ວັນພະຫັດ ທີ 12 ພະຈິກ 2026ອັບເດດລ່າສຸດ 10:09ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນ ກຽມຈັດກອງປະຊຸມສຸດຍອດຫົວໜ້າຜູ້ບໍລິຫານ ເອເປັກ

ໂດຍ Mahaxan
· 21 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ສປ ຈີນ ກຽມຈັດກອງປະຊຸມສຸດຍອດຫົວໜ້າຜູ້ບໍລິຫານ ເອເປັກ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບສູນກາງຈີນ, ກອງປະຊຸມສຸດຍອດຫົວ​ໜ້າ​ ຜູ້​ບໍ​ລິ​ຫານ​ ອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ​ ອາ​ຊີ-ປາ​ຊິ​ຟິກຫລື APEC ປີ 2026 ຈະຈັດຂຶ້ນຢູ່ນະຄອນ ເຊີ່ນເ​ຈີ້ນຂອງ ສປ ​ຈີນ ໃນ ລະຫວ່າງ ວັນທີ 17-18 ພະຈິກນີ້. ປັດຈຸບັນ, ເຫລືອ​ເວ​ລາ ​ອີກ​ບໍ່ຮອດໜຶ່ງອາທິດ, ການກະກຽມ ວຽກງານຕ່າງໆ ໄດ້ເຂົ້າສູ່ໄລຍະນັບຖອຍຫລັງແລ້ວ. ຕາມ​ຂໍ້​ມູນ ຈາກສະພາສົ່ງເສີມການຄ້າສາກົນຈີນ​ເຊິ່ງ​ເປັນເຈົ້າ​ພາບ ຈັດກອງປະຊຸມ​ຄັ້ງນີ້ ໃຫ້​ຮູ້​ວ່າ:ບຸກ​ຄົນ​ໃນ​ວົງການຕ່າງໆທີ່​ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້ ຄາດວ່າ ຈະ​ມີຫລາຍກວ່າ 2.000 ຄົນ. ​ໂດຍ​ຈະມີ​ຜູ້​ຕາງ​ໜ້າ ວິສາຫະກິດ​ຈາກ 21 ​​ເຂດເສດຖະກິດ ສະ​ມາ​ຊິກຂອງ APEC ເຂົ້າຮ່ວມ. ນອກຈາກນີ້, ວິສາຫະກິດ ຈາກຫລາຍປະເທດ ນອກພາກພື້ນ ເຊັ່ນ: ອັງກິດ, ຝຣັ່ງ ແລະ ເຢຍລະມັນ​ເປັນ​ຕົ້ນ ໄດ້ສະ​ເໜີ​ຕົວເຂົ້າຮ່ວມກອງປະຊຸມສຸດຍອດ​ຄັ້ງ​ນີ້ ຢ່າງ​ຫ້າວ​ຫັນ. ປັດຈຸບັນ, ​ບໍ​ລິ​ສັດ​ທີ່​ຈັດ​ຢູ່​ໃນ 500 ​ບໍ​ລິ​ສັດ ທີ່ເຂັ້ມ​ແຂງ​ຂອງ​ໂລກ ເຊັ່ນ: Google, Boeing, UBS (ທະນາຄານສະວີ​ສ), ກຸ່ມ CP ແລະ ອື່ນໆ ລວມ​ທັງວິສາຫະກິດທີ່ມີຊື່ສຽງ ຫລາຍແຫ່ງລ້ວນແຕ່ໄດ້ຍື່ນ ໃບສະ​ໝັກເຂົ້າຮ່ວມ ກອງປະຊຸມແລ້ວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 12 ພະຈິກ 2026 · ຂຶ້ນ 3 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່