
ກອງປະຊຸມໂຕະມົນ ລະຫວ່າງ ເອກອັກ ຄະລັດຖະທູດ-ຜູ້ບໍລິຫານສູງສຸດ ຂອງເອເປັກ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 15 ພະຈິກນີ້, ກອງປະຊຸມໂຕະມົນ ລະຫວ່າງ ເອກອັກຄະລັດຖະທູດ ແລະຜູ້ບໍລິຫານສູງສຸດ (CEO) ຂອງອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຫລື APEC ທີ່ມີສູນລາຍການເສດຖະກິດ-ການເງິນ ວິທະຍຸໂທລະພາບ ສູນກາງຈີນຫລື CMG ເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ ນະຄອນເຊີນເຈິ້ນຂອງສປ ຈີນພາຍໃຕ້ຫົວຂໍ້ “ຮ່ວມກັນຊົມໃຊ້ໂອກາດ ແຫ່ງການເປີດປະຕູ ສູ່ພາຍນອກເພື່ອບັນລຸຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ” ແລະມີຈຸດປະສົງ ເພື່ອສ້າງເວທີການສົນທະນາ ແລະການແລກປ່ຽນໃຫ້ແກ່ ກຸ່ມເສດຖະກິດ ສະມາຊິກ APEC ແລະວິສາຫະກິດຈີນ. ທ່ານ ເຊີ້ນໄຫສົງຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ໄດ້ເຂົ້າຮ່ວມ ກອງປະຊຸມ ແລະ ກ່າວຄຳປາໄສ. ກອງປະຊຸມດັ່ງກ່າວ ແມ່ນກິດຈະກຳສື່ມວນຊົນ ທີ່ສຳຄັນຄັ້ງທຳອິດຂອງ CMG ທີ່ຈັດຂຶ້ນໃນໄລຍະອາທິດ ກອງປະຊຸມຜູ້ນຳ APEC ປີ 2026 ໂດຍມີຜູ້ເຂົ້າຮ່ວມ ປະມານ 80 ທ່ານເຊິ່ງປະກອບມີຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງ ຈາກ CMG, ສະພາການສົ່ງເສີມ ການຄ້າສາກົນຈີນ, ທີ່ປຶກສາ ຈາກສະຖານທູດປະຈຳຈີນ ຂອງກຸ່ມເສດຖະກິດ ສະມາຊິກ APEC ຈຳນວນໜຶ່ງ, ພ້ອມດ້ວຍ ຜູ້ຕາງໜ້າວິສາຫະກິດທັງ ພາຍໃນ ແລະຕ່າງປະເທດ ແລະ ຜູ້ຮັບຜິດຊອບ ສະມາຄົມ ການຄ້າຕ່າງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













