ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງປາກຊ່ອງ ຈັບໂຕຜູ້ຖືກຫາຄະດີຄາຕະກຳ ຂ້າພໍ່ຕົນເອງ ຢູ່ເມືອງເລົ່າງາມ ແຂວງສາລະວັນ

ໂດຍ kaling
· 3 ເດືອນ ກ່ອນອ່ານ 1 ນາທີ38 ຄັ້ງ
ປກສ ເມືອງປາກຊ່ອງ ຈັບໂຕຜູ້ຖືກຫາຄະດີຄາຕະກຳ ຂ້າພໍ່ຕົນເອງ ຢູ່ເມືອງເລົ່າງາມ ແຂວງສາລະວັນ
ADadvertisement
ADadvertisement
ADadvertisement

ພັນໂທ ພຸດທະວົງ ແກ້ວວິໄລສັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກຊ່ອງ ແຂວງຈໍາປາສັກ ລາຍງາຍວັນທີ 10 ກັນຍາ 2026 ວ່າ: ໃນວັນທີ 13 ສິງຫາ 2026 ເວລາ 07:10 ໂມງ ໄດ້ມີເຫດການຄາດຕະກຳ (ຂ້າພໍ່ຕົນເອງ) ຢູ່ບ້ານ ໜອງເລົາ ເມືອງເລົ່າງາມ ແຂວງສາລະວັນ. ຈາກນັ້ນ, ທ້າວ ລອນ ຜູ້ກໍ່ເຫດໄດ້ເອົາໂຕຫລົບໜີ. ຕໍ່ມາ ທາງກອງບັນຊາການ ປກສ ເມືອງເລົ່າງາມ ແຂວງສາລະວັນ ຈຶ່ງໄດ້ປະສານງານມາ ເພື່ອຕິດຕາມນຳຊອກນຳຈັບເປົ້າໝາຍດັ່ງກ່າວ.

ເມື່ອເປັນຄືແນວນັ້ນ ກອງບັນຊາການ ປກສ ເມືອງປາກຊ່ອງໄດ້ແຕ່ງຕັ້ງກຳລັງວິຊາສະເພາະ ໂດຍສົມທົບກັບ ປກສ ຕາແສງ, ປກສ ກຸ່ມ 06 ແລະ ອຳນາດການປົກຄອງບ້ານ ຊ່ວຍກັນສະກັດຕິດຕາມ. ຕົກມາຮອດວັນທີ 9 ກັນຍາ 2026 ເວລາ 16:30 ໂມງ ຈຶ່ງສາມາດຈັບໂຕ ທ້າວ ລອນ ຢູ່ຈຸດບ້ານ ໜອງສູງ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ມື້ຕໍ່ມາຄື ວັນທີ 10 ກັນຍາ 2026 ທາງເຈົ້າໜ້າທີ່ ຈຶ່ງໄດ້ມອບໂຕຜູ້ຖືກຫາດັ່ງກ່າວ ໃຫ້ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງເລົ່າງາມ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ທີ່ມາ: ໜ່ວຍງານຖະແຫຼງຂ່າວ-ສື່ມວນຊົນ ເມືອງປາກຊ່ອງ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່