ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະຫະລັດ ອະນຸມັດ SpaceX ສົ່ງດາວທຽມສູ່ອະວະກາດເຖິງ 1 ລ້ານດວງ ເພື່ອສ້າງສູນຂໍ້ມູນ AI ໃນອະວະກາດ

ໂດຍ Jenjila
· 3 ຊົ່ວໂມງ ກ່ອນອ່ານ 1 ນາທີ3 ຄັ້ງ
ສະຫະລັດ ອະນຸມັດ SpaceX ສົ່ງດາວທຽມສູ່ອະວະກາດເຖິງ 1 ລ້ານດວງ ເພື່ອສ້າງສູນຂໍ້ມູນ AI ໃນອະວະກາດ
ADadvertisement
ADadvertisement
ADadvertisement

ສະຫະລັດອາເມລິກາ ຜ່ານຄະນະກຳມະການກຳກັບດູແລກິດຈະການສື່ສານຂອງລັດຖະບານກາງ (FCC) ໄດ້ອະນຸມັດແຜນການຂອງບໍລິສັດ SpaceX ໃຫ້ສາມາດສົ່ງດາວທຽມຂຶ້ນສູ່ວົງໂຄຈອນໄດ້ສູງສຸດ 1 ລ້ານດວງ ເພື່ອພັດທະນາເຄືອຂ່າຍສູນປະມວນຜົນຂໍ້ມູນ ແລະ ປັນຍາປະດິດ (AI) ໃນອະວະກາດ.

ສະຫະລັດ ອະນຸມັດ SpaceX ສົ່ງດາວທຽມສູ່ອະວະກາດເຖິງ 1 ລ້ານດວງ ເພື່ອສ້າງສູນຂໍ້ມູນ AI ໃນອະວະກາດ

ໂຄງການດັ່ງກ່າວມີເປົ້າໝາຍສ້າງສູນຂໍ້ມູນທີ່ໂຄຈອນຢູ່ອ້ອມໂລກ ໂດຍໃຊ້ດາວທຽມຈຳນວນມະຫາສານເປັນໜ່ວຍປະມວນຜົນ ແລະ ສື່ສານຂໍ້ມູນ ເພື່ອຮອງຮັບການຂະຫຍາຍຕົວຂອງເຕັກໂນໂລຊີ AI ທີ່ກຳລັງເພີ່ມຂຶ້ນຢ່າງວ່ອງໄວ.

ຈຸດເດັ່ນຂອງແນວຄິດນີ້ ແມ່ນການນຳໃຊ້ພະລັງງານແສງຕາເວັນໃນອະວະກາດ ເພື່ອຈ່າຍພະລັງງານໃຫ້ລະບົບປະມວນຜົນ ພ້ອມທັງເຊື່ອມຕໍ່ດາວທຽມເຂົ້າຫາກັນຜ່ານເທັກໂນໂລຊີສື່ສານດ້ວຍເລເຊີ ເພື່ອສົ່ງຜ່ານຂໍ້ມູນດ້ວຍຄວາມໄວສູງ.

ADadvertisement
ADadvertisement
ADadvertisement

ຖ້າຫາກໂຄງການນີ້ປະສົບຜົນສຳເລັດ ອາດຊ່ວຍຫຼຸດຂໍ້ຈຳກັດຂອງສູນຂໍ້ມູນທີ່ຕັ້ງຢູ່ເທິງໂລກ ໂດຍສະເພາະດ້ານພື້ນທີ່ ແລະ ການຈັດຫາພະລັງງານ ພ້ອມທັງເປີດໂອກາດໃໝ່ໃຫ້ແກ່ການພັດທະນາ AI ໃນອະນາຄົດ.

ແນວໃດກໍຕາມ ໂຄງການນີ້ຍັງມີສິ່ງທ້າທາຍຫຼາຍດ້ານ ເຊັ່ນ ຕົ້ນທຶນການສົ່ງດາວທຽມຂຶ້ນສູ່ອະວະກາດ, ການລະບາຍຄວາມຮ້ອນຂອງອຸປະກອນປະມວນຜົນ, ຄວາມສ່ຽງຈາກຂີ້ເຫຍື້ອອະວະກາດ ແລະ ຜົນກະທົບຕໍ່ການສັງເກດດວງດາວທາງດາລາສາດ.

ການອະນຸມັດຄັ້ງນີ້ຖືເປັນອີກກ້າວສຳຄັນຂອງອຸດສາຫະກຳອະວະກາດ ແລະ AI ເພາະສະທ້ອນໃຫ້ເຫັນວ່າ ການແຂ່ງຂັນດ້ານເຕັກໂນໂລຊີໃນອະນາຄົດ ອາດບໍ່ໄດ້ຈຳກັດຢູ່ແຕ່ເທິງພື້ນໂລກ ແຕ່ອາດຂະຫຍາຍໄປສູ່ການສ້າງໂຄງສ້າງພື້ນຖານຄອມພິວເຕີ ແລະ AI ໃນອະວະກາດອີກດ້ວຍ.

ທີ່ມາ: Reuters/ABC

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່