ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນ-ອາຊຽນ ພວມລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ

ໂດຍ Mahaxan
· 5 ມື້ ກ່ອນອ່ານ 2 ນາທີ2 ຄັ້ງ
ສປ ຈີນ-ອາຊຽນ ພວມລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ໃນຖານະເປັນປະຕູເປີດ ສູ່ອາຊຽນ, ການຮ່ວມມື ແລະ ແລກປ່ຽນລະຫວ່າງ ທ່າກຳປັ່ນຕູ້​ບັນ​ທຸກ​ສິນ​ຄ້າ​ ແບບອັດຕະໂນມັດ ນະຄອນຊິນໂຈ່ວ ​ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ້ວງກວາງ​ຊີ​ ຂອງ ສປ ຈີນ ກັບບັນດາປະເທດ​ ສະ​ມາ​ຊິກອາຊຽນ ພວມ​ລົງ​ສູ່​ລວງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ.​ມາ​ຮອດ ປັດຈຸບັນ, ໃນບັນດາເສັ້ນທາງການເດີນເຮືອ ການຄ້າຕ່າງປະເທດ ທີ່ຜ່ານ ທ່າ ກຳປັ່ນ​ຊິນ​ໂຈ່ວ ມີເສັ້ນທາງ​ເດີນ​ເຮືອ​ສູ່ ​ປະ​ເທດ​ສະ​ມາ​ຊິກອາຊຽນ 23 ເສັ້ນ, ເຄືອຂ່າຍການເດີນເຮືອ​ການຄ້າຕ່າງປະເທດ ​ທີ່​ສາ​ມາດ​ໄປ​ເຖິງ​ ຈຸດ​ໝາຍ​ປາຍ​ທາງ​ໂດຍ​ກົງກວມເຖິງ ທ່າກຳປັ່ນ ຫລັກ ຂອງ ບັນດາປະເທດ​ ສະ​ມາ​ຊິກ ອາຊຽນ, ພ້ອມກັນນັ້ນ ກໍໄດ້ເປີດເສັ້ນທາງ ທະເລໄກສູ່ ອິນເດຍ, ເຊິ່ງເປີດ​ເສັ້ນ​ທາງຂົນສົ່ງສິນຄ້າ ຂ້າມຊາຍແດນ​ ຈາກອາຊີຕາເວັນອອກສຽງໃຕ້ ສູ່ອາຊີໃຕ້, ເສັ້ນທາງ ເດີນ ເຮືອພາຍໃນ ແລະ ຕ່າງປະເທດ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ສະ​ໜອງ ການສະໜັບສະໜູນ ດ້ານການເດີນເຮືອ ທີ່ເຂັ້ມແຂງໃຫ້ແກ່ ການລວບລວມແຫລ່ງສິນຄ້າຕູ້​ບັນ​ທຸກ.ຫລັງຈາກ ຄອງ​ຜິງ​ລູ້ ເປີດ​ບໍ​ລິ​ການ ແລ້ວ, ສິນຄ້າຈາກພາກຕາເວັນຕົກສຽງໃຕ້ ທີ່ຂົນສົ່ງອອກ ທາງທະເລຜ່ານຄອງ​ຜິງ​ລູ້, ເມື່ອທຽບກັບການຂົນສົ່ງ ອອກ​ສູ່ທະເລ ຜ່ານສາມຫລ່ຽມແມ່ນ້ຳຈູຈ່ຽງ, ສາມາດຫຼຸດໄລຍະທາງ ການເດີນເຮືອ ໃນແມ່ ນ້ຳລົງ ໄດ້ປະມານ 560 ກິໂລແມັດ, ເຮັດໃຫ້ບ່ອນນີ້ ກາຍເປັນເສັ້ນທາງຂົນສົ່ງທາງນ້ຳ ທີ່ມີໄລຍະທາງສັ້ນທີ່ສຸດ, ປະຢັດທີ່ສຸດ ແລະ ສະດວກທີ່ສຸດ ຈາກພາກຕາເວັນຕົກ ສຽງໃຕ້ຂອງ ສປ ຈີນ ສູ່ອາຊຽນ.ສຳລັບ ວິສາຫະກິດທີ່ກ່ຽວຂ້ອງແລ້ວ, ເສັ້ນທາງການເດີນເຮືອໄດ້ປ່ຽນຈາກ “​ໂຄ້ງ​ໄປທາງທິດຕາເວັນອອກ” ​ກາຍມາເປັນ “ລົງໃຕ້ໂດຍ​ກົງ”, ໄລຍະທາງການເດີນເຮືອ​ສັ້ນ​ເຂົ້າຢ່າງຫລວງ ຫລາຍ, ເວລາເດີນ ເຮືອກໍ ຫລຸດລົງ, ຕົ້ນທຶນ​ສັງລວມ ກໍຫລຸດລົງ, ສ້າງເງື່ອນໄຂທີ່ດີກວ່າເກົ່າ ໃຫ້ແກ່ ວິສາຫະກິດ ໃນການ​ເປີດກວ້າງ ຕະຫລາດ​ຢູ່ອາຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່