
ເຈົ້າໜ້າທີ່ບຸກຄົ້ນ 3 ຈຸດ ໃນນະຄອນຫຼວງວຽງຈັນ ກັກຕົວຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ 8 ຄົນ ພ້ອມຂອງກາງ 200 ກວ່າເຄື່ອງ

ໃນວັນທີ 10 ພະຈິກ 2026, ເຈົ້າໜ້າທີ່ໜ່ວຍສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ຈຸດບ້ານດົງໂພສີ ເມືອງຫາດຊາຍຟອງ, ບ້ານດອນນົກຂຸ້ມ ແລະ ບ້ານວັດນາກ ເມືອງສີສັດຕະນາກ ກັກຕົວຜູ້ຖືກຫາຄົນໄທ 6 ຄົນ ແລະ ຄົນຈີນ 2 ຄົນ.

ຈຸດທີ 1 ຢູ່ເຮືອນໃຫ້ເຊົ່າບ້ານດົງໂພສີ ກັກຕົວຜູ້ຖືກຫາສັນຊາດໄທ ຈໍານວນ 1 ຄົນ, ຢຶດໂທລະສັບມືຖືກ ຖື 10 ເຄື່ອງ, ໜ້າຈໍຄອມພິວເຕີຕັ້ງໂຕະ 19 ເຄື່ອງ.
ຈຸດທີ 2 ຢູ່ເຮືອນໃຫ້ເຊົ່າ ບ້ານດອນນົກຂຸ້ມ ກັກຕົວຜູ້ຖືກຫາສັນຊາດຈີນໄດ້ 2 ຄົນ, ຢຶດເຄື່ອງຂອງກາງ ມີ ໂທລະສັບມືຖື 176 ເຄື່ອງ.
ຈຸດທີ 3 ຢູ່ເຮືອນໃຫ້ເຊົ່າ ບ້ານວັດນາກ ກັກຕົວຜູ້ຖືກຫາເປັນຄົນສັນຊາດໄທ ໄດ້ 5 ຄົນ ຍິງ 1 ຄົນ, ຢຶດເຄື່ອງຂອງກາງ ມີໂທລະສັບມືຖື 25 ເຄື່ອງ, ຄອມພິວເຕີຕັ້ງໂຕະ 9 ເຄື່ອງ, ຄອມພິວເຕີໂນດບຸກ 1 ເຄື່ອງ, ຢາສູບໄຟຟ້າ 6 ອັນ ແລະ ໃບກະທອມ 1 ມັດ.












ຂ່າວ: ຄວາມສະຫງົບ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ
20 ຊົ່ວໂມງກ່ອນ

