ວັນພະຫັດ ທີ 5 ພະຈິກ 2026ອັບເດດລ່າສຸດ 11:25ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ປກສ ເມືອງໜອງບົກ ແຂວງຄຳມ່ວນ ຈັບເປົ້າໝາຍຄ້າ-ຂາຍ ຄໍລາເຈ່ນປະສົມສານເສບຕິດ

ໂດຍ kaling
· 31 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
ເຈົ້າໜ້າທີ່ ປກສ ເມືອງໜອງບົກ ແຂວງຄຳມ່ວນ ຈັບເປົ້າໝາຍຄ້າ-ຂາຍ ຄໍລາເຈ່ນປະສົມສານເສບຕິດ
ADadvertisement
ADadvertisement
ADadvertisement

ຕໍ່ກັບຄະດີດັ່ງກ່າວທາງ ເຈົ້າໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໜອງບົກ ໃຫ້ຮູ້ວ່າ: ໃນເວລາ 19 ໂມງຂອງວັນທີ 10 ຕຸລາ 2026 ໄດ້ຮັບຂໍ້ມູນຈາກພົນລະເມືອງດີວ່າ: ຊາຍໜຸ່ມ ຈຳນວນ 2 ຄົນ ນຳເອົາສິ່ງເສບຕິດ ປະເພດຄໍລາເຈ່ນປະສົມສານເສບຕິດ ໃສ່ກ່ອງໂຟມ ໄປຝາກຢູ່ບໍລິສັດຂົນສົ່ງແຫ່ງໜຶ່ງໃນເມືອງໜອງບົກ. ແຕ່ທາງບໍລິສັດແມ່ນບໍ່ຮັບຝາກ ພາຍຫຼັງໄດ້ຮັບແຈ້ງທາງເຈົ້າໜ້າທີ່ກໍ່ໄດແຕ່ງຕັ້ງກຳລັງວິຊາສະເພາະລົງພິສູດແຫຼ່ງຂ່າວເຫັນວ່າມີມູນຄວາມຈິງແທ້.

ເຈົ້າໜ້າທີ່ ປກສ ເມືອງໜອງບົກ ແຂວງຄຳມ່ວນ ຈັບເປົ້າໝາຍຄ້າ-ຂາຍ ຄໍລາເຈ່ນປະສົມສານເສບຕິດ

ຮອດເວລາ 13:00 ໂມງ ຂອງວັນ 11 ຕຸລາ 2026 ເຈົ້າຫນ້າທີ່ວິຊາສະເພາະກໍ່ສາມາດກັກຕົວເປົ້າໝາຍໄດ້ ຈໍານວນ 2 ຄົນຄື:

1. ທ້າວ ວັນນະເລດ ຫຼື ເກັ່ງ ອາຍຸ 16 ປີ ປະຊາຊົນຢູ່ບ້ານດ່ານປາກເຊ ພ້ອມຂອງກາງ ກາເຟປະສົມສານເສບຕິດ ຊອງສີດຳ ຈຳນວນ 5 ຊອງ,.

2. ທ້າວ ຫຼອດ ອາຍຸ 15 ປີ ປະຊາຊົນຢູ່ບ້ານດອນໝາກໂມ ພ້ອມຂອງກາງ ກາເຟປະສົມສານເສບຕິດ ຊອງສີດຳ ຈຳນວນ 2 ຊອງ ແລະ ຄໍລາເຈ່ນປະສົມສານເສບຕິດ ຈຳນວນ 3 ຊອງ ທັງສອງຢູ່ເມືອງໜອງບົກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ເມືອງໜອງບົກ ແຂວງຄຳມ່ວນ ຈັບເປົ້າໝາຍຄ້າ-ຂາຍ ຄໍລາເຈ່ນປະສົມສານເສບຕິດ · ຮູບທີ 2

ຜ່ານການສອບສວນຂອງເຈົ້າໜ້າທີ່, ທັງສອງໃຫ້ການຮັບສາລະພາບວ່າ: ຄໍລາເຈ່ນ ແລະ ກາເຟປະສົມສານເສບຕິດດັ່ງກ່າວຜູ່ກ່ຽວແມ່ນໄດ້ຊື້ນຳ ຄົນຮູ້ຈັກ ແລະ ທ້າວ ວັນນະເລດ (ເກັ່ງ) ກໍ່ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ ໃນຄັ້ງວັນທີ 10 ຕຸລາ 2026 ໄດ້ມີທ້າວ ແກ້ວອຸດອນ(ສຸຍ)ໂທລະສັບມາສັ່ງຊື້ ຈຳນວນ 10 ຊອງ ໃນລາຄາ 5,500,000 ກີບ ແລະ ໃຫ້ໄປຝາກບໍລິສັດຂົນສົ່ງໃຫ້ກັບລູກຄ້າຢູ່ແຂວງສາລະວັນ ແລ້ວຈະໃຫ້ເພີ່ມອີກ 1,000,000 ກີບ. ດັ່ງນັ້ນຈຶ່ງໄດ້ນຳເອົາຄໍລາເຈ່ນປະສົມສານເສບຕິດ ຈຳນວນ 10 ຊອງ ໃສ່ກ່ອງໂຟມ ໄປຝາກຢູ່ບໍລິສັດຂົນສົ່ງແຫ່ງໜຶ່ງໃນເມືອງໜອງບົກ. ແຕ່ທາງບໍລິສັດແມ່ນບໍ່ຮັບຝາກຈຶ່ງໄດ້ນຳເອົາຄໍລາເຈ່ນປະສົມສານເສບຕິດ ຈຳນວນ ດັ່ງກ່າວໄປສົ່ງໃຫ້ທ້າວ ແກ້ວອຸດອນ ອິນທະລືໄຊ(ສຸຍ)ອາຍຸ 32 ປີ ຢູ່ບ້ານນາວາງໃຫຍ່ ເມືອງໜອງບົກ ແຂວງຄຳມ່ວນ.

ມາຮອດເວລາປະມານ 14:00 ໂມງ ຂອງວັນ12 ຕຸລາ 2026 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໜອງບົກຈຶ່ງກັກຕົວ ທ້າວ ແກ້ວອຸດອນ ອິນທະລືໄຊ(ສຸຍ) ພ້ອມຂອງກາງຄໍລາເຈ່ນປະສົມສານເສບຕິດ ຈຳນວນ 10 ຊອງຢູ່ເຮືອນຂອງຜູ້ກ່ຽວ

ປະຈຸບັນ ທາງເຈົ້າໜ້າທີ່ ພວມດຳເນີນການສືບສວນ-ສອບສວນ ຂະຫຍາຍຜົນຫາພວກຮວ່ມຂະບວນການ ດໍາເນີນຄະດີ ຕາມລະບຽບກົດໝາຍ.
ທີ່ມາ: ລາຍການ ຄວາມສະຫງົບແຂວງຄຳມ່ວນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 5 ພະຈິກ 2026 · ແຮມ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່