
ກອງປະຊຸມ ຜູ້ນຳເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ຄັ້ງທີ 33

ວິທະຍຸ ໂທລະພາບ ສູນກາງຈີນ, ເນື່ອງໃນໂອກາດ ທີ່ກອງປະຊຸມ ຜູ້ນຳເສດຖະກິດ ອົງການຮ່ວມມື ເສດຖະກິດອາຊີ-ປາຊີຟິກຫລື APEC ຄັ້ງທີ 33 ຈັດຂຶ້ນວັນທີ 15 ພະຈິກນີ້ ເປັນຕົ້ນໄປ, ລາຍການສາລະຄະດີ “ຄວາມຜູກພັນ ດ້ານວັດທະນະທຳຂອງ ທ່ານ ສີ ຈິ້ນຜິງ” (ສະບັບສາກົນ)ແລະ “ຈົດໝາຍຈາກ ທ່ານ ປະທານ ສີຈິ້ນຜິງ” (ສະບັບສາກົນ)ໄດ້ອອກອາກາດ ຜ່ານສື່ສຳຄັນ ຂອງສະມາຊິກ APEC ເຊັ່ນ: ໂທລະພາບ Bolshaya Aziya TV ຂອງລັດເຊຍ, ເວັບໄຊ “ໜັງສືພິມລັດເຊຍ”, ໂທລະພາບ OBS Kyungin ຂອງ ສ.ເກົາຫລີ, ວິທະຍຸແຫ່ງຊາດ ອິນໂດເນເຊຍ, ຊ່ອງ 33 ຂອງນູແວນເຊລັງ, ໂທລະພາບ IBC 13 ຂອງຟິລິບປິນ, ຊ່ອງ 31 ຂອງວິທະຍຸໂທລະພາບ ຮົງກົງ(ສປ ຈີນ), ເວທີຖ່າຍທອດສົດ ຜ່ານອິນເຕີເນັດ streaming media ກົມປະຊາສຳພັນຂອງໄທ, ເວັບໄຊ “ໜັງສືພິມ ຄົນເປຣູ”, ວິທະຍຸ Cooperativa ຂອງຈີເລ, ໂທລະພາບ ອົດສະຕຣາລີ-ຈີນ ACTV ແລະ ອື່ນໆອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













