ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສິງກະໂປ-ອົດສະຕຣາລີ ລົງນາມຂໍ້ຕົກລົງ ຊຸກຍູ້ການດັກຈັບ-ກັກເກັບກາກບອນຂ້າມຊາຍແດນ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ສິງກະໂປ-ອົດສະຕຣາລີ ລົງນາມຂໍ້ຕົກລົງ ຊຸກຍູ້ການດັກຈັບ-ກັກເກັບກາກບອນຂ້າມຊາຍແດນ
ADadvertisement
ADadvertisement
ADadvertisement
ສິງກະໂປ-ອົດສະຕຣາລີ ລົງນາມຂໍ້ຕົກລົງ ຊຸກຍູ້ການດັກຈັບ-ກັກເກັບກາກບອນຂ້າມຊາຍແດນ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້,
ກະຊວງ ພະລັງງານ
, ການຄ້າ ແລະ ອຸດສາຫະກຳຂອງ ສິງກະໂປ ລາຍງານວ່າ: ສິງກະໂປ ແລະ ອົດສະຕຣາລີ
ໄດ້ລົງນາມ ໃນຂໍ້ຕົກລົງ ເພື່ອອຳນວຍ ຄວາມສະດວກ ໃນການເຄື່ອນຍ້າຍ ອາຍກາກໂບນິກ (ກາກບອນດີອົກຊິດ)
ຂ້າມຊາຍແດນ ຈາກ ສິງກະໂປ ໄປຍັງ ອົດສະຕຣາລີ ເພື່ອກັກເກັບ ທາງທໍລະນີ ວິທະຍາ ນອກຊາຍຝັ່ງ
ເຊິ່ງເປັນ ການປູທາງ ໄປສູ່ ການຮ່ວມມື ດ້ານການດັກຈັບ ແລະ ກັກເກັບກາກບອນລະຫວ່າງ ສອງປະເທດ.

ກະຊວງດັ່ງກ່າວ ລະບຸ ໃນຖະແຫລງການວ່າ
ຂໍ້ຕົກລົງ ທີ່ ຮ່ວມລົງນາມ ຢູ່ປະເທດ ອົດສະຕຣາລີ ເບື້ອງຕົ້ນ ໄດ້ຮັບຮອງ ການໂອນ ຄວາມຮັບຜິດຊອບ
ດ້ານການຈັດທຳ ບັນຊີ ອາຍກາກໂບນິກ ຢ່າງເປັນທາງການ ພ້ອມທັງ ກຳນົດຂອບການເຮັດວຽກ ສຳລັບ ການກວດວັດ
, ການລາຍງານ ແລະ ການຈັດທຳ ບັນຊີ
ການເຄື່ອນຍ້າຍ ອາຍກາກໂບນິກ ຂ້າມຊາຍແດນ ໂດຍຂອບການ ເຮັດວຽກ ດັ່ງກ່າວ ມີຄວາມສອດຄ່ອງ ກັບ
ສັນຍາ ປາຣີ (Paris Agreement) ແລະ ແນວທາງ ປະຕິບັດ ດ້ານການລາຍງານ
ຕາມສົນທິສັນຍາ ຂອບສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງ ດິນຟ້າອາກາດ (UNFCCC).

ນອກຈາກນີ້ ຂໍ້ຕົກລົງ ດັ່ງກ່າວ ຍັງເປີດໂອກາດ
ໃຫ້ ສິງກະໂປ ສຶກສາ ການດັກຈັບ ແລະ ກັກເກັບກາກບອນ ເພື່ອເປັນແນວທາງ ຫລຸດຜ່ອນ ການປ່ອຍ ກາກບອນ
ໂດຍສະເພາະ ໃນຂະແໜງ ອຸດສາຫະກຳ ທີ່ ຫລຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ໄດ້ຍາກ ດ້ວຍເຕັກໂນໂລຊີ
ທີ່ມີ ຢູ່ໃນ ປັດຈຸບັນ./

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່