
ທຣຳ ບອກ “ຂ້ອນຂ້າງຈິງ” ທີ່ສົງຄາມເຮັດໃຫ້ເສຍໄຊການເລືອກຕັ້ງ ແຕ່ຢືນຢັນວ່າຄຸ້ມຄ່າ

ໂດນັລ ທຣຳ ອອກມາຍອມຮັບວ່າ ເປັນເລື່ອງຂ້ອນຂ້າງຈິງທີ່ ການເຮັດສົງຄາມກັບອີຣານ ຄືເຫດຜົນທີ່ເຮັດໃຫ້ຣີພັບບລີກັນເສຍໄຊໃນການເລືອກຕັ້ງກາງສະໄໝ ແຕ່ຢືນຢັນວ່າມັນຄຸ້ມຄ່າກັບການຂັດຂວາງບໍ່ໃຫ້ອີຣານມີອາວຸດນິວເຄຼຍ.
ເມື່ອວັນພຸດທີ 4 ພະຈິກ 2026 ໂດນັລ ທຣຳ ປະທານາທິບໍດີສະຫະລັດຯ ອອກມາສະແດງຄວາມຄິດເຫັນສອດຄ່ອງກັບທ່ານ ເຈດີ ແວນຊ໌ ຮອງປະທານາທິບໍດີສະຫະລັດຯ ທີ່ລະບຸວ່າ ສົງຄາມອີຣານຄືເຫດຜົນທີ່ເຮັດໃຫ້ພັກຣີພັບບລີກັນພ່າຍແພ້ໃນການເລືອກຕັ້ງກາງສະໄໝເມື່ອວັນອັງຄານຜ່ານມາຢ່າງຍັບເຍີນ.

“ຂ້ອຍຄິດວ່າມັນຂ້ອນຂ້າງຈິງ ເພາະມັນເຮັດໃຫ້ລາຄານ້ຳມັນແອັດຊັງປັບຕົວສູງຂຶ້ນໜ້ອຍໜຶ່ງໃນໄລຍະສັ້ນ” ທຣຳ ກ່າວຢູ່ບໍລິເວນເຂດກໍ່ສ້າງຫ້ອງບອນຣູມທຳນຽບຂາວ ເມື່ອຖືກຖາມເຖິງຖະແຫຼງການຂອງແວນຊ໌ ເຊິ່ງເບິ່ງຄືວ່າຈະພາດພີງເຖິງຕົວທ່ານ ທຣຳ.
“ແຕ່ຖ້າຂ້ອຍຕ້ອງກັບໄປເຮັດມັນອີກຄັ້ງ ຂ້ອຍກໍຈະເຮັດອີກ ເພາະໃນໄລຍະຍາວແລ້ວ ມັນຄືຄຳຕອບດຽວ” ທ່ານ ທຣຳ ກ່າວຕໍ່ “ພວກເຈົ້າບໍ່ອາດຍອມໃຫ້ອີຣານມີອາວຸດນິວເຄຼຍໄດ້”.
ກ່ອນໜ້ານີ້ໃນວັນດຽວກັນ ທ່ານ ແວນຊ໌ ໄດ້ໂພສຂໍ້ຄວາມຍາວເທິງໂຊຊຽວມີເດຍວ່າ “ເຫດຜົນທີ່ແທ້ຈິງທີ່ພວກເຮົາເສຍໄຊນັ້ນ ແມ່ນຈະແຈ້ງສຳລັບເກືອບທຸກຄົນຢູ່ແລ້ວ” ໂດຍລະບຸວ່າສົງຄາມອີຣານຄືສາເຫດຫຼັກຂອງການພ່າຍແພ້ຄັ້ງໃຫຍ່ຂອງພັກຣີພັບບລີກັນ.
“ຖ້າພວກເຈົ້າຢາກຈະໂຕ້ຖຽງວ່າມັນຄຸ້ມຄ່າແລ້ວ ການເສຍຕຳແໜ່ງວຸດທິສະພາໄປໃນອີກ 6 ປີຂ້າງໜ້າເປັນເລື່ອງທີ່ຄຸ້ມຄ່າແລ້ວ ກໍເວົ້າໄປເລີຍ ເວົ້າໄປເລີຍວ່າມັນເປັນລາຄາທີ່ຄຸ້ມແລ້ວທີ່ຈະຕ້ອງຈ່າຍ ບໍ່ວ່າຈະເຫັນດີນຳຫຼືບໍ່ ຢ່າງໜ້ອຍນັ້ນກໍຄືຄວາມຈິງໃຈ” ຮອງປະທານາທິບໍດີສະຫະລັດຯ ລະບຸໃນໂພສ.
ທາງດ້ານປະທານາທິບໍດີ ທຣຳ ກ່າວວ່າ ເພິ່ນບໍ່ໄດ້ຮູ້ສຶກແປກໃຈກັບໂພສຂອງແວນຊ໌ “ຂ້ອຍຮູ້ວ່າລາວຮູ້ສຶກແນວໃດກັບເລື່ອງນີ້ ຂ້ອຍຄິດວ່າມັນກໍ … ຂ້ອຍຄິດວ່າມັນບໍ່ມີບັນຫາຫຍັງດອກ”.
“ຂ້ອຍຄິດວ່າມັນດີແລ້ວ ພວກເຮົານັ້ນຮູ້ຢູ່ແລ້ວ ຂ້ອຍຮູ້ເລື່ອງນັ້ນ ຂ້ອຍຮູ້ດີຕັ້ງແຕ່ຕອນຕັດສິນໃຈເຂົ້າໄປ ແລະ ພວກເຮົາໄດ້ຍັບຍັ້ງບໍ່ໃຫ້ພວກເຂົາຄອບຄອງອາວຸດນິວເຄຼຍ ແລະ ພວກເຂົາຈະບໍ່ມີວັນໄດ້ມັນໄປຄອບຄອງ” ທຣຳ ກ່າວ.
ແລະ ເມື່ອຖືກຖາມວ່າສົງຄາມຄັ້ງນີ້ຄຸ້ມຄ່າຫຼືບໍ່ ທຣຳ ຢືນຢັນຢ່າງໜັກແໜ້ນວ່າ “ແມ່ນແລ້ວ” ພ້ອມລະບຸວ່າ “ຕາບໃດທີ່ເປັນເລື່ອງກ່ຽວກັບສົງຄາມຄັ້ງນີ້ ຂ້ອຍກໍຈະບໍ່ປ່ຽນແນວທາງໃດໆ ທັງສິ້ນ … ຂ້ອຍໝາຍຄວາມວ່າ ກໍພວກເຮົາບໍ່ມີທາງເລືອກອື່ນເດ”.
ທີ່ມາ: CNN
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ຍອດການສົ່ງອອກ ສ.ເກົາຫລີ ເພີ່ມຂຶ້ນ
12 ຊົ່ວໂມງກ່ອນ
ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນ
13 ຊົ່ວໂມງກ່ອນ

