ວັນພະຫັດ ທີ 12 ພະຈິກ 2026ອັບເດດລ່າສຸດ 11:01ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງຈຳປາສັກ ແຈ້ງການໃຫ້ໃຫ້ປະຊາຊົນ 339 ຄອບຄົວຍົກຍ້າຍ ແລະ ຮື້ຖອນສິ່ງປຸກສ້າງອອກຈາກເນື້ອທີ່ດິນຂອງ ມະຫາວິທະຍາໄລຈຳປາສັກພາຍໃນກໍານົດ 3 ເດືອນ

ໂດຍ Jenjila
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ8 ຄັ້ງ
ແຂວງຈຳປາສັກ ແຈ້ງການໃຫ້ໃຫ້ປະຊາຊົນ 339 ຄອບຄົວຍົກຍ້າຍ ແລະ ຮື້ຖອນສິ່ງປຸກສ້າງອອກຈາກເນື້ອທີ່ດິນຂອງ ມະຫາວິທະຍາໄລຈຳປາສັກພາຍໃນກໍານົດ 3 ເດືອນ
ADadvertisement
ADadvertisement
ADadvertisement

ຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ອອກແຈ້ງການເຖິງບັນດາບຸກຄົນ ແລະ ນິຕິບຸກຄົນ ທີ່ເຂົ້າບຸກລຸກ ຫຼື ຈັບຈອງທີ່ດິນຂອງມະຫາວິທະຍາໄລຈຳປາສັກ ໃຫ້ດຳເນີນການຍົກຍ້າຍ ແລະ ຮື້ຖອນສິ່ງປຸກສ້າງອອກຕາມກຳນົດເວລາທີ່ແຈ້ງໄວ້.

ໂດຍກຳນົດເວລາດັ່ງນີ້:

– ຜູ້ທີ່ບຸກລຸກ ຫຼື ຈັບຈອງທີ່ດິນໂດຍບໍ່ໄດ້ຮັບອະນຸຍາດ ໃຫ້ຍົກຍ້າຍພາຍໃນ 03 ເດືອນ.

– ສຳລັບເຂດຈັດສັນຊົດເຊີຍ 60,22 ເຮັກຕາ ໃຫ້ຍົກຍ້າຍພາຍໃນ 02 ເດືອນ ຫຼັງຈາກໄດ້ຮັບແຈ້ງການ.

– ປະຊາຊົນ 83 ຄອບຄົວ ທີ່ມີລາຍຊື່ໃນບັນຊີຊົດເຊີຍ 339 ຄອບຄົວ ແຕ່ຍັງບໍ່ທັນເຂົ້າແຈ້ງຂໍ້ມູນ ໃຫ້ຮີບດຳເນີນການຢືນຢັນສິດຂອງຕົນພາຍໃນ 01 ເດືອນ.

ທັງນີ້ ເພື່ອໃຫ້ການແກ້ໄຂບັນຫາທີ່ດິນຂອງມະຫາວິທະຍາໄລຈຳປາສັກ ເປັນໄປຕາມລະບຽບກົດໝາຍ ແລະ ໃຫ້ທຸກຝ່າຍຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

📌 ຂໍໃຫ້ຜູ້ທີ່ກ່ຽວຂ້ອງຮັບຊາບ ແລະ ປະຕິບັດຕາມແຈ້ງການຢ່າງເຄັ່ງຄັດ.

ແຂວງຈຳປາສັກ ແຈ້ງການໃຫ້ໃຫ້ປະຊາຊົນ 339 ຄອບຄົວຍົກຍ້າຍ ແລະ ຮື້ຖອນສິ່ງປຸກສ້າງອອກຈາກເນື້ອທີ່ດິນຂອງ ມະຫາວິທະຍາໄລຈຳປາສັກພາຍໃນກໍານົດ 3 ເດືອນ
ແຂວງຈຳປາສັກ ແຈ້ງການໃຫ້ໃຫ້ປະຊາຊົນ 339 ຄອບຄົວຍົກຍ້າຍ ແລະ ຮື້ຖອນສິ່ງປຸກສ້າງອອກຈາກເນື້ອທີ່ດິນຂອງ ມະຫາວິທະຍາໄລຈຳປາສັກພາຍໃນກໍານົດ 3 ເດືອນ · ຮູບທີ 2

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 12 ພະຈິກ 2026 · ຂຶ້ນ 3 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່