
"ຕ້ອງເຝົ້າລະວັງຢ່າງໃກ້ຊິດ! ປະຊາຊົນພົບໝູຕາຍແບບບໍ່ຮູ້ສາເຫດ"
K
ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ42 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:56

ໃນວັນທີ 03/09/2026 ຜ່ານມາ, ປະຊາຊົນພົບເຫັນໝູລ້ຽງຂອງຕົນເອງຕາຍໝົດຄອກ ແບບບໍ່ຮູ້ສາເຫດ ຢູ່ທີ່ບ້ານເພຍລາດ ເມືອງສັງທອງ ນະຄອນຫຼວງວຽງຈັນ ຕາມລາຍງານເບື້ອງຕົ້ນຂອງເຈົ້າຂອງໝູລບະບຸສາເຫດຂອງການຕາຍອາດເກີດຂຶ້ນຈາກພະຍາດອະຫິວາໝູທີ່ກຳລັງລະບາດ.
ເຊິ່ງກ່ອນໜ້ານີ້ທາງແຂວງໄຊຍະບູລີກໍໄດ້ອອກແຈ້ງການຫ້າມຈຳໜ່າຍ ຫຼື ບໍລິໂພກ ຊິ້ນໝູໄປທັງໝົດ 5 ເມືອງ ປະກອບມີ: ເມືອງໄຊຍະບູລີ, ເມືອງທົ່ງມີໄຊ, ເມືອງແກ່ນທ້າວ, ເມືອງພຽງ. ເຮັດໃຫ້ໝູຕາຍ ແລະ ຖຶກຂ້າທໍາລາຍທັງໝົດ 1,949 ໂຕ, ໃນນີ້ຕາຍເອງ 1,294 ໂຕ ແລະ ຂ້າທໍາລາຍເພື່ອຕັດວົງຈອນ ຈໍານວນ 655 ໂຕ ແລະ ພົບເຫັນຫມູປ່າຕາຍໃນເຂດປ່າສະຫງວນແຫ່ງຊາດນໍ້າປຸຍ ອີກຈໍານວນຫຼາຍ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/16071
‹ ກັບໄປໝວດເຫດການ
ອ່ານຕໍ່













