MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະກັດຍົນສ່ວນຕົວຢູ່ສະໜາມບິນຫລວງພະບາງ ແລະ ຜູ້ກ່ຽວຂ້ອງ 13 ຄົນ ພ້ອມຂອງໄອສ໌ 521 ກິໂລກຣາມ ກຽມບິນຂ້າມປະເທດ

ສະກັດຍົນສ່ວນຕົວຢູ່ສະໜາມບິນຫລວງພະບາງ ແລະ ຜູ້ກ່ຽວຂ້ອງ 13 ຄົນ ພ້ອມຂອງໄອສ໌ 521 ກິໂລກຣາມ ກຽມບິນຂ້າມປະເທດ

kaling
ເຜີຍແຜ່: 6 ຕຸລາ 2026, 09:33
ປັບປຸງຫຼ້າສຸດ: 6 ຕຸລາ 2026, 09:33
Copy of pele - 2026-10-05T115751.194

ປກສ ແຂວງຫຼວງພະບາງ ລາຍງານວ່າ: ວັນທີ 21 ກັນຍາ 2026 ໄດ້ຮັບຂ່າວຈາກພົນລະເມືອງດີວ່າ ມີກຸ່ມເປົ້າໝາຍຈະມີການຂົນສົ່ງຢາເສບຕິດຂ້າມຜ່ານລະຫວ່າງປະເທດ ໃຊ້ເສັ້ນທາງຂົນສົ່ງທາງອາກາດໂດຍນໍາໃຊ້ຍົນສ່ວນຕົວ ບິນຕົງຈາກສາຍການບິນປະເທດມາເລເຊຍ ມາລົງສະໜາມບິນສາກົນແຂວງຫຼວງພະບາງ.

ມາຮອດວັນທີ 26 ກັນຍາ 2026 ເປົ້າໝາຍມີການປ່ຽນແປງ ຖ້ຽວບິນມາເປັນວັນທີ 1 ຕຸລາ 2026, ກໍານົດຕາຕະລາງເດີນທາງເວລາ 11:30 ນາທີ ຮອດສະໜາມບິນສາກົນແຂວງຫຼວງພະບາງ ເວລາ 13:30 ນາທີ, ພາຍຫລັງໄດ້ຮັບແຫລ່ງຂ່າວ ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ ຕິດຕາມກວດກາ ພົບພາຫະນະ (ລົດໃຫຍ່) 2 ຄັນ ເຂົ້າມາຈອດຢູ່ຕໍ່ໜ້າສະໜາມບິນ. ຈາກນັ້ນ, ໄດ້ມີພະນັກງານສະໜາມບິນໄດ້ຍູ້ລໍ້ຂົນເຄື່ອງ ອອກຈາກລົດ 2 ຄັນດັ່ງກ່າວ (ເປັນປະເພດກະເປົາ ) 23 ໜ່ວຍ ເພື່ອເຂົ້າໄປຜ່ານເຄື່ອງເອັກສະເລ ແລ້ວນໍາຂຶ້ນຍົນລໍາດັ່ງກ່າວ, ພາຍຫລັງເອົາເຄື່ອງອອກຈາກລົດ ແລ້ວຂັບຂີ່ອອກຈາກສະໜາມບິນທັນທີ່. ຈາກນັ້ນ, ເຈົ້າໜ້າ ຈຶ່ງໄດ້ຂໍກວດກາເບິ່ງທາງໃນຂອງກະເປົາລາກ ຈໍານວນດັ່ງກ່າວ ຈຶ່ງພົບເຫັນຖົງສີຟ້າສັນຍະລັກດ້ວຍຮູບປາຄໍາຄືກັນທັງໝົດ ທາງໃນກະເປົາພົບກ້ອນສີຂາວຄ້າຍຄືຢາໄອສ໌ ບັນຈຸໃນຖົງສີຟ້າ 21 ໜ່ວຍ, ອີກກະເປົາ 2 ໜ່ວຍ.

ຜ່ານການກວດກາ ເຫັນວ່າເປັນເຄື່ອງໃຊ້ທົ່ວໄປ ເຊິ່ງມີນໍ້າໜັກປະມານ 180 ກິໂລກຣາມ, ຈາກນັ້ນ ທາງເຈົ້າໜ້າທີ່ໄດ້ກວດກາຈົດນັບ, ຕິດຕາຊັ່ງ ຈຶ່ງພົບເປັນຢາເສບຕິດ ປະເພດຢາໄອສ໌ 500 ຫໍ່, ລວມນ້ຳໜັກ 521 ກິໂລກຣາມ, ພ້ອມທັງອາຍັດຍົນ 1 ລໍາ ຍີ່ຫໍ້ ( LEAR JET ), ຖ້ຽວບິນ N73GP (ເປັນຍົນສ່ວນຕົວ) ແລະ ລົດກະບະຍີ່ຫໍ້ ນິດສັນ ສີຂາວ, ໝາຍເລກທະບຽນ ລວ 9799 ຫຼວງພະບາງ 1 ຄັນ.

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວນັກບິນ 1 ຄົນ, ຜູ້ຊ່ວຍນັກບິນ 1 ຄົນ ແລະ ນັກທ່ອງທ່ຽວ 1 ຄົນ ເຊິ່ງເປັນຄົນຕ່າງປະເທດ, ພະນັກງານບໍລິສັດ ເອວີເອ ເຊີ້ນກຼາດ 3 ຄົນ, ຍິງ 1 ຄົນ (ສັນຊາດລາວ) ແລະ ພະນັກງານສະໜາມບິນສາກົນແຂວງຫຼວງພະບາງ ຜູ້ຮັບຜິດຊອບເຄື່ອງເອັກສະເລ 7 ຄົນ, ຍິງ 2 ຄົນ (ສັນຊາດລາວ) ລວມທັງໝົດ 13 ຄົນ, ຍິງ 3 ຄົນ ພ້ອມທັງຢຶດຂອງກາງທີ່ກ່ຽວຂ້ອງເປັນຫຼັກຖານເພື່ອສືບຕໍ່ດໍາເນີນຄະດີຕໍ່.

ສຳລັບລາຍຊື່ຜູ້ຖືກຫາຈຳນວນ 13 ຄົນທີ່ກ່າວມາຂ້າງເທິງນັ້ນ ທາງເຈົ້າໜ້າທີ່ຕຳຫຼວດ ໄດ້ສົມທົບເຈົ້າໜ້າທີ່ ແລະ ຂະເເໜງການທີ່ກ່ຽວຂ້ອງພວມສືບຕໍ່ດຳເນີນການສືບສວນ-ສອບສວນ ເຮັດໃຫ້ມີການຈະເເຈ້ງ ແລະ ດຳເນີນຕາມລະບຽບກົດໝາຍຕໍ່ໄປ.

ທີ່ມາ: ໜັງສືພິມ ຄວາມສະຫງົບ

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດເຫດການ

ຂ່າວທີ່ກ່ຽວຂ້ອງ