ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນ້ຳປະປາ ບໍ່ແກ້ວ ປອດສານໜູ 100% ຜ່ານມາດຕະຖານທຸກຈຸດ

ໂດຍ kaling
· 3 ມື້ ກ່ອນອ່ານ 2 ນາທີ10 ຄັ້ງ
ນ້ຳປະປາ ບໍ່ແກ້ວ ປອດສານໜູ 100% ຜ່ານມາດຕະຖານທຸກຈຸດ
ADadvertisement
ADadvertisement
ADadvertisement

ລັດວິສາຫະກິດນ້ຳປະປາ ແຂວງບໍ່ແກ້ວ ອອກແຈ້ງການຢືນຢັນຜົນກວດຄຸນນະພາບນ້ຳດິບຈາກແມ່ນ້ຳຂອງ 5 ຈຸດສຳຄັນ ພົບວ່າປອດສານໜູ 100% (0 mg/L) ປະຊາຊົນສາມາດອຸປະໂພກ ແລະ ບໍລິໂພກໄດ້ຢ່າງປົກກະຕິ.

ນ້ຳປະປາ ບໍ່ແກ້ວ ປອດສານໜູ 100% ຜ່ານມາດຕະຖານທຸກຈຸດ

ແຂວງບໍ່ແກ້ວ – ວັນທີ 18 ພະຈິກ 2026: ເພື່ອຄາຍຄວາມກັງວົນຂອງພໍ່ແມ່ປະຊາຊົນ ຈາກກະແສຂ່າວໃນສື່ສັງຄົມອອນລາຍ ກ່ຽວກັບບັນຫາການປົນເປື້ອນສານໜູ (Arsenic – As) ໃນແມ່ນ້ຳຂອງ, ລັດວິສາຫະກິດນ້ຳປະປາ ແຂວງບໍ່ແກ້ວ ໄດ້ອອກມາຢືນຢັນຢ່າງເປັນທາງການແລ້ວວ່າ ນ້ຳປະປາທົ່ວແຂວງບໍ່ແກ້ວ ມີຄວາມປອດໄພ 100% ແລະ ບໍ່ພົບສານໜູປົນເປື້ອນແຕ່ຢ່າງໃດ.

ນ້ຳປະປາ ບໍ່ແກ້ວ ປອດສານໜູ 100% ຜ່ານມາດຕະຖານທຸກຈຸດ · ຮູບທີ 2

ລົງພື້ນທີ່ເກັບຕົວຢ່າງຢ່າງຮີບດ່ວນ 5 ຈຸດສຳຄັນ

ໃນລະຫວ່າງວັນທີ 9, 11, 13 ແລະ 17 ພະຈິກ 2026 ທີ່ຜ່ານມາ, ທີມງານວິຊາການຂອງລັດວິສາຫະກິດນ້ຳປະປາ ແຂວງບໍ່ແກ້ວ ໄດ້ລົງເກັບຕົວຢ່າງນ້ຳດິບຈາກແມ່ນ້ຳຂອງ ໃນ 5 ຈຸດຫຼັກ ເພື່ອນຳມາວິເຄາະຄຸນນະພາບຢ່າງລະອຽດ ຄື:

ນ້ຳປະປາ ບໍ່ແກ້ວ ປອດສານໜູ 100% ຜ່ານມາດຕະຖານທຸກຈຸດ · ຮູບທີ 3

1. ເຂດພື້ນທີ່ບໍລິການ ເມືອງຫ້ວຍຊາຍ (2 ຈຸດ):

ນ້ຳປະປາ ບໍ່ແກ້ວ ປອດສານໜູ 100% ຜ່ານມາດຕະຖານທຸກຈຸດ · ຮູບທີ 4
  • ສະຖານີສູບນ້ຳຂອງ (ນ້ຳດິບ) ຢູ່ຈຸດອິນເທັກ ໂຮງຮຽນມັດທະຍົມສົມບູນ (ມປາຍ) ຫ້ວຍຊາຍ.
  • ສະຖານີສູບນ້ຳຂອງ (ນ້ຳດິບ) ຢູ່ເຮືອນແພ ບ້ານມຸງຄຸນສິນ.

2. ເຂດພື້ນທີ່ບໍລິການ ເມືອງຕົ້ນເຜີ້ງ (3 ຈຸດ):

  • ສະຖານີສູບນ້ຳຂອງ (ນ້ຳດິບ) ຢູ່ບ້ານໂພນໂຮມ.
  • ນ້ຳຂອງ (ນ້ຳດິບ) ຢູ່ເຂດດອນຊາວ.
  • ສະຖານີສູບນ້ຳຂອງ (ນ້ຳດິບ) ຢູ່ບ້ານດອນຟອງ ເຂດນ້ຳເກິ່ງ.

ສະຫຼຸບຜົນການວິເຄາະ: ປອດໄພ ຜ່ານເກນມາດຕະຖານ

ຈາກການກວດກາຕົວຈິງທັງ 5 ຈຸດ ພົບວ່າ: ຄ່າສານໜູເທົ່າກັບ 0 mg/L (ບໍ່ພົບການປົນເປື້ອນ) ແລະ ຜ່ານມາດຕະຖານຄວາມປອດໄພທຸກປະການ. ດັ່ງນັ້ນ, ພໍ່ແມ່ປະຊາຊົນ ແລະ ລູກຄ້າຜູ້ຊົມໃຊ້ນ້ຳປະປາທຸກທ່ານ ສາມາດນຳໃຊ້ນ້ຳເພື່ອການອຸປະໂພກ ແລະ ບໍລິໂພກໄດ້ຕາມປົກກະຕິຢ່າງສະບາຍໃຈ.

ນ້ຳປະປາ ບໍ່ແກ້ວ ປອດສານໜູ 100% ຜ່ານມາດຕະຖານທຸກຈຸດ · ຮູບທີ 5

ຫຼັກຖານຢັ້ງຢືນຢ່າງເປັນທາງການ

ເພື່ອສ້າງຄວາມໂປ່ງໃສ ແລະ ຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ, ຂະແໜງໂຮງງານຜະລິດນ້ຳປະປາ ໄດ້ອອກໃບລາຍງານຜົນການກວດກາຄຸນນະພາບນ້ຳຢ່າງເປັນທາງການ ຕາມເອກະສານອ້າງອີງດັ່ງນີ້:

  • ໃບລາຍງານເລກທີ 7700/ລນຂ.ບກ, ລົງວັນທີ 17/11/2026
  • ໃບລາຍງານເລກທີ 7725/ລນຂ.ບກ, ລົງວັນທີ 18/11/2026

ທີ່ມາ: ໜັງສືພິມບໍ່ແກ້ວ Bokeo Newspaper


ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດສາລະໜ້າຮູ້
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່