງກ່າວ. ທັງນີ້ ຕົວເລກຜູ້ເສຍຊີວິດ ແລະຜູ້ບາດເຈັບ ອາດມີການປ່ຽນແປງຕື່ມອີກ ຕາມຜົນການກວດສອບ ແລະຢືນຢັນຈາກທາງການ.
ທີ່ມາ: Reuters/Ahram Online/cnn
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













