ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຜູ້ນຳອິນໂດເນເຊຍຂໍໂທດມາເລເຊຍ ແລະ ສິງກະໂປ ກໍລະນີໝອກຄວັນໄຟປ່າລາມຂ້າມຊາຍແດນ

ໂດຍ kaling
· 6 ມື້ ກ່ອນອ່ານ 2 ນາທີ10 ຄັ້ງ
ຜູ້ນຳອິນໂດເນເຊຍຂໍໂທດມາເລເຊຍ ແລະ ສິງກະໂປ ກໍລະນີໝອກຄວັນໄຟປ່າລາມຂ້າມຊາຍແດນ
ADadvertisement
ADadvertisement
ADadvertisement

ປະທານາທິບໍດີ ປຣາໂບໂວ ຊູບຽນໂຕ ກ່າວຂໍໂທດມາເລເຊຍ ແລະ ສິງກະໂປ ຫຼັງໄຟປ່າຮຸນແຮງໃນອິນໂດເນເຊຍກໍ່ໝອກຄວັນພິດປົກຄຸມປະເທດເພື່ອນບ້ານ ຍອດພື້ນທີ່ຖືກເຜົາໄໝ້ປີນີ້ແລ້ວ 18 ລ້ານໄຮ່.

ວັນທີ 16 ພະຈິກ 2026, ປະທານາທິບໍດີ ປຣາໂບໂວ ຊູບຽນໂຕ ແຫ່ງອິນໂດເນເຊຍ ກ່າວຂໍໂທດມາເລເຊຍ ແລະ ສິງກະໂປ ຫຼັງເກີດໝອກຄວັນພິດຈາກໄຟປ່າຄັ້ງໃຫຍ່ໃນປະເທດ ສົ່ງຜົນໃຫ້ມົນລະພິດທາງອາກາດລອຍຂ້າມຊາຍແດນໄປປົກຄຸມນ່ານຟ້າຂອງປະເທດເພື່ອນບ້ານ.

ໂດຍທ່ານ ປຣາໂບໂວ ກ່າວລະຫວ່າງການປະຊຸມສຸດຍອດສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫຼື ອາເຊຍນ ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນ ວ່າບັນຫາໝອກຄວັນຂ້າມຊາຍແດນບໍ່ແມ່ນຄວາມຜິດຂອງອິນໂດເນເຊຍ ແລະ ຢືນຢັນວ່າອິນໂດເນເຊຍພະຍາຍາມຢ່າງເຕັມທີ່ໃນການຮັບມືກັບສະຖານະການ. ຢ່າງໃດກໍຕາມ, ຜູ້ນຳອິນໂດເນເຊຍກ່າວຕໍ່ຜູ້ນຳປະເທດສະມາຊິກອາເຊຍນວ່າ ໃນນາມລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ຕ້ອງຂໍອະໄພຫາກການກະທຳຂອງອິນໂດເນເຊຍເຮັດໃຫ້ປະຊາຊົນໃນສິງກະໂປ ແລະ ມາເລເຊຍຕ້ອງໄດ້ຮັບຄວາມເດືອດຮ້ອນ.

ຜູ້ນຳອິນໂດເນເຊຍຂໍໂທດມາເລເຊຍ ແລະ ສິງກະໂປ ກໍລະນີໝອກຄວັນໄຟປ່າລາມຂ້າມຊາຍແດນ

ຜູ້ນຳອິນໂດເນເຊຍເປີດເຜີຍດ້ວຍວ່າ ທາງການອິນໂດເນເຊຍຖອນສຳປະທານທີ່ດິນຂອງບໍລິສັດເອກະຊົນ 17 ແຫ່ງ ເຊິ່ງກ່ຽວຂ້ອງກັບເຫດໄຟປ່າ ແລະ ກຳລັງສອບສວນບໍລິສັດອີກ 26 ແຫ່ງ ພ້ອມລະບຸວ່າອິນໂດເນເຊຍລະດົມກຳລັງເຈົ້າໜ້າທີ່ 71,000 ຄົນເຂົ້າຄວບຄຸມໄຟປ່າ ໂດຍມີເຈົ້າໜ້າທີ່ດັບເພີງເສຍຊີວິດ 16 ຄົນ ແລະ ເຮລິຄອບເຕີ 2 ລຳສູນເສຍໃນລະຫວ່າງປະຕິບັດພາລະກິດ.

ໂດຍໄຟປ່າທີ່ເກີດຂຶ້ນຢ່າງຕໍ່ເນື່ອງຫຼາຍເດືອນເທິງເກາະບໍເນົາ, ສຸມາຕຣາ ແລະ ປາປົວ ໄດ້ເຜົາຜານພື້ນທີ່ປ່າຂະໜາດໃຫຍ່ ກໍ່ໃຫ້ເກີດມົນລະພິດທາງອາກາດທີ່ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍແສນຄົນໃນອິນໂດເນເຊຍ ກ່ອນໝອກຄວັນຈະແຜ່ກະຈາຍຂ້າມຊາຍແດນໄປຍັງມາເລເຊຍ ແລະ ສິງກະໂປ.

ຂໍ້ມູນຈາກ ນູຊັນຕາຣາ ແອດລາສ ເຊິ່ງເປັນໜ່ວຍງານຕິດຕາມການຕັດໄມ້ທຳລາຍປ່າ ລະບຸວ່າ ນັບຕັ້ງແຕ່ຕົ້ນປີ 2026 ໄຟປ່າໄດ້ເຜົາຜານພື້ນທີ່ໄປແລ້ວປະມານ 18 ລ້ານໄຮ່ ຄິດເປັນພື້ນທີ່ໃຫຍ່ກວ່າກຸງລອນດອນເຖິງ 18 ເທົ່າ. ແມ້ອິນໂດເນເຊຍຈະປະເຊີນກັບໄຟປ່າເປັນປະຈຳໃນຊ່ວງລະດູແລ້ງ ແຕ່ສະຖານະການໃນປີນີ້ມີຄວາມຮຸນແຮງເປັນພິເສດ.

ຂະນະທີ່ນັກວິໄຈລະບຸເມື່ອສັບປະດາທີ່ຜ່ານມາວ່າ ປະກົດການເອລນີໂຍທີ່ຮຸນແຮງ, ການປ່ຽນແປງສະພາບພູມອາກາດ, ການຕັດໄມ້ທຳລາຍປ່າ ແລະ ການລະບາຍນ້ຳອອກຈາກພື້ນທີ່ປ່າໜອງຊຸ່ມເພື່ອເຮັດບໍ່ແຮ່ ແລະ ພື້ນທີ່ເພາະປູກ ລ້ວນແຕ່ເປັນປັດໄຈທີ່ເຮັດໃຫ້ລະດູໄຟປ່າຂອງອິນໂດເນເຊຍໃນປີນີ້ທະວີຄວາມຮຸນແຮງຂຶ້ນ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່