
ກອງປະຊຸມສະຫຼຸບວຽກງານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2026


ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ຈັດກອງປະຊຸມ ສະຫລຸບວຽກງານ ປະຈຳປີ 2026 ແລະ ວາງທິດທາງແຜນການ ປະຈຳປີ 2027 ໃນວັນທີ 13 ພະຈິກ 2026 ຢູ່ ກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີ ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ, ຜູ້ປະຈຳການຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ນະຄອນຫລວງວຽງຈັນ, ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະ ຄຄອຊ ຢູ່ສູນກາງ, ກົມ, ຫ້ອງວ່າການ, ພະແນກການ, ອົງການປົກຄອງທ້ອງຖິ່ນ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວວຽກງານ ຄຄອຊ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຫລາຍດ້ານ ທີ່ຕິດພັນກັບການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ອິນເຕີເນັດ, ເຕັກໂນໂລຊີການສື່ສານ, ຂໍ້ມູນຂ່າວສານ, ການພັດທະນາຂົງເຂດດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ, ການຕິດຕໍ່ພົວພັນກັບສັງ ຄົມຕ່າງໆ ຍິ່ງເຫັນໄດ້ແຈ້ງເຖິງຄວາມສໍາຄັນ ແລະ ຄວາມຈຳເປັນ ຂອງອິນເຕີເນັດ. ຄຽງຄູ່ກັບຜົນ ປະໂຫຍດອັນມະຫາສານຈາກອິນເຕີເນັດ, ພວກເຮົາໄດ້ເຫັນແຈ້ງເຖິງບັນຫາ ແລະ ສິ່ງທ້າທາຍຕ່າງໆ ໂດຍສະເພາະ ແມ່ນການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດ ໄປໃນທາງທີ່ບໍ່ດີ ຊຶ່ງ ຄຄອຊ ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ສຸມໃສ່ຄົ້ນຄວ້າຫາວິທີການແກ້ໄຂ ດ້ວຍມາດຕະການຕ່າງໆ ເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ.

ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງ ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫາງສຽງບໍ່ດີ ໃນສື່ສັງຄົມອອນລາຍ ປະຈຳປີ 2026, ບັນຫາຄົງຄ້າງ, ສິ່ງທ້າທາຍຕ່າງໆ ແລະ ທິດທາງແຜນການ ປະຈຳປີ 2027; ລາຍງານການຈັດຕັ້ງປະຕິບັດວຽກງານຕ້ານການຫລອກລວງທາງອອນລາຍ ທີ່ຂຶ້ນກັບຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ຊຶ່ງຄະນະຮັບຜິດຊອບ ໄດ້ເຮັດວຽກຮ່ວມກັນຫລາຍຄັ້ງ ເພື່ອຄົ້ນຄວ້າວິທີການ ແລະ ຊີ້ນຳ ໃຫ້ພາກສ່ວນຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ບັນດາທະນາຄານ, ທຸລະກິດ ແລະ ສື່ມວນຊົນສຳນັກຕ່າງໆ ເຜີຍແຜ່ຕໍ່ສັງຄົມ ເພື່ອເປັນການສ້າງຈິດສຳນຶກ ແລະ ສະຕິລະມັດລະວັງຕົວ ເຮັດໃຫ້ປະຊາຊົນ ໄດ້ມີຄວາມເຂົ້າໃຈຫລາຍຂຶ້ນ ສາມາດຫລຸດ ຜ່ອນການຫລົງເຊື່ອຕໍ່ຮູບແບບການຫລອກລວງສໍ້ໂກງ ເປັນກ້າວໆມາ; ຮັບຟັງການລາຍງານ ສະພາບການພົ້ນເດັ່ນທີ່ເກີດຂຶ້ນ ຈາກສື່ສັງຄົມອອນລາຍ, ພ້ອມທັງວິທີການແກ້ໄຂບັນຫາ ຂອງບັນດາກະຊວງ, ອົງການ, ແຂວງ, ນະຄອນຫລວງ ແລະ ຮ່ວມກັນປະກອບຄຳເຫັນ ຢ່າງກົງໄປກົງມາ ເພື່ອຕີລາຄາ ແລະ ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດ ພາຍໃນປະເທດ ມີປະສິດທິພາບ ແລະ ປະສິດທິຜົນ ດີຂຶ້ນກວ່າເກົ່າ.
ໂອກາດນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາເຫັນຊີ້ນຳ ຕໍ່ກັບການສະຫລຸບລາຍງານ, ທິດທາງແຜນການ ແລະ ຂໍ້ສະເໜີຕ່າງໆ ໃນການຈັດຕັ້ງປະຕິບັດບັນດາວຽກງານໃນຕໍ່ໜ້າ ໂດຍໄດ້ຕີລາຄາສູງ ຕໍ່ການຄົ້ນຄວ້າ, ການກຳນົດບັນດາເປົ້າໝາຍທີ່ມີຄວາມສຳຄັນ ແລະ ຈຳເປັນ ທີ່ຈະຕ້ອງຄຸ້ມຄອງ ແລະ ພັດທະນາວຽກງານອິນເຕີເນັດ ຊຶ່ງເປັນວຽກງານຂອງທຸກໆພາກສ່ວນ ທີ່ຈະຕ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດີຈິຕອນ ສາມາດປະກອບສ່ວນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງ ຊຸກຍູ້ການຫັນເປັນດີຈິຕອນ ຂອງປະເທດເຮົາ.

ຂ່າວ: ອານຸສອນ ສິມວົງສາ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່



ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ອາແຊັກໄບຊານ
3 ຊົ່ວໂມງກ່ອນ
ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ
3 ຊົ່ວໂມງກ່ອນ


