
ສະເປຊເອັກຊ໌ ສ້າງປະຫວັດສາດໃໝ່! ໃຊ້ແຂນກົນຍັກ “ເມຄາຊິລລາ” ຈັບຍານອະວະກາດສະຕາຊິບກັບຄືນສູ່ຖານປ່ອຍໄດ້ສຳເລັດເປັນຄັ້ງທຳອິດ

ບໍລິສັດ ສະເປຊເອັກຊ໌ (SpaceX) ຂອງ ອີລອນ ມັສກ໌ ປະສົບຜົນສຳເລັດຄັ້ງສຳຄັນໃນວົງການອະວະກາດ ດ້ວຍການໃຊ້ແຂນກົນຂະໜາດຍັກ “ເມຄາຊິລລາ” (Mechazilla) ຈັບຍານອະວະກາດ “ສະຕາຊິບ” (Starship) ທີ່ກັບຄືນຈາກອະວະກາດໄດ້ສຳເລັດເປັນຄັ້ງທຳອິດ ທີ່ຖານປ່ອຍຈະຫຼວດສະຕາເບສ ໃນລັດເທັກຊັດ ສະຫະລັດ ຫຼັງສຳເລັດພາລະກິດໂຄຈອນຮອບໂລກ 14 ຮອບ ແລະ ປ່ອຍດາວທຽມສະຕາລິງກ໌ 26 ດວງ ຖືເປັນອີກກ້າວສຳຄັນຂອງການພັດທະນາລະບົບຈະຫຼວດທີ່ສາມາດນຳກັບມາໃຊ້ໃໝ່ໄດ້.

ບໍລິສັດ ສະເປຊເອັກຊ໌ (SpaceX) ຂອງ ອີລອນ ມັສກ໌ ປະສົບຜົນສຳເລັດຄັ້ງປະຫວັດສາດ ໃນການທົດສອບບິນຄັ້ງທີ 15 ຂອງລະບົບຈະຫຼວດທີ່ມີຂະໜາດໃຫຍ່ ແລະ ມີພະລັງຂັບເຄື່ອນສູງທີ່ສຸດໃນໂລກ ໂດຍສາມາດໃຊ້ແຂນກົນຂະໜາດຍັກ ຫຼື ທີ່ເອີ້ນວ່າ “ເມຄາຊິລລາ” (Mechazilla) ທີ່ຕິດຕັ້ງຢູ່ເທິງຫໍປ່ອຍຈະຫຼວດ ຂອງຖານສະຕາເບສ ໃນລັດເທັກຊັດ ຈັບຍານອະວະກາດສະຕາຊິບທີ່ເດີນທາງກັບມາຈາກວົງໂຄຈອນໄດ້ສຳເລັດເປັນຄັ້ງທຳອິດ ເມື່ອວັນເສົາຜ່ານມາ (14 ພະຈິກ).

ຍານສະຕາຊິບທີ່ມີຄວາມສູງເຖິງ 52 ແມັດ ໄດ້ພຸ່ງຜ່ານກຸ່ມເມກໜາເໜືອຊາຍຝັ່ງອ່າວເມັກຊິໂກ ກ່ອນຈະຈຸດເຄື່ອງຈັກເພື່ອພິກຕົວກັບມາຢູ່ໃນທ່າຕັ້ງຊື່ ແລະ ຄ່ອຍໆ ຫຼຸດລະດັບລົງຢ່າງນຸ່ມນວນ ທ່າມກາງສຽງຄຳລາມຂອງເຄື່ອງຈັກ ຈົນສະລັກຍຶດບໍລິເວນສ່ວນເທິງຂອງຍານ ສາມາດກ່ຽວເຂົ້າກັບແຂນກົນຂະໜາດຍັກເທິງຖານປ່ອຍທີ 2 ໄດ້ຢ່າງແມ່ນຍຳ ທ່າມກາງສຽງໂຫ່ຮ້ອງສະແດງຄວາມຍິນດີຂອງຝູງຊົນທີ່ມາລໍຖ້າຊົມຢູ່ບໍລິເວນຊາຍຫາດ.

ຍານສະຕາຊິບຖືກສົ່ງຂຶ້ນສູ່ອະວະກາດເມື່ອວັນສຸກຜ່ານມາ ໂດຍໃຊ້ຈະຫຼວດຂັບດັນທ່ອນລຸ່ມ “ຊູເປີເຮັບວີ” (Super Heavy) ເປັນຕົວຂັບເຄື່ອນ. ຕົວຍານໄດ້ໂຄຈອນຮອບໂລກເຖິງ 14 ຮອບ ໃຊ້ເວລາລວມ 22 ຊົ່ວໂມງເຄິ່ງ ແລະ ປະຕິບັດພາລະກິດປ່ອຍດາວທຽມອິນເຕີເນັດ ສະຕາລິງກ໌ (Starlink) ຈຳນວນ 26 ດວງ ທີ່ລະດັບຄວາມສູງ 260 ກິໂລແມັດ ໄດ້ສຳເລັດ.ແນວໃດກໍຕາມ ຫຼັງຈາກປ່ອຍຍານໄດ້ປະມານ 10 ນາທີ ຈະຫຼວດຂັບດັນຊູເປີເຮັບວີເກີດບັນຫາທາງເຕັກນິກໃນຂະນະກັບຄືນສູ່ໂລກ ເຮັດໃຫ້ຕ້ອງປ່ຽນເສັ້ນທາງໄປລົງຈອດໃນອ່າວເມັກຊິໂກ ແທນທີ່ຈະກັບມາຖືກຈັບໂດຍແຂນກົນຕາມແຜນການ.
ສົ່ງຜົນໃຫ້ສະເປຊເອັກຊ໌ຍັງບໍ່ສາມາດກູ້ຄືນຈະຫຼວດທັງ 2 ທ່ອນໄດ້ພ້ອມກັນໃນພາລະກິດດຽວ.ສຳລັບການເດີນທາງກັບສູ່ໂລກຂອງຍານສະຕາຊິບໃນວັນເສົາ ຍານໄດ້ຈຸດເຄື່ອງຈັກເພື່ອຫຼຸດລະດັບຄວາມໄວຈາກຄວາມໄວໃນວົງໂຄຈອນທີ່ຫຼາຍກວ່າ 17,000 ໄມຕໍ່ຊົ່ວໂມງ ພ້ອມຝ່າຄວາມຮ້ອນສູງຈາກການສຽດສີກັບຊັ້ນບັນຍາກາດ.

ໂດຍ ລາຣ໌ສ ແບລັກມໍ (Lars Blackmore) ວິສະວະກອນອາວຸໂສຂອງສະເປຊເອັກຊ໌ ເປີດເຜີຍວ່າ ເສັ້ນທາງບິນກັບຖືກອອກແບບຢ່າງລະອຽດ ເພື່ອຫຼີກລ່ຽງເຂດຊຸມຊົນ ໂດຍຍານບິນຜ່ານພື້ນທີ່ທະເລຊາຍທີ່ມີປະຊາກອນໜ້ອຍ ກ່ອນຈະບິນອ້ອມເມືອງຕ່າງໆ ໃນຮ່ອມພູຣິໂອກຣານເດ ແລະ ເຂົ້າສູ່ຖານປ່ອຍຈາກທາງທິດຕາເວັນອອກ.ທັງນີ້ ພາຍໃນບໍ່ກີ່ຊົ່ວໂມງຫຼັງການລົງຈອດ ອີລອນ ມັສກ໌ ແລະ ທີມວິສະວະກອນໄດ້ເຂົ້າກວດສອບສະພາບຂອງຍານທັນທີ ໂດຍມັສກ໌ໄດ້ໂພສຮູບພາບ ແລະ ວິດີໂອຜ່ານແພລດຟອມ X ພ້ອມຂໍ້ຄວາມວ່າ “Ship 42 ເບິ່ງດີເລີດຫຼາຍ!”ກ່ອນໜ້ານີ້ ສະເປຊເອັກຊ໌ເຄີຍໃຊ້ແຂນກົນຈັບຈະຫຼວດຂັບດັນທ່ອນລຸ່ມໄດ້ສຳເລັດມາແລ້ວ 3 ຄັ້ງ ແຕ່ການຈັບ “ຍານອະວະກາດ” ສ່ວນເທິງນັ້ນມີຄວາມຊັບຊ້ອນຫຼາຍກວ່າ ເນື່ອງຈາກຍານຕ້ອງກັບຄືນຈາກລະດັບຄວາມສູງທີ່ຫຼາຍກວ່າ ແລະ ມີຄວາມໄວສູງກວ່າຫຼາຍ.ເຄລຕັນ ສະວອບ (Clayton Swope) ຜູ້ຊ່ຽວຊານດ້ານອະວະກາດຈາກສູນຍຸດທະສາດ ແລະ ການສຶກສາສາກົນ (CSIS) ລະບຸວ່າ ນີ້ແມ່ນຄວາມສຳເລັດດ້ານວິສະວະກຳຄັ້ງໃຫຍ່ ທີ່ພິສູດວ່າແນວຄິດການພັດທະນາຍານອະວະກາດທີ່ສາມາດນຳກັບມາໃຊ້ໃໝ່ໄດ້ທັງໝົດນັ້ນ ມີຄວາມເປັນໄປໄດ້ໃນທາງປະຕິບັດ.

ຂະນະທີ່ ແຄັດລີນ ເຄີລີ (Kathleen Curlee) ນັກວິເຄາະຈາກມະຫາວິທະຍາໄລຈອດທາວ ເຫັນວ່າ ສະເປຊເອັກຊ໌ຍັງຕ້ອງພິສູດຄວາມສະຖຽນຂອງລະບົບ ໂດຍຕ້ອງທົດລອງເຮັດຊ້ຳອີກຫຼາຍຄັ້ງ ເພື່ອສ້າງຄວາມເຊື່ອໝັ້ນໃນການນຳໃຊ້ສຳລັບພາລະກິດສຳຄັນ.ດ້ານ ຈາເຣັດ ໄອແຊັກແມນ (Jared Isaacman) ຜູ້ອຳນວຍການອົງການນາຊາ (NASA) ໄດ້ກ່າວຊົມເຊີຍຄວາມສຳເລັດຄັ້ງນີ້ວ່າ “ປານກັບເວດມົນ” ແລະ ຊ່ວຍໃຫ້ມະນຸດຊາດເຂົ້າໃກ້ດວງຈັນອີກກ້າວໜຶ່ງ. ໂດຍນາຊາໄດ້ເຮັດສັນຍາມູນຄ່າຫຼາຍກວ່າ 4,000 ລ້ານໂດລາ ເພື່ອນຳໃຊ້ຍານສະຕາຊິບເປັນຍານລົງຈອດເທິງດວງຈັນ ໃນໂຄງການອາຣ໌ເຕມິສ (Artemis) ເຊິ່ງມີເປົ້າໝາຍສົ່ງມະນຸດກັບໄປຢຽບດວງຈັນອີກຄັ້ງໃນປີ 2028.ແນວໃດກໍຕາມ ສະເປຊເອັກຊ໌ທີ່ໄດ້ລົງທຶນໃນໂຄງການນີ້ໄປແລ້ວຫຼາຍກວ່າ 15,000 ລ້ານໂດລາ ຍັງມີບັນຫາສຳຄັນດ້ານວິສະວະກຳທີ່ຕ້ອງເລັ່ງແກ້ໄຂ ເຊັ່ນ: ເຕັກໂນໂລຊີການເຕີມນ້ຳມັນເຊື້ອໄຟລະຫວ່າງຍານສະຕາຊິບໃນອະວະກາດ ເຊິ່ງມີຄວາມຈຳເປັນຢ່າງຍິ່ງສຳລັບການເດີນທາງໄລຍະໄກໄປຍັງດວງຈັນ ແລະ ດາວອັງຄານ.

ຂະນະທີ່ແຜ່ນກັນຄວາມຮ້ອນຮູບຫົກຫຼ່ຽມສີດຳຫຼາຍຮ້ອຍແຜ່ນທີ່ຫຸ້ມຢູ່ຕົວຍານ ເພື່ອປ້ອງກັນຄວາມຮ້ອນໃນຂະນະກັບເຂົ້າສູ່ຊັ້ນບັນຍາກາດ ຍັງບໍ່ສາມາດນຳກັບມາໃຊ້ໃໝ່ໄດ້ທັນທີໂດຍບໍ່ຕ້ອງສ້ອມບຳລຸງ ເຊິ່ງບໍລິສັດກຳລັງເລັ່ງພັດທະນາຮຸ່ນໃໝ່.ອີລອນ ມັສກ໌ ຕັ້ງເປົ້າໝາຍໃຫ້ຍານສະຕາຊິບສາມາດປະຕິບັດງານໄດ້ຢ່າງວ່ອງໄວຄືກັບເຮືອບິນໂດຍສານ ທີ່ສາມາດຂຶ້ນ-ລົງໄດ້ທຸກໆ 1 ຊົ່ວໂມງ ເພື່ອຮອງຮັບທຸລະກິດດາວທຽມສະຕາລິງກ໌ ການສ້າງສູນຂໍ້ມູນໃນວົງໂຄຈອນ ລວມທັງການຕັ້ງຖິ່ນຖານຂອງມະນຸດເທິງດາວອັງຄານໃນອະນາຄົດ.ທັງນີ້ ຫຼັງຈາກສະເປຊເອັກຊ໌ໄດ້ນຳບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບເມື່ອເດືອນມິຖຸນາຜ່ານມາ ແລະ ສາມາດລະດົມທຶນໄດ້ສູງເຖິງ 85,700 ລ້ານໂດລາ ບໍລິສັດໄດ້ທຸ່ມງົບປະມານຂະຫຍາຍກຳລັງການຜະລິດຢ່າງໜັກ.
ໂດຍເຈົ້າໜ້າທີ່ສະເປຊເອັກຊ໌ເປີດເຜີຍໃນລະຫວ່າງພາສື່ມວນຊົນຢ້ຽມຊົມໂຮງງານຂະໜາດ 1 ລ້ານຕາລາງຟຸດ ທີ່ຖານສະຕາເບສວ່າ ປັດຈຸບັນບໍລິສັດມີກຳລັງການຜະລິດຍານສະຕາຊິບໄດ້ 1 ລຳ ໃນທຸກໆ 2 ອາທິດ ແລະ ຜະລິດຈະຫຼວດຂັບດັນຊູເປີເຮັບວີໄດ້ 1 ລຳ ໃນທຸກໆ 4 ອາທິດ.ທີ່ມາ: Reuters
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






