ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຕອນນີ້ໃກ້ຮູ້ຕົວ ແກ໋ງໂຈນປຸ້ນຈີ້ແລ້ວ, ເຈົ້າໜ້າທີ່ ກໍາລັງນຳຕົວຢູ່.

ໂດຍ kaling
· 6 ເດືອນ ກ່ອນອ່ານ 1 ນາທີ167 ຄັ້ງ
ຕອນນີ້ໃກ້ຮູ້ຕົວ ແກ໋ງໂຈນປຸ້ນຈີ້ແລ້ວ, ເຈົ້າໜ້າທີ່ ກໍາລັງນຳຕົວຢູ່.
ADadvertisement
ADadvertisement
ADadvertisement

ເຕືອນໄພສັງຄົມ! ໄວຮຸ່ນ 4 ຄົນ ໃຊ້ອາວຸດງ້າວໄລ່ຟັນປະຊາຊົນ 2 ຄົນ ເພື່ອປຸ້ນເອົາລົດຈັກ ຢູ່ເມືອງສີໂຄດຕະບອງ

——————

ນະຄອນຫຼວງວຽງຈັນ: ເກີດເຫດການອຸກອາດຂຶ້ນໃນສະຖານທີ່ສາທາລະນະ ເມື່ອກຸ່ມແກ໊ງໄວລຸ່ນຈຳນວນ 4 ຄົນ ຂາດຄວາມຢ້ານກົວກົດໝາຍ ໄດ້ຮ່ວມກັນໃຊ້ອາວຸດງ້າວ ບຸກເຂົ້າທຳຮ້າຍຮ່າງກາຍປະຊາຊົນຜູ້ບໍລິສຸດຢ່າງໂຫດຮ້າຍ ເພື່ອຈຸດປະສົງໃນການປຸ້ນລົດຈັກ, ຫຼ້າສຸດ ຜູ້ປະສົບເຫດ ແລະ ສັງຄົມ ຕ່າງຮຽກຮ້ອງໃຫ້ເຈົ້າໜ້າທີ່ຕຳຫຼວດ ເລັ່ງຕິດຕາມມ້າງຄະດີນີ້ຢ່າງຮີບດ່ວນ

ADadvertisement
ADadvertisement
ADadvertisement
ຕອນນີ້ໃກ້ຮູ້ຕົວ ແກ໋ງໂຈນປຸ້ນຈີ້ແລ້ວ, ເຈົ້າໜ້າທີ່ ກໍາລັງນຳຕົວຢູ່.

ເຫດການສະເທືອນຂວັນນີ້ ໄດ້ເກີດຂຶ້ນໃນວັນທີ 09 ມິຖຸນາ 2026 ທີ່ຜ່ານມານີ້ ຢູ່ບໍລິເວນເຂດບ້ານໜອງປາໄນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ໂດຍໃນຊ່ວງເວລາເກີດເຫດ ມີປະຊາຊົນຈຳນວນ 2 ຄົນ ໄດ້ພາກັນຈອດລົດຈັກຢູ່ບໍລິເວນແຄມທາງ ເພື່ອເຮັດທຸລະສ່ວນຕົວ ຫຼື ພັກຜ່ອນ

ຕອນນີ້ໃກ້ຮູ້ຕົວ ແກ໋ງໂຈນປຸ້ນຈີ້ແລ້ວ, ເຈົ້າໜ້າທີ່ ກໍາລັງນຳຕົວຢູ່. · ຮູບທີ 2

ພາຍຫຼັງເກີດເຫດ, ຂໍ້ມູນດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປ ເພື່ອເປັນການເຕືອນໄພໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ມີຄວາມລະມັດລະວັງໃນການຈອດລົດຢູ່ບ່ອນມຶດ ຫຼື ບ່ອນປອດຄົນໃນຍາມຄ່ຳຄືນ. ພ້ອມກັນນັ້ນ ທາງຜູ້ເສຍຫາຍ ແລະ ບັນດາຊາວເນັດ ຕ່າງກໍໄດ້ຮຽກຮ້ອງ ແລະ ສົ່ງຕໍ່ເບາະແສ ໄປຍັງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ແລະ ພາກສ່ວນສືບສວນ-ສອບສວນ ໃຫ້ນຳກຳລັງລົງພື້ນທີ່ຕິດຕາມ, ກວດກາກ້ອງວົງຈອນປິດຕາມເສັ້ນທາງ ເພື່ອໄລ່ລ່າຈັບກຸ່ມແກ໊ງໄວຮຸ່ນໃຈບາບທັງ 4 ຄົນນີ້ ມາຊົດໃຊ້ກຳ ແລະ ດຳເນີນຄະດີຕາມກົດໝາຍໃຫ້ໄດ້ໂດຍໄວທີ່ສຸດ ເພາະຖືເປັນພະຍາດສັງຄົມທີ່ອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຮຸນແຮງ.

ຂ່າວ Xaidasone K’k

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 167 ຄັ້ງ
‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່