
ວິຊາການ ບໍລິການລູກຄ້າ
Lao – Viet Bank Co., Ltd9,500,000 – 12,000,000 ກີບ/ເດືອນເຕັມເວລາຫຼວງພະບາງ1 ຕຳແໜ່ງປິດ 20/12/20260 ຄັ້ງ
Lao – Viet Bank Co., Ltdເງິນເດືອນ9,500,000 – 12,000,000 ກີບ/ເດືອນ
ປະເພດວຽກເຕັມເວລາ
ໝວດບັນຊີ ແລະ ການເງິນ
ຈຳນວນຮັບ1 ຄົນ
ສະຖານທີ່ເລກທີ 44 ຖະໜົນລ້ານຊ້າງ, ບ້ານຫັດສະດີເຕີ້ຍ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ, ຫຼວງພະບາງ
ປິດຮັບສະໝັກ20/12/2026
ລົງປະກາດ16/11/2026
ລາຍລະອຽດວຽກ
ໜ້າທີ່ຮັບຜິດຊອບ
- ດຳເນີນທຸລະກຳກັບລູກຄ້າ ເຊັ່ນ ຝາກເງິນ, ຖອນເງິນ, ແລກປ່ຽນເງິນ, ໂອນເງິນ ແລະ ບໍລິການທະນາຄານອື່ນໆ.
- ໃຫ້ຄຳປຶກສາ, ແນະນຳ ແລະ ນຳສະເໜີຂາຍຜະລິດຕະພັນ/ບໍລິການຂອງທະນາຄານ; ຮັບຟັງ ແລະ ຕອບຂໍ້ສົງໄສຂອງລູກຄ້າ ພ້ອມທັງດູແລລູກຄ້າ.
- ປະຕິບັດໜ້າວຽກອື່ນໆຕາມການມອບໝາຍຂອງຜູ້ອຳນວຍການສາຂາ/ຫົວໜ້າພະແນກ.
ເງື່ອນໄຂ ແລະ ມາດຕະຖານ
- ຊາຍ ຫຼື ຍິງ, ອາຍຸບໍ່ເກີນ 30 ປີ.
- ຈົບຊັ້ນສູງຂຶ້ນໄປ ໃນສາຂາການເງິນ-ການທະນາຄານ, ບໍລິຫານທຸລະກິດ, ການຄ້າ, ກົດໝາຍ, ພົວພັນການຕ່າງປະເທດ ຫຼື ສາຂາທີ່ກ່ຽວຂ້ອງ.
- ສາມາດນຳໃຊ້ຄອມພິວເຕີ ແລະ Microsoft Office ໄດ້.
- ຜູ້ທີ່ສາມາດສື່ສານພາສາຫວຽດນາມ, ຈີນ ຫຼື ອັງກິດໄດ້ ຈະໄດ້ຮັບການພິຈາລະນາເປັນພິເສດ.
- ມີບຸກຄະລິກ ແລະ ຄຸນສົມບັດດີ, ສຸຂະພາບແຂງແຮງ ແລະ ບໍ່ເຄີຍມີຄະດີອາຍາ.
ເງິນເດືອນ ແລະ ສະຫວັດດີການ
ເງິນເດືອນພື້ນຖານ 9,500,000–12,000,000 ກີບ/ເດືອນ. ມີສະຫວັດດີການອື່ນໆ ເຊັ່ນ ຄ່າອາຫານທ່ຽງ, ເງິນເດືອນເດືອນທີ 13, ໂບນັດປະຈຳປີ, ເງິນລາງວັນ ແລະ ເງິນອຸດໜູນຕ່າງໆ. ລາຍຮັບລວມສະເລ່ຍຕາມປະກາດ 15,000,000–18,000,000 ກີບ/ເດືອນ.
ເອກະສານສະໝັກ
- ໃບສະໝັກວຽກຕາມແບບຟອມຂອງ LaoVietBank (ດາວໂຫຼດຈາກ http://www.laovietbank.com.la ຫຼື ສະແກນ QR Code ໃນປະກາດ).
- ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ.
- ສຳເນົາໃບປະກາດ, ໃບຢັ້ງຢືນ ແລະ ໃບຄະແນນ.
- ໃບຢັ້ງຢືນທີ່ຢູ່ທີ່ອອກໂດຍທາງການ ພາຍໃນ 3 ເດືອນຫຼ້າສຸດ.
ວິທີ ແລະ ໄລຍະເວລາສະໝັກ
ຍື່ນເອກະສານໂດຍກົງທີ່ LaoVietBank ສາຂາຫຼວງພະບາງ, ເລກທີ 04, ບ້ານໂພນແພງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ໄລຍະຮັບສະໝັກ: 23 ພະຈິກ – 21 ທັນວາ 2026. ເວລາຮັບເອກະສານ: ວັນຈັນ–ສຸກ, 08:45–11:30 ແລະ 13:30–16:30 (ຍົກເວັ້ນວັນພັກລັດຖະການ).
ສອບຖາມ: 071-261113, 071-261114.
ທັກສະທີ່ຕ້ອງການ
CommunicationCustomer ServiceMicrosoft Office
ປະກາດນີ້ມາຈາກ werkjob.com · ອັບເດດ 16/11/2026 18:46
ວຽກອື່ນໆ ທັງໝົດ →

Lao – Viet Bank Co., Ltd
ເຕັມເວລາຫຼວງພະບາງ9,500,000 – 12,000,000 ກີບ/ເດືອນປິດ 20/12/2026



ບໍລິສັດLao – Viet Bank Co., Ltd
ທະນາຄານຮ່ວມທຸລະກິດລາວ-ຫວຽດ (LaoVietBank) ເປັນທະນາຄານຮ່ວມທຶນລາວ-ຫວຽດນາມ ກໍ່ຕັ້ງໃນປີ 1999 ໃຫ້ບໍລິການທາງການເງິນ ແລະ ທະນາຄານ.
ເບິ່ງໂປຣໄຟລ໌ · 2 ວຽກ →ສະໝັກຜ່ານມະຫາສານ
ສົ່ງຊື່, ເບີ ແລະ CV — ພວກເຮົາສົ່ງຕໍ່ຫາຜູ້ຮັບສະໝັກໂດຍກົງ.