ວັນພະຫັດ ທີ 5 ພະຈິກ 2026ອັບເດດລ່າສຸດ 16:17ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ສ. ຣັດເຊຍ

ໂດຍ Jenjila
· 14 ນາທີ ກ່ອນອ່ານ 3 ນາທີ3 ຄັ້ງ
ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ສ. ຣັດເຊຍ
ADadvertisement
ADadvertisement
ADadvertisement

ໃນຕອນເຊົ້າຂອງວັນທີ 05 ພະຈິກ 2026 ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ຣຸດສຕໍາ ມິນນິຄານົບ (Rustam Minnikhanov), ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ, ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 4-5 ພະຈິກ 2026.

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ສ. ຣັດເຊຍ

ໃນໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ຣຸດສຕໍາ ມິນນິຄານົບ, ປະທານປົກຄອງ ສ. ຕາຕາຣສະຖານ ພ້ອມດ້ວຍຄະນະ ໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ສ. ຣັດເຊຍ ກໍຄື ສາທາລະນະລັດ ຕາຕາຣສະຖານ ຕໍ່ຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມສາກົນທີ່ສຳຄັນ ເປັນຕົ້ນ ກອງປະຊຸມສຸດຍອດ BRICS ໃນປີ 2024 ກໍຄືກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນເດືອນ ມິຖຸນາ 2026. ພ້ອມດຽວກັນນີ້, ທ່ານ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຮັບຕ້ອນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ ຄະນະຜູ້ແທນ ສປປ ລາວ ຫຼາຍຄະນະ ທີ່ເດີນທາງໄປເຄື່ອນໄຫວເຮັດວຽກ ຢູ່ ກາຊານ ໃນໄລຍະຜ່ານມາ.

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ສ. ຣັດເຊຍ · ຮູບທີ 2

ໃນຂະນະດຽວກັນ, ທ່ານ ຣຸດສຕໍາ ມິນນິຄານົບ, ປະທານປົກຄອງ ສ. ຕາຕາຣສະຖານ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ແລະ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຈຸດປະສົງໃນການເດີນທາງມາເຮັດວຽກ ຢູ່ ສປປ ລາວ ແລະ ແຜນການຮ່ວມມືສອງຝ່າຍ ໃນຕໍ່ໜ້າ. ພ້ອມດຽວກັນນີ້, ກໍໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ເພີ່ມທະວີການປະສານງານຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຕໍ່ໜ້າ ແລະ ເຊື່ອໝັ້ນວ່າ ການປຶກສາຫາລືໃນຄັ້ງນີ້ ຈະເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ກໍຄືການພົວພັນຮ່ວມມື ລະຫວ່າງ ສາທາລະນະລັດ ຕາຕາຣສະຖານ ແລະ ສປປ ລາວ ໃນໄລຍະໃໝ່ ໂດຍສະເພາະແມ່ນ ການຮ່ວມມືດ້ານເສດຖະກິດ-ການຄ້າ ສອງຝ່າຍ ໃຫ້ກ້າວເຂົ້າສູ່ລວງເລິກ ໃນຕໍ່ໜ້າ.

ພ້ອມດຽວກັນນັ້ນ, ໃນໂອກາດພົບປະກັນຄັ້ງນີ້ ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ຕໍ່ໝາກຜົນຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ກໍຄືການເປັນຄູ່ຮ່ວມມືຍຸດທະສາດໃນພາກພື້ນອິນໂດປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ທີ່ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈໃນລະດັບສູງ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ລະດັບອື່ນໆ ຢ່າງເປັນປົກກະຕິ. ນອກຈາກນີ້, ສອງຝ່າຍ ກໍໄດ້ຊຸກຍູ້ໃຫ້ມີການສືບຕໍ່ຮ່ວມມືກັນເພີ່ມຂື້ນໃນອະນາຄົດ ໂດຍສະເພາະ ໃນຂະແໜງການທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ການຮ່ວມມືດ້ານການຄ້າ-ການລົງທຶນ, ພະລັງງານ, ການເຊື່ອມໂຍງ-ເຊື່ອມຈອດ, ການທ່ອງທ່ຽວ, ວັດທະນະທໍາ, ການສຶກສາ, ສາທາລະນະສຸກ, ວຽກງານຊາວໜຸ່ມ, ແຮງງານ ແລະ ສະຫວັດດີການສັງຄົມ ແລະ ດ້ານອື່ນໆ.

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະ ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ສ. ຣັດເຊຍ · ຮູບທີ 5

ການພົບປະກັນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ກົງໄປກົງມາ ແລະ ເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ແຕ່ຕົ້ນຕະຫຼອດປາຍ.

ຂ່າວ: ກະຊ່ວງການຕ່າງປະເທດ ແຫ່ງ ສປປ ລາວ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 5 ພະຈິກ 2026 · ແຮມ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່