ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈັບໄດ້ແລ້ວ 2 ຜູ້ຕ້ອງສົງໄສ ປຸ້ນຄຳ ທີ່ໂລຕັດຊຽງຂອງ ປະເທດໄທ ແລ້ວໜີຂ້າມແມ່ນໍ້າຂອງ ຖືກລາວຈັບໄດ້ຢູ່ບໍ່ແກ້ວ

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ44 ຄັ້ງ
ຈັບໄດ້ແລ້ວ 2 ຜູ້ຕ້ອງສົງໄສ ປຸ້ນຄຳ ທີ່ໂລຕັດຊຽງຂອງ ປະເທດໄທ ແລ້ວໜີຂ້າມແມ່ນໍ້າຂອງ ຖືກລາວຈັບໄດ້ຢູ່ບໍ່ແກ້ວ
ADadvertisement
ADadvertisement
ADadvertisement

​ແຂວງບໍ່ແກ້ວ, ສປປ ລາວ – ເມື່ອເວລາປະມານ 07:00 ໂມງ, ວັນທີ 19 ສິງຫາ 2026, ເຈົ້າໜ້າທີ່ຕຳຫຼວດ ສປປ ລາວ ໄດ້ເຂົ້າປະຕິບັດການຈັບກຸມຜູ້ຕ້ອງສົງໄສຄະດີ ປຸ້ນຊິງຊັບຮ້ານຄຳພາຍໃນຫ້າງໂລຕັດຊຽງຂອງ, ຈັງຫວັດຊຽງຮາຍ ຫຼັງພົບເບາະແສວ່າຜູ້ຕ້ອງສົງໄສໄດ້ຫຼົບໜີຂ້າມໄປຍັງພື້ນທີ່ແຂວງບໍ່ແກ້ວ, ສປປ ລາວ.

​ເຈົ້າໜ້າທີ່ພົບຜູ້ຕ້ອງສົງໄສພ້ອມກັບອາວຸດປືນ ຈຶ່ງໄດ້ປະສານກຳລັງທະຫານລາວເຂົ້າຮ່ວມອ້ອມລ້ອມ ກ່ອນຈະສາມາດຄວບຄຸມຕົວໄດ້ 2 ລາຍ.

​ລາຍທຳອິດຄື: ທ້າວ ສົມຊາຍ ທິບພະວັນ, ອາຍຸ 32 ປີ, ອາໄສຢູ່ບ້ານຂອນແກ້ວ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ຖືກຄວບຄຸມຕົວໃນຂໍ້ຫາປົ້ນຊັບ.

ADadvertisement
ADadvertisement
ADadvertisement

​ສ່ວນລາຍທີ 2 ຄື: ທ້າວ ອ້າຍ ວິໄລສຸກ, ອາຍຸ 31 ປີ, ອາຊີບຂັບເຮືອ, ອາໄສຢູ່ບ້ານໃຫມ່ຫ້ວຍຊາຍເໜືອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ຖືກຄວບຄຸມຕົວໃນຂໍ້ຫາປົ້ນຊັບ ໂດຍເຈົ້າໜ້າທີ່ລະບຸວ່າເປັນຜູ້ມີສ່ວນກ່ຽວຂ້ອງໃນຖານະຜູ້ສົມຮູ້ຮ່ວມຄິດ.

​ຂະນະນີ້, ເຈົ້າໜ້າທີ່ ສປປ ລາວ ຢູ່ລະຫວ່າງການສືບສວນ-ສອບສວນ ແລະ ຂະຫຍາຍຜົນເພີ່ມເຕີມ ໂດຍລາຍລະອຽດກ່ຽວກັບອາວຸດປືນ ແລະ ຊັບສິນຂອງກາງ, ໂດຍສະເພາະຄຳທີ່ກ່ຽວຂ້ອງກັບຄະດີ ແມ່ນຍັງບໍ່ທັນມີການເປີດເຜີຍຢ່າງເປັນທາງການ.

​ກ່ອນໜ້ານີ້, ເມື່ອວັນທີ 4 ສິງຫາ 2026 ໄດ້ເກີດເຫດຄົນຮ້າຍໃຊ້ອາວຸດປືນບຸກຊິງຊັບຮ້ານຄຳພາຍໃນຫ້າງໂລຕັດຊຽງຂອງ, ຈັງຫວັດຊຽງຮາຍ ກ່ອນຫຼົບໜີອອກຈາກພື້ນທີ່ ແລະ ເຈົ້າໜ້າທີ່ໄດ້ເລ່ງຕິດຕາມຕົວມາດຳເນີນຄະດີ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່