ວັນພະຫັດ ທີ 5 ພະຈິກ 2026ອັບເດດລ່າສຸດ 09:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສອງສ່ຽວ ຮ່ວມກັນສ້ໍໂກງຊັບ 651ລ້ານກວ່າກີບ ບໍ່ລອດຖືກດຳເນີນຄະດີ

ໂດຍ kaling
· 23 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
ສອງສ່ຽວ ຮ່ວມກັນສ້ໍໂກງຊັບ 651ລ້ານກວ່າກີບ ບໍ່ລອດຖືກດຳເນີນຄະດີ
ADadvertisement
ADadvertisement
ADadvertisement

ວັນທີ 4 ພະຈິກ 2026, ພັທ ບຸນແອັດ ຊູບົວຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ ຖະແຫຼງຕໍ່ສື່ມວນຊົນ ປກສ ກ່ຽວກັບການກັບຕົວຜູ້ກໍ່ເຫດສໍ້ໂກງຊັບພົນລະເມືອງ ປະເພດ ລົດຈັກໄຟຟ້າ ແລະ ເຄື່ອງໃຊ້ໄຟຟ້າ.

ສອງສ່ຽວ ຮ່ວມກັນສ້ໍໂກງຊັບ 651ລ້ານກວ່າກີບ ບໍ່ລອດຖືກດຳເນີນຄະດີ

ພັທ ບຸນແອັດ ຊູບົວຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງ ຄວາມຈາກຜູ້ເສຍຫາຍວ່າຖືກສໍ້ໂກງຊັບພົບລະເມືອງ ຈາກນັ້ນ ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊເສດຖາ ໄດ້ສືບ ສວນ-ສອນສວນ ຫາຜູ້ກະທໍາຜິດ ຮອດເວລາ 13:00 ໂມງ ຂອງວັນທີ 9 ກັນຍາ 2026 ເຈົ້າໜ້າທີ່ວິຊາສະເພາະ ປະ ສານສົມທົບກັບ ປກສ ກຸ່ມ 1 ບ້ານຈອມມະນີ ໄດ້ເຂົ້າກັກ ຕົວ ນາງ ໝີນ້ອຍ ອາຍຸ 42 ປີ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ນາງ ຄໍາປະສົງ ອາ ຍຸ 42 ປີ ຢູ່ບ້ານໂພນພະເນົາ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ, ແລ້ວນໍາສົ່ງຕົວພວກກ່ຽວມາດໍາເນີນການສອບສວນ.

ສອງສ່ຽວ ຮ່ວມກັນສ້ໍໂກງຊັບ 651ລ້ານກວ່າກີບ ບໍ່ລອດຖືກດຳເນີນຄະດີ · ຮູບທີ 2

ຜ່ານການສອບສວນ ນາງ ໝີນ້ອຍ ແລະ ນາງ ຄຳປະ ສົງ ໄດ້ຮັບສາລະພາບວ່າ: ພວກກ່ຽວໄດ້ສໍ້ໂກງຊັບພົນລະ ເມືອງແທ້ ໂດຍການໃຊ້ເລ່ລ່ຽມຕົວະຍົວະຫຼອກລວງດ້ວຍການດາວລົດຈັກໄຟຟ້າ ແລະ ເຄື່ອງໃຊ້ໄຟຟ້າອີກຈຳນວນໜຶ່ງ ແລ້ວເອົາລົດ ແລະ ເຄື່ອງໃຊ້ທີ່ດາວມານັ້ນ (ຜ່ອນຈ່າຍຍັງບໍ່ໝົດ) ໄປຂາຍເອົາເງິນມາໃຊ້ຈ່າຍສ່ວນຕົວ; ເຊິ່ງຮ້ານທີ່ພວກກ່ຽວດາວລົດຈັກໄຟຟ້າທົ່ວນະຄອນຫຼວງວຽງຈັນ ລວມທັງໝົດມີ 13 ຮ້ານ ມີລົດທັງໝົດ 42 ຄັນ, ເເອ 5 ໜ່ວຍ ເເລະ ຕູ້ເຢັນ 2 ໜ່ວຍ, ລວມມູນຄ່າຄວາມເສຍ ຫາຍທັງໝົດ 651.836.000 ກີບ.

ສອງສ່ຽວ ຮ່ວມກັນສ້ໍໂກງຊັບ 651ລ້ານກວ່າກີບ ບໍ່ລອດຖືກດຳເນີນຄະດີ · ຮູບທີ 3

ປັດຈຸບັນ, ສາມາດເກັບກູ້ລົດຈັກ ຄືນມາໄດ້ ລົດຈັກ 17 ຄັນ, ເເອ 5 ໜ່ວຍ, ຕູ້ເຢັນ 1 ໜ່ວຍ ແລະ ໄດ້ສົ່ງຄືນເຈົ້າຂອງຊັບເດີມແລ້ວ, ພ້ອມນີ້ ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ຍັງສືບຕໍ່ເລັ່ງຊອກຫາລົດ ແລະ ເຄື່ອງທີ່ຜູ້ກະທຳຜິດນຳໄປຂາຍ ເພື່ອເກັບກູ້ຄືນເຈົ້າຂອງເດີມ.

ສອງສ່ຽວ ຮ່ວມກັນສ້ໍໂກງຊັບ 651ລ້ານກວ່າກີບ ບໍ່ລອດຖືກດຳເນີນຄະດີ · ຮູບທີ 4

ໂອກາດນີ້, ພັທ ບຸນແອັດ ຊູບົວຈັນ ຍັງໄດ້ຮຽກຮ້ອງມາຍັງ ຜູ້ປະກອບການ ຫຼື ຮ້ານຄ້າຂາຍລົດຕ່າງໆ ຈົ່ງມີສະຕິໃນການກວດສອບປະຫວັດລູກຄ້າຜູ້ທີ່ຈະມາຊື້-ຂາຍ ແລະ ດາວ ລົດໃຫ້ລະອຽດຖີ່ຖ້ວນ ເພື່ອປ້ອງກັນບໍ່ໃຫ້ເຫດການທີ່ມີລັກສະນະນີ້ເກີດຂຶ້ນອີກ; ຖ້າພົບເຫັນວ່າຕົນເອງຕົກຢູ່ໃນກໍລະນີດັ່ງກ່າວນີ້ ໃຫ້ລວບລວມຂໍ້ມູນຫຼັກຖານ ເຂົ້າມາເເຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ເພື່ອຈະໄດ້ດຳເນີນການຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ທີ່ມາ: ຄວາມສະຫງົບ Lao Security News

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ, ຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 5 ພະຈິກ 2026 · ແຮມ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່