ວັນພະຫັດ ທີ 5 ພະຈິກ 2026ອັບເດດລ່າສຸດ 15:56ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງອັດຕະປື ກັກຕົວຜູ້ຖືກຫາ ຄະດີລັກສາຍໄຟສະຖານີໂທລະຄົມ ເຊື່ອມໂຍງ 5 ຄັ້ງ

ໂດຍ kaling
· 56 ນາທີ ກ່ອນອ່ານ 1 ນາທີ4 ຄັ້ງ
ປກສ ແຂວງອັດຕະປື ກັກຕົວຜູ້ຖືກຫາ ຄະດີລັກສາຍໄຟສະຖານີໂທລະຄົມ ເຊື່ອມໂຍງ 5 ຄັ້ງ
ADadvertisement
ADadvertisement
ADadvertisement

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງອັດຕະປື ສາມາດກັກຕົວຜູ້ຖືກຫາ 1 ຄົນ ທີ່ກໍ່ເຫດລັກສາຍໄຟ ແລະ ສາຍທອງແດງ ທໍ່ແອ ຕາມສະຖານີໂທລະຄົມຫຼາຍແຫ່ງ ໃນແຂວງອັດຕະປື ເຊິ່ງມີການກໍ່ເຫດລວມ 5 ຄັ້ງ.

ປກສ ແຂວງອັດຕະປື ກັກຕົວຜູ້ຖືກຫາ ຄະດີລັກສາຍໄຟສະຖານີໂທລະຄົມ ເຊື່ອມໂຍງ 5 ຄັ້ງ

ຕາມການໃຫ້ຂໍ້ມູນຈາກເຈົ້າໜ້າທີ່ພະແນກສືບສວນ-ສອບສວນຄະດີອາຍາ ຫ້ອງຕຳຫຼວດ ກອງບັນ ຊາການ ປກສ ແຂວງອັດຕະປື ລະບຸວ່າ: ໃນຄັ້ງວັນທີ 29 ຕຸລາ 2026 ເວລາ 9:00 ໂມງ ໄດ້ຮັບແຈ້ງ ຄວາມຈາກບໍລິສັດຢູນີເທວ ວ່າ: ມີຄົນຮ້າຍລັກຕັດສາຍໄຟຢູ່ສະຖານີແຫ່ງໜຶ່ງ ເຂດບ້ານໄຊໂພສີ, ເມືອງສາມັກຄີໄຊ. ພາຍຫຼັງຮັບແຈ້ງຄວາມ ເຈົ້າໜ້າທີ່ໄດ້ລົງເກັບກຳຂໍ້ມູນ ແລະ ຕິດຕາມສືບຫາເປົ້າ ໝາຍ ຈົນຮອດເວລາ 20:00 ໂມງ ຂອງວັນດຽວກັນ ຈຶ່ງສາມາດກັກຕົວຜູ້ຖືກຫາ ຊື່ ທ້າວ ຊຳທອງ ອາຍຸ 34 ປີ ຫວ່າງງານ ຢູ່ບ້ານເຊກອງ ເມືອງສາມັກຄີໄຊ ມາສືບສວນຕາມຂໍ້ຫາລັກຊັບ.

ປກສ ແຂວງອັດຕະປື ກັກຕົວຜູ້ຖືກຫາ ຄະດີລັກສາຍໄຟສະຖານີໂທລະຄົມ ເຊື່ອມໂຍງ 5 ຄັ້ງ · ຮູບທີ 2

ຜ່ານການສືບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ ໄດ້ກໍ່ເຫດລັກຊັບລວມ 5 ຄັ້ງ ປະກອບມີ: ລັກສາຍທອງແດງທໍ່ແອ 1 ຄັ້ງ ແລະ ລັກຕັດສາຍໄຟ 1 ຄັ້ງ ຢູ່ສະຖານີບໍລິສັດຢູນີເທວ ເຂດບ້ານໄຊໂພສີ, ລັກສາຍໄຟຢູ່ສະຖານີເຂດບ້ານເຊກອງ 2 ຄັ້ງ ເມືອງສາມັກຄີໄຊ ແລະ ລັກສາຍໄຟຢູ່ສະຖານີພູປ່າອໍ ເຂດຫຼັກ 52 ເມືອງໄຊເສດຖາ 1 ຄັ້ງ.

ປັດຈຸບັນ ເຈົ້າໜ້າທີ່ກຳລັງດຳເນີນຄະດີຕາມຂັ້ນຕອນກົດໝາຍ ພ້ອມທັງສືບສວນຂະຫຍາຍຜົນຫາຜູ້ທີ່ອາດມີສ່ວນພົວພັນ ເພື່ອນຳມາດຳເນີນຄະດີຕາມກົດໝາຍ.

ປກສ ແຂວງອັດຕະປື ກັກຕົວຜູ້ຖືກຫາ ຄະດີລັກສາຍໄຟສະຖານີໂທລະຄົມ ເຊື່ອມໂຍງ 5 ຄັ້ງ · ຮູບທີ 3

ຂ່າວ: ປກສ ແຂວງອັດຕະປື

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 5 ພະຈິກ 2026 · ແຮມ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່