
ຜູ້ໂດຍສານ ຈຳນວນຫລວງຫລາຍ ໄດ້ຮັບຜົນກະທົບ ຈາກການຍຸດຕິຖ້ຽວບິນ ຢູ່ ສ.ອາເມລິກາ

ວິທະຍຸ ໂທລະພາບ ສູນກາງຈີນ, ຕາມຕົວເລກ ທີ່ປະກາດ ໂດຍເວັບໄຊ ຕິດຕາມການບິນ FlightAware ສະແດງໃຫ້ເຫັນວ່າ:ຫລັງຈາກ ເກີດບັນຫາໃນການສື່ສານ ຂອງລະບົບຄຸ້ມຄອງ ການຈະລາຈອນທາງອາກາດໃນວັນທີ 13 ພະຈິກນີ້ເຮັດໃຫ້ເຮືອບິນທັງໝົດ ໃນທົ່ວປະເທດ ສະຫະລັດ ອາເມລິກາ ຕ້ອງຍຸດຕິການບິນ ເມື່ອບໍ່ດົນມານີ້ ໂດຍຖ້ຽວບິນ ພາຍໃນປະເທດ ສະຫະລັດ ອາເມລິກາແລະໄປ-ກັບ ສ.ອາເມລິກາ ຫລາຍກວ່າ 3.300 ຖ້ຽວ ຖືກຍົກເລີກ.ຫົວໜ້າ ອົງການບໍລິຫານການບິນ ສະຫະລັດ ອາເມລິກາ ໄດ້ກ່າວຂໍໂທດ ຕໍ່ປະຊາຊົນ ອາເມລິກາ, ແລະກ່າວວ່າ: ຄາດວ່າການຂົນສົ່ງທາງອາກາດ ທົ່ວປະເທດ ສະຫະລັດ ອາເມລິກາ ຈະກັບຄືນ ເປັນປົກກະຕິ ໃນວັນທີ 15 ພະຈິກນີ້.ຜູ້ຊ່ຽວຊານ ດ້ານຄວາມປອດໄພ ການບິນ ອາເມລິກາ ກ່າວວ່າ:ການຍຸດຕິການບິນ ໃນທົ່ວປະເທດ ສະຫະລັດ ອາເມລິກາຄັ້ງນີ້ ເປັນເຫດການ ທີ່ບໍ່ທຳມະດາ, ແມ່ນໜຶ່ງໃນເຫດການ ດ້ານການບິນທີ່ຮ້າຍແຮງທີ່ສຸດ ຂອງສ.ອາເມລິການັບຕັ້ງແຕ່ເກີດການໂຈມຕີ ກໍ່ການຮ້າຍ “11 ກັນຍາ” ໃນປີ 2001 ເປັນຕົ້ນມາ.ເຫດການດັ່ງກ່າວ ໄດ້ເປີດເຜີຍໃຫ້ເຫັນອີກຄັ້ງເຖິງ ຂໍ້ບົກຜ່ອງ ຂອງພື້ນຖານໂຄງລ່າງການບິນ ທາງອາກາດຂອງ ສ.ອາເມລິກາ ທີ່ເກົ່າແກ່, ເຊິ່ງອາດຈະເຮັດໃຫ້ເກີດເຫດ ການແບບດຽວກັນນີ້ອີກ ໃນອະນາຄົດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













