ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

"ກວາດລ້າງຮຽບ! ປກສ ບຸກມ້າງແກ໊ງສໍ້ໂກງອອນລາຍ 3 ຈຸດ ຢູ່ສີສັດຕະນາກ ຈັບຕົວຄົນໄທ-ລາວ 6 ຄົນ"

ໂດຍ kaling
· 6 ມື້ ກ່ອນອ່ານ 1 ນາທີ23 ຄັ້ງ
"ກວາດລ້າງຮຽບ! ປກສ ບຸກມ້າງແກ໊ງສໍ້ໂກງອອນລາຍ 3 ຈຸດ ຢູ່ສີສັດຕະນາກ ຈັບຕົວຄົນໄທ-ລາວ 6 ຄົນ"
ADadvertisement
ADadvertisement
ADadvertisement

ໃນວັນທີ 11 ພະຈິກ 2026 ທີ່ຜ່ານມາ, ເຈົ້າໜ້າທີ່ໜ່ວຍສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງປະຕິບັດການມ້າງກຸ່ມກໍ່ອາຊະຍາກຳທາງອິນເຕີເນັດ ຈຳນວນ 3 ຈຸດ ຢູ່ເຂດເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ຜ່ານການກວດກາ ແລະ ປະຕິບັດການຕົວຈິງ ສາມາດກັກຕົວເປົ້າໝາຍ ແລະ ຢຶດຂອງກາງໄດ້ລາຍລະອຽດດັ່ງນີ້:

1. ຈຸດທີ 1 ແລະ ຈຸດທີ 2 (ບ້ານພັນໝັ້ນ)

  • ຜູ້ຖືກກັກຕົວ: ກັກຕົວເປົ້າໝາຍໄດ້ 1 ຄົນ ເປັນຄົນສັນຊາດໄທ.
  • ຂອງກາງທີ່ຢຶດໄດ້: ໂທລະສັບມືຖື 8 ເຄື່ອງ, ຄອມພິວເຕີຕັ້ງໂຕະ 10 ເຄື່ອງ, ລົດຈັກໄຟຟ້າ 2 ຄັນ, ຈໍຄອມພິວເຕີ 1 ຈໍ, ແທັບເລັດ 1 ໜ່ວຍ ແລະ ປຸມເປົ້າບັນຈຸແກັດໄນຕຣັດອອກຊາຍ (Nitrous Oxide) ຈຳນວນ 15 ໜ່ວຍ.

2. ຈຸດທີ 3 (ບ້ານວັດສົບ)

  • ຜູ້ຖືກກັກຕົວ: ກັກຕົວເປົ້າໝາຍໄດ້ 5 ຄົນ (ຍິງ 2 ຄົນ) ປະກອບມີ 2 ສັນຊາດ ຄື: ສັນຊາດໄທ 4 ຄົນ (ຍິງ 2 ຄົນ) ແລະ ສັນຊາດລາວ 1 ຄົນ.
  • ຂອງກາງທີ່ຢຶດໄດ້: ຄອມພິວເຕີໂນດບຸກ 5 ເຄື່ອງ, ໂທລະສັບມືຖື 3 ເຄື່ອງ ແລະ ແທັບເລັດ 1 ໜ່ວຍ.

ຕໍ່ກັບເຫດການດັ່ງກ່າວ, ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດກຳລັງນຳຕົວເປົ້າໝາຍທັງໝົດໄປສືບສວນ-ສອບສວນຂະຫຍາຍຜົນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ: ຄວາມສະຫງົບ Lao Security News

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ, ຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່