ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສ.ເກົາຫລີ ລົງທຶນດ້ານເອໄອ-ຊິບສູງສຸດເປັນປະຫວັດສາດໃນປີ2027

ໂດຍ Mahaxan
· 3 ອາທິດ ກ່ອນອ່ານ 1 ນາທີ2 ຄັ້ງ
ສ.ເກົາຫລີ ລົງທຶນດ້ານເອໄອ-ຊິບສູງສຸດເປັນປະຫວັດສາດໃນປີ2027
ADadvertisement
ADadvertisement
ADadvertisement
ສ.ເກົາຫລີ ລົງທຶນດ້ານເອໄອ-ຊິບສູງສຸດເປັນປະຫວັດສາດໃນປີ2027

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້ ທ່ານ ລີ ແຈ ມະ ຢອງ (Lee Jae-myung) ປະທານາທິບໍດີ ສ.ເກົາຫລີ ປະກາດແຜນງົບປະມານປີ 2027 ດ້ວຍວົງເງິນລະດັບ 820,9 ພັນຕື້ວອນ (ປະມານ 6,1 ແສນລ້ານໂດລາສະຫະລັດ) ເພີ່ມຂຶ້ນ 12,8% ເມື່ອທຽບໃສ່ປີກາຍ, ເປັນຕົວເລກສູງສຸດເປັນປະຫວັດສາດ ເພື່ອລົງທຶນເຂົ້າໃນເຕັກໂນໂລຊີປັນຍາປະດິດ (AI) ແລະ ອຸດສາຫະກຳແຫ່ງອະນາຄົດ ແນໃສ່ຍົກລະດັບ ຂີດຄວາມສາມາດ ໃນການແຂ່ງຂັນຂອງປະເທດ.

ໂດຍລັດຖະບານ ສ.ເກົາຫລີ ຈະຈັດສັນງົບປະມານ 21,3 ພັນຕື້ວອນ ສຳລັບອຸດສາຫະກຳ ເຊມິຄອນດັກເຕີ (Semiconductor), ເຕັກໂນໂລຊີ Physical AI ແລະ ສູນຂໍ້ມູນ AI ເພີ່ມຂຶ້ນເກືອບເທົ່າຕົວຈາກປີ 2026 ພ້ອມທັງຈັດສັນ ເພີ່ມຕື່ມອີກ 4,7 ພັນຕື້ວອນ ເພື່ອພັດທະນາໂມເດວ AI ຂອງສ.ເກົາຫລີ, ໂດຍຕັ້ງເປົ້າໝາຍ ໃຫ້ມີປະສິດທິພາບສູງທີ່ສຸດໃນໂລກ.

ນອກຈາກນີ້, ລັດຖະບານຍັງກຽມລົງທຶນພັດທະນາ ບຸກຄະລາກອນດ້ານເຕັກໂນໂລຊີ ເພື່ອຝຶກອົບຮົມຜູ້ຊ່ຽວຊານ 2.000 ຄົນ ແລະ ຮອງຮັບການອອກແບບຊິບ ແລະ ການພັດທະນາ ອຸດສາຫະກຳ ເຊມິຄອນດັກເຕີ ພ້ອມທັງຂະຫຍາຍ ການຮຽນການສອນເອໄອ ໂດຍສະເພາະນັກຮຽນ, ຜູ້ຊອກຫາວຽກເຮັດງານທຳ ແລະ ແຮງງານໃນຕະຫລາດ.

ແຜນງົບປະມານ ໃນຄັ້ງນີ້ມີຂຶ້ນໃນໄລຍະ ທີ່ເສດຖະກິດ ສ.ເກົາຫລີ ມີທ່າອຽງເຕີບໂຕຢ່າງແຂງແຮງ ໂດຍກອງທຶນການເງິນ ລະຫວ່າງປະເທດ (IMF) ຄາດວ່າ ເສດຖະກິດ ຂອງປະເທດນີ້ ຈະຂະຫຍາຍຕົວ 3,3% ໃນປີ 2026 ເຊິ່ງເປັນອັດຕາສູງສຸດ ນັບຕັ້ງແຕ່ການຟື້ນຕົວ ພາຍຫລັງໂຄວິດ-19 ໃນປີ 2021./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່