
ເປັນຫຍັງຈຶ່ງຖອກທ້ອງຫຼັງກິນຊີ້ນດາດ-ກິນຈຸ່ມ? 5 ສາເຫດທີ່ຫຼາຍຄົນມັກເບິ່ງຂ້າມ

ການກິນຊີ້ນດາດ ແລະ ຈຸ່ມ-ຊາບູ ເປັນອີກໜຶ່ງກິດຈະກຳທີ່ຫຼາຍຄົນມັກ ແຕ່ຮູ້ ຫຼື ບໍ່ວ່າ ຫຼັງຈາກກິນອາຫານເຫຼົ່ານີ້ ບາງຄົນອາດມີອາການເຈັບທ້ອງ ຖອກທ້ອງ ຫຼື ອາຫານເປັນພິດ ເຊິ່ງອາດເກີດຈາກພຶດຕິກຳການກິນທີ່ຫຼາຍຄົນມັກເບິ່ງຂ້າມ.
5 ສາເຫດ ທີ່ຫຼັງກິນຊີ້ນດາດ-ກິນຈຸ່ມແລ້ວມີອາການຖອກທ້ອງ

1. ໃຊ້ໄມ້ຖູ່ຄູ່ດຽວຄີບທັງຂອງດິບ ແລະ ຂອງສຸກ
ການໃຊ້ໄມ້ຖູ່ຄີບຊີ້ນດິບລົງໝໍ້ ຫຼື ເຕົາປີ້ງ ແລ້ວນຳຕະກຽບຄູ່ເກົ່າມາຄີບອາຫານເຂົ້າປາກ ອາດເຮັດໃຫ້ເຊື້ອໂລກຈາກຊີ້ນດິບປົນເປື້ອນອາຫານທີ່ສຸກແລ້ວ ເພີ່ມຄວາມສ່ຽງຕໍ່ອາການຖອກທ້ອງ ແລະອາຫານເປັນພິດ. ດັ່ງນັ້ນ ຄວນແຍກໄມ້ຖູ່ ຫຼື ອຸປະກອນຄີບຂອງດິບ ແລະ ຂອງສຸກອອກຈາກກັນ.
2. ກິນຊີ້ນດາດ ຫຼື ຈຸ່ມ-ຊາບູທີ່ຍັງບໍ່ສຸກ
ການລວກຊີ້ນໃນນ້ຳຊຸບພຽງບໍ່ຈັກວິນາທີ ຫຼື ປີ້ງຊີ້ນຈົນດ້ານນອກໄໝ້ເກັບ ແຕ່ດ້ານໃນຍັງດິບ ອາດເຮັດໃຫ້ໄດ້ຮັບເຊື້ອແບັກທີເຣຍ ຈົນເກີດອາການປວດທ້ອງ ແລະ ຖ່າຍແຫຼວ. ໂດຍສະເພາະຊີ້ນໝູ ຊີ້ນໄກ່ ແລະ ຊີ້ນບົດ ຄວນປຸງໃຫ້ສຸກທົ່ວເຖິງກ່ອນກິນ.
3. ກິນອາຫານມັນ ຫຼື ເຜັດຫນັກຫຼາຍເກີນໄປ
ການກິນຊີ້ນຕິດມັນ ຂອງຈືນ ຫຼື ນ້ຳຈິ້ມລົດເຜັດຈັດໃນປະລິມານຫຼາຍ ອາດກະຕຸ້ນໃຫ້ລຳໄສ້ເຮັດວຽກໄວຂຶ້ນ ໂດຍສະເພາະຜູ້ທີ່ມີລຳໄສ້ໄວຕໍ່ອາຫານ ເຮັດໃຫ້ປວດທ້ອງ ທ້ອງອືດ ຫຼື ຖ່າຍເຫຼວຫຼັງກິນອາຫານ ເຖິງແມ່ນວ່າອາຫານຈະສະອາດ ແລະ ປຸງສຸກແລ້ວກໍຕາມ.
4. ນ້ຳກ້ອນ ແລະ ແກ້ວນ້ຳບໍ່ສະອາດ
ບາງຄັ້ງສາເຫດຂອງອາການຖອກທ້ອງອາດບໍ່ໄດ້ມາຈາກອາຫານ ແຕ່ມາຈາກນ້ຳກ້ອນ ຫຼື ພາຊະນະທີ່ບໍ່ສະອາດ ເຊັ່ນ ນ້ຳກ້ອນທີ່ຜະລິດຈາກນ້ຳບໍ່ໄດ້ມາດຕະຖານ ຖັງນ້ຳກ້ອນສົກກະປົກ ຫຼື ໃຊ້ມືຈັບນ້ຳກ້ອນໂດຍກົງ ເຊິ່ງອາດເຮັດໃຫ້ເຊື້ອໂລກປົນເປື້ອນໃນເຄື່ອງດື່ມ.
5. ສັ່ງຊີ້ນສົດມາວາງເຕັມໂຕະ ແລະ ປະໄວ້ດົນເກີນໄປ
ການສັ່ງຊີ້ນສັດມາວາງໄວ້ເທິງໂຕະຈຳນວນຫຼາຍ ແລ້ວປ່ອຍໄວ້ໃນອຸນຫະພູມຫ້ອງເປັນເວລາດົນ ອາດເຮັດໃຫ້ແບັກທີເຣຍເພີ່ມຈຳນວນຢ່າງວ່ອງໄວ. ເຊື້ອບາງຊະນິດສາມາດສ້າງສານພິດທີ່ທົນຄວາມຮ້ອນ ເຮັດໃຫ້ເຖິງຈະນຳໄປປຸງສຸກກໍອາດບໍ່ປອດໄພ. ດັ່ງນັ້ນ ຄວນສັ່ງອາຫານເທົ່າທີ່ກິນໝົດ ແລ້ວຈຶ່ງສັ່ງເພີ່ມ.



ສະຫຼຸບ
ອາການຖອກທ້ອງຫຼັງກິນຊີ້ນດາດ ຫຼື ຊາບູ ອາດເກີດຈາກທັງອາຫານປົນເປື້ອນເຊື້ອໂລກ ແລະ ການກິນອາຫານມັນ ຫຼື ເຜັດຫນັກຫຼາຍເກີນໄປ. ດັ່ງນັ້ນ ຄວນເລືອກກິນອາຫານທີ່ສະອາດ ປຸງຊີ້ນສັດໃຫ້ສຸກ ແຍກຕະກຽບຄີບຂອງດິບ ແລະ ຂອງສຸກ ພ້ອມທັງບໍ່ປ່ອຍອາຫານສົດຖິ້ມໄວ້ດົນ ເພື່ອຫຼຸດຄວາມສ່ຽງຕໍ່ການຖອກທ້ອງ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













