ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອິນເດຍ-ເນປານ ເປີດຕົວລົດໄຟ ຂ້າມຊາຍແດນສາຍໃໝ່ ເຊື່ອມຕໍ່ 2 ເມືອງ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ອິນເດຍ-ເນປານ ເປີດຕົວລົດໄຟ ຂ້າມຊາຍແດນສາຍໃໝ່ ເຊື່ອມຕໍ່ 2 ເມືອງ
ADadvertisement
ADadvertisement
ADadvertisement
ອິນເດຍ-ເນປານ ເປີດຕົວລົດໄຟ ຂ້າມຊາຍແດນສາຍໃໝ່ ເຊື່ອມຕໍ່ 2 ເມືອງ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ທ່ານ ບາເລນດຣາ ຊາຫ໌ (Balendra Shah) ນາຍົກ ລັດຖະມົນຕີ ເນປານ ພວມຢ້ຽມຢາມ ປະເທດອິນເດຍ ຢ່າງເປັນທາງການ ໃນວັນທີ 22-23 ພະຈິກ. ທ່ານ ບາເລນດຣາ ຊາຫ໌ ແລະ  ທ່ານ ນະເຣນທຣາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ໄດ້ເຂົ້າຮ່ວມ ງານເປີດຕົວ ລົດໄຟໂດຍສານ ສາຣຢູ-ກົມລາ ເອັກສ໌ເພຣສ (Saryu-Kamala Express) ເຊິ່ງເປັນ ລົດໄຟ ໂດຍສານ ຂ້າມຊາຍແດນ ສາຍໃໝ່ ຜ່ານລະບົບ ອອນລາຍ.

ໂດຍລົດໄຟຂະບວນໃໝ່ນີ້ ມີກຳນົດ ໃຫ້ບໍລິການ ອາທິດລະ 1 ຄັ້ງ ເພື່ອແລ່ນເຊື່ອມຕໍ່ ເມືອງສຳຄັນ ທາງສາສະໜາ 2 ແຫ່ງ ໄດ້ແກ່ ເມືອງອະໂຍທະຍາ ໃນລັດອຸດຕະຣະປະເທດ ທາງພາກເໜືອ ຂອງ ອິນເດຍ ແລະ ເມືອງຈານັກປູຣ (Janakpur) ຂອງ ເນປານ.

ລົດໄຟຂະບວນດັ່ງກ່າວ ຄາດວ່າ ຈະພ້ອມ ເລີ່ມໃຫ້ບໍລິການ ເຊີງການຄ້າ ໃນໄລຍະ ທ້າຍເດືອນ ພະຈິກນີ້ ໂດຍມີ ໄລຍະທາງ ຫລາຍກວ່າ 600 ກິໂລແມັດ, ໃຊ້ເວລາເດີນທາງ ປະມານ 19 ຊົ່ວໂມງ ແລະ ຈອດຮັບ-ສົ່ງຜູ້ໂດຍສານໃນລະຫວ່າງທາງ ເກືອບ 10 ສະຖານີ.

ADadvertisement
ADadvertisement
ADadvertisement

ນອກຈາກນີ້, ຜູ້ນຳທັງສອງປະເທດ ຍັງໄດ້ເຂົ້າຮ່ວມ ໃນພິທີເປີດ ຂົວທາງຫລວງ ແຫ່ງໃໝ່ ໃນເມືອງຮາຣ໌ຊູລາ (Dharchula) ເຊິ່ງຕັ້ງ ຢູ່ລະຫວ່າງ ລັດອຸດຕະຣາຂັນ ທາງພາກເໜືອຂອງ ອິນເດຍ ກັບ ເນປານ ພ້ອມກັນນັ້ນ ເຂົ້າຮ່ວມວາງສີລາລຶກ ໃນການກໍ່ສ້າງ ດ່ານກວດຄົນ ເຂົ້າເມືອງ ແບບຄົບວົງຈອນ ຢູ່ເມືອງບັນບາຊາ (Banbasa) ລັດອຸດຕະຣາຂັນ ເຊິ່ງຕັ້ງຢູ່ຕິດກັບ ຊາຍແດນ ເນປານ ອີກດ້ວຍ./

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່