
ທ່ານ ນາຍົກລັດຖະມົນຕີ ສະເໜີປະທານປົກຄອງສາທາລະນະລັດ ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນຕອນເຊົ້າຂອງວັນທີ 05 ພະຈິກ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 04-05 ພະຈິກ 2026.

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ຣຸດສຕໍາ ມິນນິຄານົບ ພ້ອມດ້ວຍຄະນະ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ກໍຄື ການພົວພັນຮ່ວມມື ຂອງ ສປປ ລາວ ກັບຕາຕາຣສະຖານ ໃຫ້ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມທັງ ສະເໜີຝ່າຍຣັດເຊຍ ຊຸກຍູ້ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ, ການໄປມາຫາສູ່ເຊິ່ງກັນແລະກັນ ຂອງປະຊາຊົນສອງຊາດ ໂດຍໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ສປປ ລາວ ໃຫ້ແກ່ປະຊາຊົນຕາຕາຣສະຖານ ໃຫ້ຮູ້ຈັກຫຼາຍຂຶ້ນ ເພື່ອເປັນພື້ນຖານຂະຫຍາຍການຮ່ວມມືໃນຫຼາຍຂົງເຂດຕື່ມ ເປັນຕົ້ນ ເສດຖະກິດ, ວັດທະນະທຳ-ສັງຄົມ, ອຸດສາຫະກຳ, ການຄ້າ, ການລົງທຶນ ແລະ ອື່ນໆ.

ນອກຈາກນັ້ນ ຍັງໄດ້ສະເໜີສ້າງກົນໄກປະສານງານ ລະຫວ່າງ ສະພາການຄ້າ ລາວ-ຕາຕາຣສະຖານ ໃຫ້ມີຄວາມໃກ້ຊິດ ແລະ ເປັນປົກກະຕິ; ສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງເມືອງແຮກສ່ຽວ ລະຫວ່າງ ເມືອງກາຊານ ກັບ ເມືອງໃດໜຶ່ງ ຂອງ ສປປ ລາວ ເພື່ອສົ່ງເສີມການໄປມາຫາສູ່ກັນ ຂອງປະຊາຊົນສອງຊາດ.

ທ່ານ ຣຸດສຕໍາ ມິນນິຄານົບ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະເໜີກ່ຽວກັບແຜນການຮ່ວມມືສອງຝ່າຍ ໃນຕໍ່ໜ້າ, ລວມທັງທ່າແຮງດ້ານເສດຖະກິດ ຂອງສາທາລະນະລັດ ຕາຕາຣສະຖານ ເປັນຕົ້ນ ການຜະລິດຍົນເຮລີຄອບເຕີ, ລົດບັນທຸກກາມາສ, ດ້ານໂທລະຄົມ ແລະ ການສື່ສານ, ການຜະລິດ-ການຂົນສົ່ງນໍ້າມັນ ແລະ ອື່ນໆ ເພື່ອຍົກລະດັບການຮ່ວມມື ໃຫ້ເກີດດອກອອກຜົນຫຼາຍຂຶ້ນເປັນກ້າວໆ.
ຂ່າວ: ຫ້ອງວ່າການ ສນຍ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






