
ມອບ-ຮັບຈຸດກວດກາຢາເສບຕິດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ມູນຄ່າ 280.000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍາ ກຳທຸກປະເພດທີ່ ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົດສະຕຮາລີ ແລະ ຕໍາຫຼວດແຫ່ງຊາດ ອົດສະຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2026 ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ, ເຂົ້າຮ່ວມໂດຍ ທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນ ຊາການຕໍາຫຼວດແຫ່ງຊາດອົດສະຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກ ຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພັນເອກ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງ ການກວດກາ ແລະ ຄວບຄຸມຢາເສບຕິດ ກ່າວວ່າ: ຜົນສໍາເລັດຂອງໂຄງ ການກໍ່ສ້າງຈຸດກວດກາຢາເສບຕິດ ທີ່ບ້ານໂພນຈັນ ເມືອງຫົງສາ ແຂວງໄຊຍະບູລີ. ໂຄງການດັ່ງກ່າວແມ່ນພາຍໃຕ້ສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ- ອົດສະຕຣາລີ ໂດຍໄດ້ຮັບການອະນຸມັດເຫັນດີໃຫ້ກໍ່ສ້າງຈຸດກວດກາດັ່ງກ່າວຈາກ ທ່ານ ລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ຕາມໜັງສືສະເໜີ ໃນປີ 2024; ເຊິ່ງໄດ້ຮັບການມອບໝາຍຈາກກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຫ້ອງການກວດກາ ແລະ ຄວບ ຄຸມຢາເສບຕິດ ສົມທົບກັບຄະນະຮັບຜິດຊອບ, ກອງບັນ ຊາການ ປກສ ແຂວງໄຊຍະບູລີ, ກອງບັນ ຊາການ ປກສ ເມືອງຫົງສາ, ອໍານາດການປົກຄອງທ້ອງ ຖິ່ນ ເປັນຜູ້ຕິດ ຕາມການຈັດຕັ້ງປະຕິບັດໂຄງການກໍ່ສ້າງຮ່ວມກັບ ບໍລິສັດຮັບເໝົາກໍ່ສ້າງແຕ່ມີການເລີ່ມຕົ້ນກໍ່ສ້າງ ຈົນສໍາເລັດ.


ຈຸດກວດກາຢາເສບຕິດ ເມືອງຫົງສາ ເປັນໂຄງການ ໜຶ່ງທີ່ໄດ້ຮັບການສະໜັບສະໜູນຊ່ວຍລ້າດ້ານເຫຼືອງົບປະມານ ຈາກກອງທຶນຊັບສີນ ທີ່ຖືກຮິບຂອງລັດຖະບານອົດສະຕຣາລີ ແລະ ຕໍາຫຼວດແຫ່ງຊາດອົດສະຕຣາລີ ເພື່ອນຳມາກໍ່ສ້າງ ເຊິ່ງການກໍ່ສ້າງດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ໄດ້ບຸກເບີກດິນ, ຖາກພູ, ເພື່ອໃຫ້ມີເນື້ອທີດິນປຸກສ້າງ, ໄດ້ປຸກສ້າງອາຄານ 2 ຫຼັງ ຄື: ອາຄານຫ້ອງການ ແລະ ອາຄານເຮືອນນອນ ໂດຍແມ່ນ ບໍລິສັດ ໂມເດີນດີຊາຍ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ໄດ້ເລີ່ມຈັດ ຕັ້ງປະຕິບັດ ໃນເດືອນ ຕຸລາ 2024, ສໍາເລັດ 100% ໃນເດືອນ ທັນວາ 2025; ໄລຍະທີ 2 ເປັນການກໍ່ສ້າງຕໍ່ເຕີມ ເຮືອນຄົວ, ປຸກປ້ອມຍາມ, ບ່ອນຈອດລົດ, ເທຄອນກີດທາງເຂົ້າອອກ, ຫ້ອງນໍ້ານອກ, ປັບໜ້າດິນ, ເຮັດກັນເຈື່ອນ, ເຮັດຮ່ອງລະບາຍນໍ້າອ້ອມເນື້ອທີ່ດິນ, ເຮັດຫ້ອງນໍ້ານອກ, ຕິດຕັ້ງແອ, ພັດລົມ,ໄຟຟ້າ, ນໍ້າປະປາເຂົ້າອາຄານ, ປະກອບເຄື່ອງເຟີນີເຈີໂຕະຕັ່ງຫ້ອງປະຊຸມ ແລະ ຫ້ອງເຮັດວຽກ, ຕຽງນອນ, ອຸປະກອນຮັບໃຊ້ວຽກງານວິຊາສະເພາະເຊັ່ນ: ຄອມພີວເຕີ້, ກັບມື, ເຄື່ອງກວດນໍ້າປັດສະວະຫາສານເສບ ຕິດ, ໂດນ, ກ້ອງວົງຈອນປິດ ແລະ ເຄື່ອງຮັບໃຊ້ຫ້ອງການ, ເຮືອນຄົວ ແລະອື່ນໆ ລວມມູນຄ່າ ທັງໝົດ 280.000 ໂດ ລາສະຫະລັດ ໂດຍແມ່ນ ບໍລິສັດ ແສງມະນີ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ ແລະ ເລີ່ມຈັດຕັ້ງປະຕິບັດ ໃນເດືອນພຶດ ສະພາ 2026 ແລະ ສໍາເລັດ 100% .

ໃນໂອກາດດັ່ງກ່າວນີ້, ທ່ານ ພົນຈັດຕະວາ ສາລີ ພຸດທະວົງ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດ ປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ໄດ້ໃຫ້ການສະໜັບສະໜູນງົບປະມານໃນການກໍ່ສ້າງຈຸດກວດກາຢາເສບຕິດ ແລະ ຊ່ວຍເຫຼືອທາງດ້ານອຸປະກອນຮັບໃຊ້ວຽກງານວິຊາສະເພາະ ໃຫ້ ສປປ ລາວ ໃນຄັ້ງນີ້. ຜົນສໍາເລັດໃນການກໍ່ສ້າງຈຸດກວດກາຢາເສບຕິດດັ່ງກ່າວຈະເປັນເງຶ່ອນໄຂໃນການປະກອບສ່ວນເຂົ້າໃນວຽກງານກວດກາ, ຄວບຄຸມ, ຕ້ານ ແລະ ສະກັດກັ້ນຢາເສບຕິດ ຂອງແຂວງໄຊຍະບູລີ ໃນສະເພາະໜ້າ ແລະ ຍາວນານ, ຂໍຢືນຢັນວ່າຈະພ້ອມກັນຄຸ້ມຄອງ ແລະ ນໍາໃຊ້ຈຸດກວດກາຢາເສບຕິດແຫ່ງນີ້ ໃຫ້ເກີດປະໂຫຍດ ແລະ ມີປະສິດທິຜົນສູງ ເພື່ອຍົກລະດັບສະມັດຕະພາບວຽກງານສະກັດກັ້ນ ໂດຍສະເພາະ ແມ່ນການກວດກາ, ການສັນຈອນຂອງລົດ ທີ່ເປັນເປົ້າໝາຍລໍາລຽງຂົນສົ່ງຄ້າ ຂາຍຢາເສບຕິດ ໃຫ້ມີປະສິດທິຜົນສູງຂຶ້ນ ຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ວາງໄວ້ ເຮັດໃຫ້ການລັກລອບລໍາລຽງຂົນສົ່ງຢາເສບຕິດຫຼຸດລົງເທື່ອລະກ້າວ.

ໃນພິທີ, ບັນດາແຂກຜູ້ເຂົ້າຮ່ວມ ກໍໄດ້ຕັດແຖບຜ້າ ແລະ ມອບ-ຮັບ ໂຄງການຢ່າງເປັນທາງການ ແລະ ໃນຕອນທ້າຍພິທີ, ຕຳຫຼວດແຫ່ງຊາດອົດສະຕຣາລີ ຍັງໄດ້ມອບອຸ ປະກອນວິຊາສະເພາະ ອີກຈໍານວນໜຶ່ງ ໃຫ້ດ່ານກວດກາ ເມືອງຫົງສາ, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບ ຕິດ, ກົມຕຳຫຼວດນິຕິວິທະຍາ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ເພື່ອໝູນໃຊ້ເຂົ້າໃນວຽກງານວິຊາສະ ເພາະ ໃຫ້ມີຜົນສໍາເລັດສູງຂຶ້ນກວ່າເກົ່າ.

ພາບ-ຂ່າວ: ຄໍາໂຖ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່



ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ອາແຊັກໄບຊານ
3 ຊົ່ວໂມງກ່ອນ
ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ
3 ຊົ່ວໂມງກ່ອນ


