
ໂຈນດຶງກະເປົາ ລົດລົ້ມໄດ້ຮັບບາດເຈັບ ແລະ ຍາດເອົາລົດຈັກຫາກໍຊື້ໄດ້ 3 ເດືອນ
K
ໂດຍ kaling
· 6 ເດືອນ ກ່ອນອ່ານ 1 ນາທີ49 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 1:01

ຜູ້ເສຍຫາຍຖືກໂຈນປຸ້ນເອົາລົດຈັກ ໂພສວ່າ: ເວລາ 12:20 ນາທີ ວັນທີ 14 ມິຖຸນາ 2026 ມີໂຈນເພດຊາຍ 2 ຄົນ ຂັບຂີ່ລົດຈັກຊ້ອນກັນມາຮຽງຂ້າງຕົນ ແລ້ວດຶງກະເປົາຂອງຕົນເອງ ຢູ່ເສັ້ນທາງໄປດົງໂພສີ ແຖວມະຫາວິທະຍາໄລວິທະຍາສາດສຸຂະພາບ ເຂດບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແຕ່ດຶງກະເອົາກະເປົາໄປບໍ່ໄດ້ ເຮັດໃຫ້ລົດຈັກຕົນເອງລົ້ມລົງ ຈາກນັ້ນ, ໂຈນໄດ້ຍາດລົດຈັກ ຍີ່ຫໍ້ຮອນດ້າເວັບ 100 ສີແດງດໍາ ປ້າຍທະບຽນ ຫທ 5199 ຂອງຕົນເອງໄປ ເຊິ່ງລົດຈັກຄັນດັ່ງກ່າວຫາກະຊື້ໄດ້ 3 ເດືອນ.

ຫລັງຈາກໂຈນໄດ້ຍາດເອົາລົດຈັກແລ້ວຂັບໜີໄປທາງດົງໂພສີ ຕົນເອງໄດ້ຮັບບາດເຈັບຫລາຍຈຸດ. ປັດຈຸບັນ, ໄດ້ເຂົ້າແຈ້ງຕໍ່ເຈົ້າໜ້າທີ່ ປກສ ກຸ່ມສົມສະຫງ່າ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ແລ້ວເພື່ອຊອກຫານຳຈັບໂຈນດັ່ງກ່າວ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/11289
‹ ກັບໄປໝວດເຫດການ
ອ່ານຕໍ່













