
ເກີດເຫດເດັກນັກຮຽນຊັ້ນ ມ.3 ໄລ່ຍິງຄົນໃນໂຮງຮຽນຢູ່ ຈັງຫວັດນົນທະບຸຣີ ປະເທດໄທ ມີຜູ້ເສຍຊີວິດ 9 ຄົນ
K
ໂດຍ kaling
· 4 ເດືອນ ກ່ອນອ່ານ 1 ນາທີ56 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:51

ອັບເດດຫຼ້າສຸດ ເຫດກາດຍິງ ໂຮງຮຽນ ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າກວດສອບເຮືອນຂອງຜູ້ກໍ່ເຫດ (ຊຶ່ງເປັນເຮືອນຂອງປູ່ ແລະ ຍ່າ) ແລະ ໄດ້ພົບສອບຜູ້ເສຍຊີວິດເພີ່ມອີກ 2 ຄົນ ຊຶ່ງຄາດວ່າເປັນປູ່ ແລະ ຍ່າ ຂອງຜູ້ກໍ່ເຫດເອງ.
ຈາກການສັນນິຖານເບື້ອງຕົ້ນຂອງເຈົ້າໜ້າທີ່ ຄາດວ່າຜູ້ກໍ່ເຫດໄດ້ລົງມືກໍ່ເຫດຢູ່ເຮືອນກ່ອນ ເຮັດໃຫ້ປູ່ ແລະ ຍ່າ ເສຍຊີວິດ ຈາກນັ້ນຈຶ່ງເດີນທາງມາລົງມືກໍ່ເຫດຢູ່ໂຮງຮຽນ ເປັນເຫດໃຫ້ມີຄົນຊີວິດແລ້ວລວມ 9 ຄົນ, ແລະ ນັກຮຽນໄດ້ຮັບບາດເຈັບອີກຫຼາຍຄົນ
ເຈົ້າໜ້າທີ່ກ່ຽວຂ້ອງກຳລັງຢູ່ລະຫວ່າງການກວດສອບພື້ນທີ່ຢ່າງລະອຽດ ແລະ ສືບສວນຫາສາເຫດແຮງຈູງໃຈໃນການກໍ່ເຫດຄັ້ງນີ້ຢ່າງເລິກເຊິ່ງ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 56 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/14315
‹ ກັບໄປໝວດເຫດການ
ອ່ານຕໍ່













